Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:17 - ພຣະຄຳພີສັກສິ

17 ດ້ວຍວ່າ ພຣະເຈົ້າ​ໄດ້​ດົນໃຈ​ໃຫ້​ພວກເຂົາ​ປະຕິບັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ ໂດຍ​ໃຫ້​ພວກເຂົາ​ມີ​ຄວາມ​ຄິດ​ຢ່າງ​ດຽວກັນ ແລະ​ໄດ້​ມອບ​ອານາຈັກ​ຂອງ​ພວກເຂົາ​ໃຫ້​ແກ່​ສັດຮ້າຍ​ນັ້ນ ເພື່ອ​ປົກຄອງ​ຈົນກວ່າ​ຈະ​ສຳເລັດ ຕາມ​ພຣະທຳ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ເພາະ​ພຣະເຈົ້າ​ໃສ່​ສິ່ງ​ນັ້ນ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກເຂົາ​ເພື່ອ​ໃຫ້​ບັນລຸ​ຕາມ​ຈຸດປະສົງ​ຂອງ​ພຣະອົງ​ໂດຍ​ໃຫ້​ພວກເຂົາ​ເຫັນດີ​ມອບ​ອຳນາດ​ການປົກຄອງ​ຂອງ​ພວກເຂົາ​ແກ່​ສັດຮ້າຍ​ນັ້ນ​ຈົນກວ່າ​ຈະ​ສຳເລັດ​ຕາມ​ພຣະທຳ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 17:17
28 Jak'a apnaqawi uñst'ayäwi  

ແລ້ວ​ເອຊະຣາ​ກໍ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ໄດ້​ເຮັດ​ໃຫ້​ກະສັດ​ເຕັມໃຈ​ຍ້ອງຍໍ​ໃຫ້ກຽດ​ແກ່​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ນະຄອນ​ເຢຣູຊາເລັມ.


ຊາວ​ເອຢິບ​ຈຶ່ງ​ກຽດຊັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ອຸບາຍ​ຕໍ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.


ມະນຸດ​ວາງແຜນ​ໄວ້​ຫລາຍໆ​ຢ່າງ, ແຕ່​ພຣະປະສົງ​ຂອງ​ພຣະເຈົ້າຢາເວ​ຈະ​ດີເດັ່ນ​ກວ່າ.


ພຣະເຈົ້າຢາເວ​ຄວບຄຸມ​ຈິດໃຈ​ຂອງ​ກະສັດ​ໄດ້​ງ່າຍ​ດັ່ງ​ຊີ້ທາງ​ໃຫ້​ສາຍນໍ້າ​ລ່ອງໄຫລ.


ແຕ່​ພຣະເຈົ້າຢາເວ​ໄດ້​ຊ່ວຍຊູ​ຊາດ​ອິດສະຣາເອນ ແລະ​ຄວາມມີໄຊ​ຂອງ​ພວກເຂົາ​ກໍ​ດຳລົງ​ໄປ​ຕະຫລອດ; ພຣະອົງ​ຈະ​ບໍ່​ໃຫ້​ປະຊາຊົນ​ຂອງ​ພຣະອົງ ໄດ້​ຖືກ​ອັບອາຍ​ຂາຍໜ້າ​ອີກ​ຈັກເທື່ອ.”’


ເຮົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ. ເຮົາ​ຈະ​ບໍ່​ຢຸດຢັ້ງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ສຳລັບ​ພວກເຂົາ ແລະ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ພວກເຂົາ​ຢຳເກງ​ເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ເຮົາ.


ຊາຍ​ທີ່​ນຸ່ງຫົ່ມ​ຜ້າປ່ານ ຜູ້​ທີ່​ຢືນ​ຢູ່​ເໜືອ​ນໍ້າ​ໄດ້​ຍົກ​ມື​ຂວາ​ແລະ​ມື​ຊ້າຍ​ຂອງ​ເພິ່ນ​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ຂ້າພະເຈົ້າ​ໄດ້ຍິນ​ເພິ່ນ​ສາບານ​ໂດຍ​ອົງ​ຊົງ​ດຳລົງ​ຢູ່​ຕະຫຼອດໄປ​ເປັນນິດ​ວ່າ, “ຈະ​ເປັນ​ເວລາ​ສາມ​ປີ​ເຄິ່ງ. ເມື່ອ​ການ​ປະຫັດ​ປະຫານ​ໄພ່ພົນ​ຂອງ​ພຣະເຈົ້າ​ສິ້ນສຸດ​ລົງ​ແລ້ວ ສິ່ງ​ທັງໝົດ​ເຫຼົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ.”


ບຸດ​ມະນຸດ​ຈະ​ສະເດັດ​ໄປ​ຕາມ​ທີ່​ໄດ້​ຊົງ​ກຳນົດ​ໄວ້​ແລ້ວ​ກໍ​ຈິງ ແຕ່​ວິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດ​ມະນຸດ.”


ແລ້ວ​ມານຊາຕານ ກໍ​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ ຜູ້​ທີ່​ຄົນ​ທັງຫລາຍ​ເອີ້ນ​ກັນ​ວ່າ ອິດສະກາຣີອົດ ລາວ​ເປັນ​ຜູ້ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ.


ດ້ວຍ​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຄຳ​ທີ່​ຂຽນ​ໃນ​ພຣະຄຳພີ​ນັ້ນ ຈະ​ຕ້ອງ​ສຳເລັດ​ໃນ​ເຮົາ ຄື​ຄຳ​ທີ່​ວ່າ, ‘ທ່ານ​ຖືກ​ນັບ​ເຂົ້າ​ກັບ​ຄົນ​ອະທຳ.”’


ຖ້າ​ພຣະອົງ​ຊົງ​ເອີ້ນ​ຜູ້​ຮັບ​ພຣະທຳ​ຂອງ​ພຣະເຈົ້າ​ວ່າ​ເປັນ​ພຣະ ພຣະຄຳພີ​ນັ້ນ​ຈະ​ຖືກ​ລຶບລ້າງ​ເສຍ​ບໍ່ໄດ້.


ເຮົາ​ບໍ່ໄດ້​ກ່າວ​ເຖິງ​ພວກເຈົ້າ​ທຸກຄົນ ເຮົາ​ຮູ້ຈັກ​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້​ນັ້ນ, ແຕ່​ຈະ​ເປັນ​ຈິງ​ຕາມ​ພຣະຄຳພີ​ໄດ້​ກ່າວ​ໄວ້​ວ່າ, ‘ຜູ້​ທີ່​ກິນ​ອາຫານ​ຂອງເຮົາ ກໍ​ຍໍ​ສົ້ນ​ຕີນ​ໃສ່​ເຮົາ.’


ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກຳລັງ​ຮ່ວມ​ຮັບປະທານ​ອາຫານ​ຢູ່​ນັ້ນ ມານຮ້າຍ​ໄດ້​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ອິດສະກາຣີອົດ ລູກຊາຍ​ຂອງ​ຊີໂມນ ໃຫ້​ມີ​ຄວາມ​ຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.


ພວກ​ທະຫານ​ໄດ້​ເວົ້າ​ກັນ​ວ່າ, “ຢ່າ​ຈີກ​ຜ້າ​ຕ່ອນ​ນີ້ ໃຫ້​ພວກເຮົາ​ຈົກ​ສະຫລາກ​ເອົາ​ວ່າ ແມ່ນ​ຜູ້ໃດ​ຈະ​ໄດ້.” ການ​ນີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ໃຫ້​ສຳເລັດ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພວກເຂົາ​ໄດ້​ເອົາ​ເສື້ອຜ້າ​ ຂອງ​ຂ້ານ້ອຍ​ແບ່ງປັນ​ກັນ ພວກເຂົາ​ຈົກ​ສະຫລາກ​ ເອົາ​ເສື້ອຄຸມ​ຂອງ​ຂ້ານ້ອຍ.” ພວກ​ທະຫານ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້.


ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ຮູ້​ວ່າ​ທຸກສິ່ງ​ໄດ້​ສຳເລັດ​ແລ້ວ, ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ພຣະອົງ​ໄດ້​ຊົງ​ກ່າວ​ວ່າ, “ເຮົາ​ຫິວນໍ້າ.”


ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ທີ່​ຊົງ​ບັນດານ​ໃຫ້​ຕີໂຕ​ມີ​ໃຈ​ກະຕື​ລືລົ້ນ​ສຳລັບ​ພວກເຈົ້າ​ດັ່ງ​ທີ່​ເຮົາ​ເອງ​ມີ​ຢູ່.


ແຕ່​ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ອອກສຽງ ຄື​ເປົ່າແກ​ຂອງ​ເພິ່ນ​ນັ້ນ, ແຜນການ​ອັນ​ເລິກລັບ​ຂອງ​ພຣະເຈົ້າ​ກໍ​ສຳເລັດຜົນ ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ປະກາດ​ເປັນ​ຂ່າວປະເສີດ​ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ພວກ​ຜູ້ທຳນວາຍ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ໃຫຍ່ຫລວງ ແລະ​ໜ້າ​ອັດສະຈັນ​ໃນ​ສະຫວັນ​ອີກ​ຢ່າງ​ໜຶ່ງ ຄື​ມີ​ເທວະດາ​ເຈັດ​ຕົນ​ຖື​ໄພ​ອັນຕະລາຍ​ເຈັດ​ຢ່າງ ເປັນ​ໄພ​ອັນຕະລາຍ​ຄັ້ງ​ສຸດທ້າຍ ເພາະວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ເປັນ​ການ​ສິ້ນສຸດ​ລົງ.


ກະສັດ​ທັງ​ສິບ​ອົງ​ນີ້​ມີ​ຈິດໃຈ​ຢ່າງ​ດຽວກັນ ແລະ​ພວກເຂົາ​ມອບ​ຣິດເດດ ແລະ​ຣິດອຳນາດ​ຂອງຕົນ​ໃຫ້​ແກ່​ສັດຮ້າຍ​ນັ້ນ.


ເທວະດາ​ຕົນ​ນັ້ນ ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ, ຄວາມສຸກ​ມີ​ແກ່​ຄົນ​ທັງຫລາຍ ທີ່​ໄດ້​ຮັບ​ເຊີນ​ມາ​ໃນ​ງານ​ລ້ຽງ​ສົມຣົດ​ຂອງ​ພຣະ​ເມສານ້ອຍ​ນັ້ນ” ແລະ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ເຫຼົ່ານີ້ ເປັນ​ພຣະທຳ​ທ່ຽງແທ້​ຂອງ​ພຣະເຈົ້າ.”


ແລ້ວ​ພວກເຂົາ​ທຸກຄົນ​ໄດ້​ຮັບ​ເສື້ອຄຸມ​ສີ​ຂາວ ແລະ​ໄດ້​ຮັບ​ຄຳສັ່ງ​ໃຫ້​ຄອຍ​ຖ້າ​ໄປ​ອີກ​ໄລຍະ​ໜຶ່ງ ຈົນກວ່າ​ຈຳນວນ​ເພື່ອນ​ຜູ້ຮັບໃຊ້ ແລະ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ມາ​ຄົບ​ຈຳນວນ ຄື​ພວກ​ທີ່​ກຳລັງ​ຈະ​ຖືກ​ຂ້າ​ເໝືອນກັນ​ກັບ​ພວກເຂົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka