Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:15 - ພຣະຄຳພີສັກສິ

15 ເທວະດາ​ຕົນ​ນັ້ນ ຍັງ​ເວົ້າ​ຕໍ່​ຂ້າພະເຈົ້າ​ອີກ​ວ່າ, “ແມ່ນໍ້າ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ຊຶ່ງ​ເປັນ​ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ໄດ້​ແກ່​ບັນດາ​ຊົນຊາດ ປະຊາຊົນ​ທັງຫລາຍ ບັນດາ​ປະຊາຊາດ ແລະ​ພາສາ​ຕ່າງໆ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ນ້ຳ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ຄື​ບັນດາ​ປະຊາຊົນ, ມວນຊົນ, ປະຊາຊາດ ແລະ ພາສາ​ຕ່າງໆ.

Uka jalj uñjjattʼäta Copia luraña




ພຣະນິມິດ 17:15
14 Jak'a apnaqawi uñst'ayäwi  

ບ້ວງ​ແຫ່ງ​ຄວາມຕາຍ​ກໍ​ອ້ອມຮອບ​ຂ້ານ້ອຍ​ຢູ່ ຄື້ນ​ແຫ່ງ​ການທຳລາຍ​ນັ້ນ​ກໍໄດ້​ໄຫລ​ຖ້ວມ​ຂ້ານ້ອຍ​ໄວ້.


ພຣະອົງ​ເຮັດ​ໃຫ້​ຄື້ນ​ທະເລ​ອັນ​ປັ່ນປ່ວນ​ສະຫງົບ​ລົງ ສຽງ​ອຶກກະທຶກ​ຂອງ​ປະຊາຊົນ​ມິດງຽບ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງແມ! ນໍ້າ​ກຳລັງ​ນອງ​ຢູ່​ທາງ​ທິດເໜືອ ແລະ​ຈະ​ໄຫລ​ແຮງ​ດັ່ງ​ນໍ້າ​ຫ້ວຍ​ຖ້ວມລົ້ນ​ຕາຝັ່ງ. ນໍ້າ​ນັ້ນ​ຈະ​ຖ້ວມ​ທຸກໆສິ່ງ​ທົ່ວ​ທັງ​ດິນແດນ ລວມ​ທັງ​ເມືອງ​ກັບ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ. ປະຊາຊົນ​ຈະ​ໂຮຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ ທຸກຄົນ​ໃນ​ແຜ່ນດິນ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.


ປະເທດ​ນີ້​ມີ​ແມ່ນໍ້າ​ຫລາຍ​ສາຍ ທັງ​ມີ​ຊັບສົມບັດ​ຢ່າງ​ຫລວງຫລາຍ, ແຕ່​ເຖິງ​ຄາວ​ສຸດທ້າຍ​ແລ້ວ ແລະ​ຊີວິດ​ຂອງ​ມັນ​ກໍ​ຖືກ​ຕັດ​ສາ​ແລ້ວ.


ທະເລ​ໄຫລ​ຖ້ວມ​ນະຄອນ​ບາບີໂລນ ແລະ​ຄື້ນ​ທະເລ​ກໍ​ຄຶກຄະນອງ​ຖ້ວມ​ເມືອງ.


ເຮົາ​ກຳລັງ​ຈະ​ທຳລາຍ​ນະຄອນ​ບາບີໂລນ ແລະ​ເຮັດ​ໃຫ້​ດິນແດນ​ມິດງຽບ​ໄປ​ຕະຫລອດ. ກອງທັບ​ລຸລັ່ງ​ຖັ່ງເທ​ດັ່ງ​ຄື້ນ​ທະເລ​ໄຫລ​ເຂົ້າ​ມາ ບຸກໂຈມຕີ​ເມືອງ​ສຽງດັງ​ກ້ອງສະໜັ່ນ.


ບ່ອນ​ນັ້ນ​ມີ​ນໍ້າ​ທີ່​ເຮັດ​ໃຫ້​ມັນ​ເຕີບໃຫຍ່​ຂຶ້ນ​ມາ ມີ​ລຳນໍ້າ​ຕ່າງໆ​ທີ່​ພື້ນດິນ​ຄອຍ​ລໍ່ລ້ຽງ. ມັນ​ໃຫ້​ຄວາມ​ຊຸ່ມຊື່ນ​ບ່ອນ​ທີ່​ຕົ້ນໄມ້​ໃຫຍ່​ຂຶ້ນ​ມາ ແລະ​ລໍ່ລ້ຽງ​ຕົ້ນໄມ້​ທຸກ​ຕົ້ນ​ໃນ​ປ່າ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ຮັບ​ຄຳສັ່ງ​ວ່າ, “ເຈົ້າ​ຕ້ອງ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອີກເທື່ອໜຶ່ງ ກ່ຽວກັບ​ບັນດາ​ຊົນຊາດ​ທັງຫລາຍ, ບັນດາ​ປະຊາຊາດ, ພາສາ ແລະ​ກະສັດ​ທັງຫລາຍ.”


ຄົນ​ຈາກ​ຫລາຍ​ຊົນຊາດ, ຫລາຍ​ເຜົ່າ, ຫລາຍ​ພາສາ ແລະ ຫລາຍ​ປະເທດ​ຈະ​ມາ​ເບິ່ງ​ຊາກສົບ​ຂອງ​ພວກເພິ່ນ ຢູ່​ຕະຫລອດ​ສາມ​ວັນ​ເຄິ່ງ ແລະ​ພວກເຂົາ​ຈະ​ບໍ່​ຍອມ​ໃຫ້​ນຳ​ຊາກສົບ​ເຫຼົ່ານັ້ນ ໄປ​ບັນຈຸ​ໄວ້​ໃນ​ອຸບມຸງ.


ແລ້ວ​ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ທັງ​ເຈັດ​ໜ່ວຍ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້​ເທີ້ນ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ການ​ຊົງ​ພິພາກສາ​ລົງໂທດ ຍິງໂສເພນີ​ຄົນ​ສຳຄັນ ທີ່​ນັ່ງ​ຢູ່​ເທິງ​ແມ່ນໍ້າ​ອັນ​ຫລວງຫລາຍ.


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka