ພຣະນິມິດ 17:14 - ພຣະຄຳພີສັກສິ14 ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່14 ພວກເຂົາຈະສູ້ຮົບກັບລູກແກະຂອງພຣະເຈົ້າ, ແຕ່ລູກແກະຂອງພຣະເຈົ້າຈະຊະນະພວກເຂົາເພາະພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະ ເປັນກະສັດເໜືອກະສັດທັງຫລາຍ ແລະ ບັນດາຄົນທີ່ຢູ່ກັບພຣະອົງເປັນຜູ້ທີ່ພຣະອົງໄດ້ເອີ້ນ, ເລືອກໄວ້ ແລະ ເປັນຜູ້ຕິດຕາມທີ່ສັດຊື່ຂອງພຣະອົງ”. Uka jalj uñjjattʼäta |
ສິງກຳລັງອອກມາຈາກປ່າຕຶບຂອງແຄມແມ່ນໍ້າຈໍແດນ ສູ່ທົ່ງຫຍ້າຂຽວສັນໃດ; ເຮົາກໍກຳລັງອອກມາເຮັດໃຫ້ຊາວບາບີໂລນ ແລ່ນໜີຈາກເມືອງຂອງພວກເຂົາຢ່າງກະທັນຫັນສັນນັ້ນ. ແລ້ວພວກເຈົ້ານາຍທີ່ເຮົາເລືອກໄວ້ກໍຈະປົກຄອງປະເທດ. ຜູ້ໃດປຽບທຽບກັບເຮົາໄດ້ແດ່? ຜູ້ໃດທ້າທາຍກັບເຮົາໄດ້ແດ່? ມີຜູ້ປົກຄອງຄົນໃດຕ້ານທານເຮົາໄດ້?
ບໍ່ແມ່ນເຈົ້າທັງຫລາຍໄດ້ເລືອກເອົາເຮົາ, ແຕ່ຝ່າຍເຮົາໄດ້ເລືອກເອົາພວກເຈົ້າ ແລະແຕ່ງຕັ້ງເຈົ້າທັງຫລາຍເພື່ອໃຫ້ອອກໄປ ແລະເກີດຜົນ, ເພື່ອຜົນຂອງພວກເຈົ້າຈະຕັ້ງຢູ່ຖາວອນ, ເພື່ອວ່າເມື່ອເຈົ້າທັງຫລາຍຈະທູນຂໍສິ່ງໃດ ຈາກພຣະບິດາເຈົ້າໃນນາມຂອງເຮົາ ພຣະອົງກໍຈະຊົງປະທານສິ່ງນັ້ນໃຫ້ແກ່ພວກເຈົ້າ.
ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ພວກເຈົ້າກຳລັງຈະໄດ້ຮັບນັ້ນ. ເບິ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກ ເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດ ຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.