Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:3 - ພຣະຄຳພີສັກສິ

3 ເທວະດາ​ຕົນ​ນັ້ນ​ໄດ້​ຍົກ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງ​ກັນດານ ໂດຍ​ພຣະວິນຍານ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ ນັ່ງ​ຢູ່​ເທິງ​ຫລັງ​ສັດຮ້າຍ​ສີແດງເຂັ້ມ​ໂຕໜຶ່ງ ຊຶ່ງ​ມີ​ຫລາຍຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ຕົວ, ມັນ​ມີ​ເຈັດ​ຫົວ ແລະ​ສິບ​ເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ໃນ​ພຣະວິນຍານ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ. ທີ່​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ເທິງ​ສັດຮ້າຍ​ສີແດງເຂັ້ມ ເຊິ່ງ​ມີ​ຫລາຍ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ໂຕ, ມີ​ເຈັດ​ຫົວ ແລະ ສິບ​ເຂົາ.

Uka jalj uñjjattʼäta Copia luraña




ພຣະນິມິດ 17:3
26 Jak'a apnaqawi uñst'ayäwi  

ພໍ​ຂ້ານ້ອຍ​ຈາກ​ໄປ​ແລ້ວ​ຈະ​ເປັນ​ຢ່າງ​ໃດເດ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ພາ​ທ່ານ​ໜີໄປ​ບ່ອນ​ທີ່​ຄົນ​ບໍ່​ຮູ້ຈັກ? ເມື່ອ​ຂ້ານ້ອຍ​ບອກ​ກະສັດ​ອາຮາບ​ວ່າ​ທ່ານ​ຢູ່​ທີ່ນີ້, ແຕ່​ເພິ່ນ​ບໍ່​ພົບ​ທ່ານ ເພິ່ນ​ກໍ​ຈະ​ສັງຫານ​ຂ້ານ້ອຍ​ເສຍ. ທ່ານ​ຄົງ​ຮູ້​ແລ້ວ​ວ່າ ຂ້ານ້ອຍ​ເປັນ​ຜູ້​ທີ່​ນະມັດສະການ​ພຣະເຈົ້າຢາເວ​ຢ່າງ​ເຄັ່ງຄັດ​ຕັ້ງແຕ່​ນ້ອຍ​ມາ.


ທັງ​ເວົ້າ​ວ່າ, “ພວກເຮົາ​ໃນ​ທີນີ້​ມີ​ຢູ່​ນຳ​ກັນ​ຫ້າສິບ​ຄົນ ລ້ວນແລ້ວແຕ່​ເປັນ​ຄົນ​ແຂງແຮງ​ທັງນັ້ນ. ໃຫ້​ພວກເຮົາ​ໄປ​ຊອກຫາ​ນາຍ​ຂອງທ່ານ​ສາ. ບາງທີ​ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ຫອບ​ເອົາ​ນາຍ​ຂອງທ່ານ​ໄປ​ປະ​ໄວ້​ຢູ່​ເທິງ​ພູເຂົາ ຫລື​ຢູ່​ຕາມ​ຮ່ອມພູ​ບາງ​ແຫ່ງ​ກໍໄດ້.” ເອລີຊາ​ຕອບ​ວ່າ, “ບໍ່ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ໄປ.”


ຜູ້​ທີ່​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ຄື​ຜູ້ໃດ​ເດ​ນໍ ທີ່​ແນບ​ຢູ່​ໃນ​ອ້ອມແຂນ​ຄົນຮັກ​ຂອງ​ນາງ​ນັ້ນ? ນ້ອງ​ປຸກ​ອ້າຍ​ໃຫ້​ລຸກ​ຢູ່​ໃຕ້​ຕົ້ນໝາກຈອງ ບ່ອນ​ທີ່​ແມ່​ອ້າຍເອງ​ໃຫ້​ກຳເນີດ​ອ້າຍ.


ໃນ​ນິມິດ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ນຳ​ຂ້າພະເຈົ້າ​ກັບຄືນ​ມາ​ສູ່​ບ່ອນ​ທີ່​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທີ່​ບາບີໂລນ ແລ້ວ​ນິມິດ​ກໍ​ຫາຍ​ໄປ


ຕໍ່ມາ ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ດັງ​ກ້ອງ​ຂຶ້ນ​ທາງຫລັງ​ຂອງ​ຂ້າພະເຈົ້າ​ວ່າ, “ຈົ່ງ​ສັນລະເສີນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ທີ່​ເທິງ​ຟ້າສະຫວັນ.”


ທ່ານ​ໄດ້​ເດ່​ສ່ວນ​ທີ່​ເບິ່ງ​ຄື​ມື​ນັ້ນ​ອອກ​ມາ​ຈັບ​ຜົມ​ຂ້າພະເຈົ້າ. ແລ້ວ​ໃນ​ນິມິດ​ນີ້ ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ຍົກ​ຂ້າພະເຈົ້າ​ຂຶ້ນ​ສູ່​ອາກາດ ແລະ​ນຳ​ຂ້າພະເຈົ້າ​ໄປ​ທີ່​ນະຄອນ​ເຢຣູຊາເລັມ. ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ຂ້າງ​ໃນ​ເດີ່ນ​ປະຕູ​ທາງ​ທິດເໜືອ​ຂອງ​ພຣະວິຫານ ບ່ອນ​ທີ່​ມີ​ຮູບເຄົາຣົບ​ຂອງ​ຄວາມ​ຫວງແຫນ ຊຶ່ງ​ກະທຳ​ໃຫ້​ເກີດ​ຄວາມ​ຫວງແຫນ.


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ຂ້າພະເຈົ້າ​ຢາກ​ຮູ້​ກ່ຽວກັບ​ສິບ​ເຂົາ​ທີ່​ຢູ່​ເທິງ​ຫົວ​ຂອງ​ມັນ ແລະ​ເຂົາ​ອັນ​ໜຶ່ງ​ທີ່​ປົ່ງ​ຊ້ອນ​ອອກ​ມາ​ຕາມ​ຫລັງ ຊຶ່ງ​ເຮັດ​ໃຫ້​ສາມ​ເຂົາ​ຫລ່ອນ​ອອກ​ນັ້ນ. ເຂົາ​ອັນ​ນີ້​ມີ​ຕາ ແລະ​ມີ​ປາກ​ເວົ້າ​ຄູຍ​ໂອ້ອວດ​ຢ່າງ​ຈອງຫອງ. ມັນ​ເປັນ​ໜ້າເກງກົວ​ຫລາຍກວ່າ​ເຂົາ​ອື່ນໆ.


ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຈ້ອງເບິ່ງ​ເຂົາ​ເຫຼົ່ານັ້ນ ຂ້າພະເຈົ້າ​ກໍ​ເຫັນ​ເຂົາ​ນ້ອຍໆ​ອັນ​ໜຶ່ງ​ປົ່ງ​ອອກ​ມາ​ຈາກ​ເຂົາ​ທັງໝົດ ແລະ​ເຮັດ​ໃຫ້​ເຂົາ​ສາມ​ອັນ​ໃນ​ນັ້ນ​ຫລ່ອນ​ອອກ. ເຂົາ​ນ້ອຍ​ນີ້​ມີ​ຕາ​ເໝືອນ​ມະນຸດ ແລະ​ມີ​ປາກ​ເວົ້າ​ຄູຍໂມ້​ໂອ້ອວດ​ຢ່າງ​ຈອງຫອງ.


ພວກເຂົາ​ດຶງ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ອອກ ແລະ​ເອົາ​ເສື້ອຄຸມ​ສີແດງ​ສົດ​ມາ​ນຸ່ງ​ໃຫ້​ພຣະອົງ.


ເມື່ອ​ທັງສອງ​ຂຶ້ນ​ມາ​ຈາກ​ນໍ້າ​ແລ້ວ ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຮັບ​ເອົາ​ຟີລິບ​ໄປ ສ່ວນ​ຂ້າຣາຊການ​ຄົນ​ນັ້ນ ກໍ​ບໍ່​ເຫັນ​ຟີລິບ​ຕໍ່ໄປ​ອີກ ເພິ່ນ​ຈຶ່ງ​ເດີນທາງ​ເມືອ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມລົ້ນ.


ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


ແຕ່​ຍິງ​ຜູ້​ນີ້​ໄດ້​ຮັບ​ປີກ​ສອງ​ອັນ​ຂອງ​ນົກອິນຊີ​ໃຫຍ່ ເພື່ອ​ຈະ​ໄດ້​ບິນ​ໜີໄປ​ຫາ​ບ່ອນ​ຂອງ​ນາງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ສາມ​ປີ​ເຄິ່ງ ປອດໄພ​ຈາກ​ການ​ໂຈມຕີ​ຂອງ​ພະຍານາກ.


ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ປາກົດ​ໃນ​ສະຫວັນ​ດັ່ງນີ້: ມີ​ພະຍານາກ​ໃຫຍ່​ສີແດງ​ໂຕໜຶ່ງ ມີ​ເຈັດ​ຫົວ ສິບ​ເຂົາ ຢູ່​ເທິງ​ຫົວ​ນັ້ນ​ມີ​ມົງກຸດ​ເຈັດ​ອັນ.


ຝ່າຍ​ແມ່ຍິງ​ນັ້ນ ໄດ້​ປົບໜີ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ມາ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ໃຫ້​ນາງ ເພື່ອ​ວ່າ​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ທີ່​ນັ້ນ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.


ຍິງ​ທີ່​ທ່ານ​ເຫັນ​ນັ້ນ ໄດ້​ແກ່​ມະຫາ​ນະຄອນ​ທີ່​ມີ​ອຳນາດ​ເໜືອ​ບັນດາ​ກະສັດ​ທັງຫລາຍ ທົ່ວ​ແຜ່ນດິນ​ໂລກ.”


ຍິງ​ຜູ້ນັ້ນ ນຸ່ງ​ເຄື່ອງ​ສີມ່ວງ​ອ່ອນ​ແລະ​ສີແດງເຂັ້ມ ແລະ​ປະດັບ​ຕົວ​ດ້ວຍ​ເຄື່ອງ​ຄຳ, ເພັດພອຍ ແລະ​ໄຂ່ມຸກ. ໃນ​ມື​ຂອງ​ນາງ​ມີ​ຈອກ​ຄຳ ທີ່​ເຕັມ​ແຕ່​ມົນທິນ​ອັນ​ໜ້າຂີ້ດຽດ ເປັນ​ຜົນ​ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນາງ.


ສິນຄ້າ​ເຫຼົ່ານັ້ນ​ຄື: ຄຳ, ເງິນ, ເພັດພອຍ​ຕ່າງໆ​ແລະ​ໄຂ່ມຸກ, ຜ້າປ່ານ​ເນື້ອລະອຽດ, ຜ້າ​ສີມ່ວງ, ຜ້າ​ໄໝ​ແລະ​ຜ້າ​ສີແດງເຂັ້ມ, ໄມ້​ຫອມ​ທຸກ​ຊະນິດ, ເຄື່ອງໃຊ້​ຕ່າງໆ​ທີ່​ເຮັດ​ດ້ວຍ​ງາ​ຊ້າງ ແລະ​ເຮັດ​ດ້ວຍ​ໄມ້​ອັນ​ມີຄ່າ, ເຮັດ​ດ້ວຍ​ທອງສຳຣິດ ເຮັດ​ດ້ວຍ​ເຫຼັກ ແລະ​ເຮັດ​ດ້ວຍ​ຫີນອ່ອນ,


ແລະ​ເປັ່ງ​ສຽງ​ດັງ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນັ້ນ ທີ່​ເຄີຍ​ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ ຜ້າ​ສີມ່ວງ​ອ່ອນ ຜ້າ​ສີແດງເຂັ້ມ ທີ່​ເຄີຍ​ປະດັບ​ຕົວ​ດ້ວຍ​ຄຳ ດ້ວຍ​ເພັດພອຍ​ຕ່າງໆ ແລະ​ດ້ວຍ​ໄຂ່ມຸກ​ນັ້ນ.


ເພິ່ນ​ໄດ້​ຍົກ​ຂ້າພະເຈົ້າ​ດ້ວຍ​ພຣະວິນຍານ ໄປ​ເທິງ​ພູ​ສູງ​ໜ່ວຍ​ໃຫຍ່ ແລະ​ໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ນະຄອນ​ສັກສິດ ຄື​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ລົງ​ມາ​ຈາກ​ສະຫວັນ ແລະ​ຈາກ​ພຣະເຈົ້າ.


ໃນ​ທັນໃດນັ້ນ ຂ້າພະເຈົ້າ​ໄດ້​ປະກອບ​ໄປ​ດ້ວຍ​ພຣະວິນຍານ ແລະ​ເບິ່ງແມ! ມີ​ຣາຊບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ ມີ​ທ່ານ​ອົງ​ໜຶ່ງ​ປະທັບ​ຢູ່​ເທິງ​ບັນລັງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka