ພຣະນິມິດ 18:13 - ພຣະຄຳພີສັກສິ13 ເຄື່ອງເທດແລະເຄື່ອງຫອມ, ກຳຍານ, ນໍ້າມັນຫອມແລະເຄື່ອງຫອມເຜົາບູຊາ, ເຫຼົ້າອະງຸ່ນແລະນໍ້າມັນໝາກກອກເທດ, ເຂົ້າແປ້ງລະອຽດແລະເຂົ້າບະເລ, ງົວແລະແກະ, ມ້າແລະລົດມ້າ, ຂ້ອຍໃຊ້, ຕະຫລອດທັງຊີວິດຈິດໃຈມະນຸດດ້ວຍ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່13 ສິນຄ້າອື່ນອີກຄື: ອົບເຊີຍ ແລະ ເຄື່ອງເທດ, ເຄື່ອງຫອມ ແລະ ກຳຍານ, ເຫລົ້າອະງຸ່ນ, ນ້ຳມັນໝາກກອກ, ແປ້ງລະອຽດ ແລະ ເຂົ້າຫວີດ, ງົວ ແລະ ແກະ, ມ້າ, ລົດມ້າ ແລະ ມະນຸດທີ່ຖືກຂາຍເປັນຂ້າທາດດ້ວຍ. Uka jalj uñjjattʼäta |
ແລະກ່າວວ່າ, “ຕາບໃດທີ່ພວກເຮົາຍັງເຮັດໄດ້ ພວກເຮົາຕ້ອງຊື້ພີ່ນ້ອງຊາວຢິວຂອງພວກເຮົາ ທີ່ໄດ້ຖືກຂາຍໃຫ້ແກ່ຊາວຕ່າງຊາດນັ້ນກັບຄືນມາ. ບັດນີ້ ພວກທ່ານກຳລັງຂາຍພີ່ນ້ອງຂອງພວກທ່ານເອງ ພຽງແຕ່ເພື່ອພວກເຂົາຈະໄດ້ຖືກຂາຍກັບຄືນມາໃຫ້ແກ່ພວກເຮົາ.” ພວກຜູ້ນຳພາກັນມິດຢູ່ ແລະບໍ່ຮູ້ວ່າຈະຕອບແນວໃດ.
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ.