Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:11 - ພຣະຄຳພີສັກສິ

11 ບັນດາ​ພໍ່ຄ້າ​ແຫ່ງ​ແຜ່ນດິນ​ໂລກ ຕ່າງ​ກໍ​ຈະ​ຮ້ອງໄຫ້​ແລະ​ໂສກເສົ້າ ເພາະ​ນະຄອນ​ນັ້ນ​ເໝືອນກັນ, ເພາະວ່າ​ບໍ່ມີ​ຜູ້ໃດ​ຊື້​ສິນຄ້າ​ທີ່​ພວກເຂົາ​ບັນທຸກ​ມາ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 “ພໍ່ຄ້າ​ທັງຫລາຍ​ຂອງ​ໂລກ​ຈະ​ຮ້ອງໄຫ້​ໄວ້ອາໄລ​ນະຄອນ​ນັ້ນ​ເພາະ​ບໍ່​ມີ​ຜູ້ໃດ​ຊື້​ສິນຄ້າ​ຂອງ​ພວກເຂົາ​ອີກ​ແລ້ວ

Uka jalj uñjjattʼäta Copia luraña




ພຣະນິມິດ 18:11
18 Jak'a apnaqawi uñst'ayäwi  

ເພາະ​ຜົນ​ທີ່​ໄດ້​ຈາກ​ປັນຍາ​ດີກວ່າ​ຜົນ​ທີ່​ໄດ້​ຈາກ​ເງິນ ແລະ​ກຳໄລ​ຈາກ​ປັນຍາ​ນັ້ນ​ດີກວ່າ​ຄຳ.


ບາບີໂລນ​ເປັນ​ອານາຈັກ​ໜຶ່ງ​ທີ່​ສວຍງາມ​ກວ່າ​ອານາຈັກ​ໃດໆ​ທັງໝົດ ເປັນ​ທີ່​ພູມໃຈ​ຂອງ​ຊາວ​ນະຄອນ. ເມືອງ​ນັ້ນ​ຈະ​ເປັນ​ຄື​ເມືອງ​ໂຊໂດມ ແລະ​ເມືອງ​ໂກໂມຣາ​ທີ່​ພຣະເຈົ້າ​ໄດ້​ໂຄ່ນລົ້ມ​ແລ້ວ.


ນີ້ແຫລະ ແມ່ນ​ສິ່ງ​ດີ​ທີ່​ພວກເຂົາ​ຈະ​ເຮັດ​ຕໍ່​ເຈົ້າ​ຄື ບັນດາ​ໝໍໂຫນ​ໝໍທວາຍ​ທີ່​ເຈົ້າ​ຂໍ​ຄຳ​ປຶກສາ​ມາ​ຕະຫລອດ ພວກເຂົາ​ຈະ​ປະຖິ້ມ​ເຈົ້າ ແລະ​ໜີໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫຼືອ​ຢູ່​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.”


ພວກ​ສ້າງ​ເຮືອ​ນັ້ນ​ໄດ້​ມາ​ຈາກ​ເມືອງ​ບິບໂລ ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ຝຶກຫັດ​ຢ່າງດີ​ທັງນັ້ນ. ພວກ​ລູກ​ເຮືອ​ທີ່​ແລ່ນ​ເຮືອ​ໃນ​ທະເລ​ທຸກ​ລຳ ຕ່າງ​ກໍໄດ້​ເຮັດ​ທຸລະກິດ​ໃນ​ຫ້າງຮ້ານ​ຂອງເຈົ້າ.


ເມື່ອ​ໄດ້ຍິນ​ສຽງ​ເຫຼົ່ານີ້​ແລ້ວ ພວກ​ທີ່​ຢູ່​ທາງ​ເຂດ​ລຸ່ມ​ຂອງ​ຕົວເມືອງ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເພາະວ່າ​ບັນດາ​ພໍ່ຄ້າ​ທຸກຄົນ​ຈະ​ຕາຍ​ໝົດ.


ໃນ​ມື້​ນັ້ນ ເມື່ອ​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ ແມ່ນແຕ່​ເງິນ​ແລະ​ຄຳ​ທັງໝົດ​ທີ່​ພວກເຂົາ​ມີ​ຢູ່ ກໍ​ຈະ​ຊ່ວຍ​ຫຍັງ​ພວກເຂົາ​ບໍ່ໄດ້. ແຜ່ນດິນ​ໂລກ​ທັງໝົດ​ຈະ​ຖືກ​ທຳລາຍ ດ້ວຍ​ໄຟ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ເຖິງ​ທີ່​ສິ້ນສຸດ ຄື​ການ​ສິ້ນສຸດ​ຢ່າງ​ກະທັນຫັນ​ແກ່​ທຸກໆ​ຄົນ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້.


ແຕ່​ພວກ​ທີ່​ຖືກ​ເຊີນ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳ​ເຊີນ​ນັ້ນ​ເລີຍ ແລະ​ສົນໃຈ​ນຳ​ແຕ່​ທຸລະກິດ​ຂອງຕົນ ຄົນ​ໜຶ່ງ​ໄປ​ໄຮ່​ໄປ​ນາ​ຂອງຕົນ, ອີກ​ຄົນ​ໜຶ່ງ​ໄປ​ເຮັດ​ຄ້າຂາຍ​ຂອງຕົນ,


ພຣະອົງ​ສັ່ງ​ພວກ​ທີ່​ຂາຍ​ນົກເຂົາ​ວ່າ, “ຈົ່ງ​ເອົາ​ສິ່ງ​ເຫຼົ່ານີ້​ອອກ​ໄປ ຢ່າ​ເຮັດ​ໃຫ້​ວິຫານ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ​ເປັນ​ບ່ອນ​ຄ້າ​ຂາຍ.”


ແລະ​ດ້ວຍ​ໃຈ​ໂລບ ພວກເຂົາ​ຈະ​ໄດ້​ກຳໄລ​ຈາກ​ພວກເຈົ້າ​ດ້ວຍ​ກ່າວ​ຄຳ​ຕົວະ ການ​ລົງໂທດ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຖືກ​ພິພາກສາ​ດົນນານ​ມາ​ແລ້ວ ກໍ​ບໍ່​ເສີຍຊ້າ​ຢູ່. ຄວາມ​ຈິບຫາຍ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ບໍ່ໄດ້​ລືມ​ພວກເຂົາ.


ບັນດາ​ພໍ່ຄ້າ​ທີ່​ໄດ້​ຮັ່ງມີ​ຈາກ​ການ​ຄ້າຂາຍ​ໃນ​ນະຄອນ​ນີ້ ຕ່າງ​ກໍ​ຈະ​ຢືນ​ຢູ່​ຫ່າງໆ ເພາະ​ຢ້ານ​ໄດ້​ຮັບ​ສ່ວນ​ທົນທຸກ​ທໍລະມານ​ກັບ​ນາງ ພວກເຂົາ​ຈະ​ຮ້ອງໄຫ້​ແລະ​ໂສກເສົ້າ


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ຈະ​ບໍ່ມີ​ແສງ​ໂຄມ​ສ່ອງ​ສະຫວ່າງ​ໃນ​ເຈົ້າ​ຕໍ່ໄປ​ອີກ, ຈະ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າບ່າວ ເຈົ້າສາວ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ, ເພາະວ່າ​ບັນດາ​ພໍ່ຄ້າ​ຂອງ​ເຈົ້າ ໄດ້​ເປັນ​ເຈົ້ານາຍ​ແຫ່ງ​ແຜ່ນດິນ​ໂລກ ແລະ​ບັນດາ​ປະຊາຊາດ​ໄດ້​ຖືກ​ຫລອກລວງ ດ້ວຍ​ເວດມົນ​ຄາຖາ​ຂອງ​ເຈົ້າ.


ເພາະວ່າ​ປະຊາຊາດ​ທັງປວງ​ໄດ້​ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫລືອເກີນ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນະຄອນ​ນັ້ນ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ພໍ່ຄ້າ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ໄດ້​ລໍ້າລວຍ​ດ້ວຍ​ຊັບ​ອັນ​ຟຸມເຟືອຍ​ຂອງ​ນະຄອນ​ນັ້ນ.”


ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ ທີ່​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສະໜຸກ​ສະໜານ​ຮ່ວມ​ກັນ​ນັ້ນ ເມື່ອ​ໄດ້​ເຫັນ​ຄວັນໄຟ​ໄໝ້ ມັນ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka