Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:4 - ພຣະຄຳພີສັກສິ

4 ຍິງ​ຜູ້ນັ້ນ ນຸ່ງ​ເຄື່ອງ​ສີມ່ວງ​ອ່ອນ​ແລະ​ສີແດງເຂັ້ມ ແລະ​ປະດັບ​ຕົວ​ດ້ວຍ​ເຄື່ອງ​ຄຳ, ເພັດພອຍ ແລະ​ໄຂ່ມຸກ. ໃນ​ມື​ຂອງ​ນາງ​ມີ​ຈອກ​ຄຳ ທີ່​ເຕັມ​ແຕ່​ມົນທິນ​ອັນ​ໜ້າຂີ້ດຽດ ເປັນ​ຜົນ​ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນາງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ແມ່ຍິງ​ຄົນ​ນັ້ນ​ນຸ່ງເຄື່ອງ​ສີມ່ວງ ແລະ ສີແດງເຂັ້ມ ແລະ ເປັ່ງປະກາຍ​ດ້ວຍ​ຄຳ, ອັນຍະມະນີ ແລະ ໄຂ່ມຸກ. ນາງ​ຖື​ຈອກ​ຄຳ​ໄວ້​ໃນ​ມື​ຂອງ​ນາງ, ເຊິ່ງ​ເຕັມ​ໄປ​ດ້ວຍ​ສິ່ງທີ່ໜ້າກຽດຊັງ ແລະ ຄວາມ​ສົກກະປົກ​ຂອງ​ການ​ຫລິ້ນຊູ້​ຂອງ​ນາງ.

Uka jalj uñjjattʼäta Copia luraña




ພຣະນິມິດ 17:4
22 Jak'a apnaqawi uñst'ayäwi  

ຮ້າຍ​ໄປກວ່າ​ນີ້ອີກ ຍັງ​ມີ​ຊາຍ​ແລະ​ຍິງ​ເປັນ​ໂສເພນີ ຢູ່​ໃນ​ບ່ອນ​ຂາບໄຫວ້​ພະ​ຕ່າງຊາດ​ນີ້. ປະຊາຊົນ​ຢູດາ​ໄດ້​ປະພຶດ​ໃນ​ສິ່ງ​ທີ່​ໜ້າລະອາຍ​ແບບ​ຕ່າງໆ​ນາໆ ເໝືອນ​ຊົນຊາດ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໜີໄປ​ໃນ​ຕອນ​ທີ່​ຊາວ​ອິດສະຣາເອນ ບຸກໜ້າ​ເຂົ້າ​ມາ​ໃນ​ດິນແດນ.


ກະສັດ​ມານາເຊ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ໂດຍ​ປະພຶດ​ຕາມ​ແບບຢ່າງ​ອັນ​ໜ້າກຽດຊັງ ຂອງ​ຊົນຊາດ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ຊຶ່ງ​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ຂ້ານ້ອຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ ຜູ້ຮັບໃຊ້​ຂອງ​ພຣະອົງ. ພວກເພິ່ນ​ບອກ​ພວກ​ຂ້ານ້ອຍ​ວ່າ, ດິນແດນ​ທີ່​ພວກ​ຂ້ານ້ອຍ​ຈະ​ຢຶດເອົາ​ນັ້ນ​ເປັນ​ດິນແດນ​ທີ່​ມີ​ມົນທິນ ເພາະ​ຄົນ​ຢູ່​ໃນ​ບ່ອນ​ນັ້ນ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າກຽດ​ແລະ​ສົກກະປົກ​ຢູ່​ທົ່ວ​ໄປ.


ປະຊາຊົນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ພວກເຂົາ. ບໍ່​ວ່າ​ຈະ​ຂ້າ​ງົວເຖິກ​ເປັນ​ເຄື່ອງ​ບູຊາ​ຫລື​ເອົາ​ມະນຸດ​ບູຊາ​ກໍດີ; ບໍ່​ວ່າ​ຈະ​ຂ້າ​ແກະ​ຫລື​ຫັກ​ຄໍ​ໝາ​ມາ​ບູຊາ​ກໍດີ; ບໍ່​ວ່າ​ນຳ​ພືດຜົນ​ເປັນເມັດ​ຫລື​ເອົາ​ເລືອດ​ໝູ​ມາ​ບູຊາ​ກໍດີ; ບໍ່​ວາ​ຈະ​ເຜົາ​ເຄື່ອງຫອມ​ຖວາຍບູຊາ ຫລື​ວອນຂໍ​ຕໍ່​ຮູບເຄົາຣົບ​ກໍດີ ທັງໝົດ​ນັ້ນ​ຄື​ກັນ​ສຳລັບ​ພວກເຂົາ. ພວກເຂົາ​ພໍໃຈ​ກັບ​ວິທີ​ຂາບໄຫວ້​ແບບ​ໜ້າລັງກຽດ​ນີ້.


ບາບີໂລນ​ເປັນ​ດັ່ງ​ຈອກຄຳ​ໃນ​ກຳມື​ຂອງ​ພຣະເຈົ້າຢາເວ ໂດຍ​ເຮັດ​ໃຫ້​ທັງໂລກ​ຕ້ອງ​ມືນເມົາ. ບັນດາ​ຊົນຊາດ​ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ຈອກ​ນັ້ນ ແລ້ວ​ກໍ​ໝົດ​ສະຕິ​ໄປ.


ມົນທິນ​ຂອງ​ນາງ​ນັ້ນ​ເບິ່ງ​ເຫັນ​ໄດ້​ງ່າຍດາຍ ແຕ່​ນາງ​ບໍ່​ຫ່ວງໃຍ​ນຳ​ຊາຕາກຳ​ຂອງຕົນ​ຈັກດີ້. ນາງ​ລົ້ມ​ແຮງໂພດ​ຈົນ​ບໍ່ມີ​ຜູ້ໃດ​ສາມາດ​ປອບໃຈ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ ເພາະ​ສັດຕູ​ຂອງນາງ​ໄດ້​ຊະນະ.


ບັດນີ້ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ: ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ບາບ​ຢ່າງ​ດຽວກັນ​ກັບ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ໂດຍ​ແລ່ນ​ໄປ​ຕາມ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ?


ບັດນີ້ ຈົ່ງ​ຕັ້ງ​ໝໍ້ຂາງ​ທອງສຳຣິດ​ໃສ່​ເທິງ​ຖ່ານໄຟ ແລະ​ໃຫ້​ໝໍ້ຂາງ​ຮ້ອນ​ຈົນ​ມັນ​ແດງ. ແລ້ວ​ໝໍ້​ນັ້ນ​ກໍ​ຈະ​ສະອາດ​ອີກ ຫລັງຈາກ​ທີ່​ຂີ້ໝ້ຽງ​ໄດ້​ໄໝ້​ໝົດ​ແລ້ວ


ນະຄອນ​ເຢຣູຊາເລັມ​ເອີຍ ການກະທຳ​ອັນ​ຜິດ​ສິນທຳ​ຕ່າງໆ​ຂອງເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ມົນທິນ. ແມ່ນ​ວ່າ​ເຮົາ​ພະຍາຍາມ​ຊຳລະ​ເຈົ້າ​ໃຫ້​ບໍຣິສຸດ​ກໍດີ ເຈົ້າ​ກໍ​ຍັງ​ມີ​ມົນທິນ​ຢູ່. ເຈົ້າ​ຈະ​ບໍ່​ສະອາດ​ແທ້ ຈົນກວ່າ​ເຈົ້າ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ.


ເຈົ້າ​ເຄີຍ​ໄດ້​ຢູ່​ໃນ​ເອເດນ​ສວນ​ຂອງ​ພຣະເຈົ້າ ທັງ​ປະດັບ​ກາຍ​ດ້ວຍ​ເພັດພອຍ​ນາໆ​ຊະນິດ​ເຊັ່ນ: ທັບທີມ​ແລະ​ເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະ​ໂມລາ; ນິນສີຄາມ, ມໍຣະກົດ ແລະ​ໂກເມນ. ເຈົ້າ​ມີ​ເຄື່ອງເອ້​ເປັນ​ຄຳ​ຢ່າງ​ຫລວງຫລາຍ. ສິ່ງ​ເຫຼົ່ານີ້​ໄດ້​ເຮັດ​ໄວ້​ສຳລັບ​ເຈົ້າ ຕັ້ງແຕ່​ມື້​ທີ່ ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ.


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ແຕ່​ແທນທີ່​ລາວ​ຈະ​ໃຫ້ກຽດ​ພຣະ​ທີ່​ຄຸ້ມຄອງ​ປ້ອມ​ປ້ອງກັນ​ເມືອງ. ລາວ​ຈະ​ຖວາຍ​ເງິນ, ຄຳ, ເພັດພອຍ ແລະ​ສິ່ງຂອງ​ມີຄ່າ​ອື່ນໆ​ໃຫ້​ແກ່​ພະ​ຕົນ​ໜຶ່ງ ທີ່​ບັນພະບຸລຸດ​ຂອງຕົນ​ບໍ່ເຄີຍ​ຂາບໄຫວ້​ມາ​ກ່ອນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເມື່ອ​ເຮົາ​ພົບເຫັນ​ຊາດ​ອິດສະຣາເອນ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ພົບ​ໝາກອະງຸ່ນ​ທີ່​ກຳລັງ​ເກີດຂຶ້ນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ເມື່ອ​ເຮົາ​ໄດ້​ເຫັນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ເທື່ອ​ທຳອິດ ກໍ​ເໝືອນ​ໄດ້​ເຫັນ​ໝາກ​ເດື່ອເທດ​ສຸກ​ໃນ​ຕົ້ນ​ລະດູການ. ແຕ່​ເມື່ອ​ພວກເຂົາ​ໄດ້ມາ​ເຖິງ​ພູ​ເປອໍ​ແລ້ວ ພວກເຂົາ​ກໍໄດ້​ເລີ່ມ​ຂາບໄຫວ້​ພະບາອານ ແລະ​ບໍ່ດົນ​ພວກເຂົາ​ກໍ​ເປັນ​ໜ້າກຽດຊັງ ດັ່ງ​ບັນດາ​ຮູບພະ​ທີ່​ພວກເຂົາ​ຮັກ​ນັ້ນ.


ພວກເຈົ້າ​ໄດ້​ເຫັນ​ບັນດາ​ຮູບເຄົາຣົບ​ອັນ​ໜ້າລັງກຽດ ທີ່​ພວກເຂົາ​ເຮັດ​ດ້ວຍ​ໄມ້, ຫີນ, ເງິນ ແລະ​ຄຳ.


ແລະ​ເທວະດາ​ອີກ​ຕົນ​ໜຶ່ງ ເປັນ​ຕົນ​ທີ​ສອງ​ໄດ້​ນຳ​ໄປ ຮ້ອງ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ນັ້ນ ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ຄື​ນະຄອນ​ທີ່​ເຮັດ​ໃຫ້​ປະຊາຊາດ​ທັງປວງ ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫຼືອ​ເກີນ​ຂອງຕົນ ຕາມ​ຄວາມ​ປາຖະໜາ​ທາງ​ກາມ.”


ສິນຄ້າ​ເຫຼົ່ານັ້ນ​ຄື: ຄຳ, ເງິນ, ເພັດພອຍ​ຕ່າງໆ​ແລະ​ໄຂ່ມຸກ, ຜ້າປ່ານ​ເນື້ອລະອຽດ, ຜ້າ​ສີມ່ວງ, ຜ້າ​ໄໝ​ແລະ​ຜ້າ​ສີແດງເຂັ້ມ, ໄມ້​ຫອມ​ທຸກ​ຊະນິດ, ເຄື່ອງໃຊ້​ຕ່າງໆ​ທີ່​ເຮັດ​ດ້ວຍ​ງາ​ຊ້າງ ແລະ​ເຮັດ​ດ້ວຍ​ໄມ້​ອັນ​ມີຄ່າ, ເຮັດ​ດ້ວຍ​ທອງສຳຣິດ ເຮັດ​ດ້ວຍ​ເຫຼັກ ແລະ​ເຮັດ​ດ້ວຍ​ຫີນອ່ອນ,


ແລະ​ເປັ່ງ​ສຽງ​ດັງ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນັ້ນ ທີ່​ເຄີຍ​ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ ຜ້າ​ສີມ່ວງ​ອ່ອນ ຜ້າ​ສີແດງເຂັ້ມ ທີ່​ເຄີຍ​ປະດັບ​ຕົວ​ດ້ວຍ​ຄຳ ດ້ວຍ​ເພັດພອຍ​ຕ່າງໆ ແລະ​ດ້ວຍ​ໄຂ່ມຸກ​ນັ້ນ.


ດ້ວຍວ່າ, ການ​ຕັດສິນ​ຂອງ​ພຣະອົງ ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ ພຣະເຈົ້າ​ໄດ້​ລົງໂທດ​ນາງ ຍ້ອນ​ນາງ​ໄດ້​ຂ້າ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.”


ປະຕູ​ທັງ​ສິບສອງ​ນັ້ນ ເຮັດ​ດ້ວຍ​ໄຂ່ມຸກ​ສິບສອງ​ໜ່ວຍ ປະຕູ​ລະ​ໜ່ວຍ ແລະ​ຖະໜົນ​ໃນ​ນະຄອນ​ນັ້ນ ເປັນ​ຄຳ​ບໍຣິສຸດ​ສ່ອງໃສ​ເໝືອນ​ແກ້ວ.


ພວກເຂົາ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ການ​ຂ້າ​ຟັນ​ກັນ ການ​ເຊື່ອ​ເວດມົນ​ຄາຖາ, ການ​ຜິດ​ສິນທຳ​ທາງ​ເພດ ແລະ​ການ​ລັກ​ຂອງ​ພວກຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka