Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:12 - ພຣະຄຳພີສັກສິ

12 ເຂົາ​ທັງ​ສິບ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ໄດ້​ແກ່​ກະສັດ​ສິບ​ອົງ ທີ່​ຍັງ​ບໍ່ໄດ້​ສະເຫວີຍ​ຣາຊສົມບັດ ແຕ່​ຈະ​ໄດ້​ຮັບ​ອຳນາດ​ເໝືອນ​ກະສັດ​ດ້ວຍ​ກັນ​ກັບ​ສັດຮ້າຍ​ນັ້ນ​ໜຶ່ງ​ຊົ່ວໂມງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 “ສ່ວນ​ເຂົາ​ທັງ​ສິບ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຄື​ກະສັດ​ສິບ​ອົງ​ທີ່​ຍັງ​ບໍ່​ໄດ້​ຮັບ​ອານາຈັກ​ເທື່ອ, ແຕ່​ຈະ​ໄດ້​ຮັບ​ສິດອຳນາດ​ໃນ​ຖານະ​ກະສັດ​ຮ່ວມ​ກັບ​ສັດຮ້າຍ​ນັ້ນ​ເປັນ​ໄລຍະ​ເວລາ​ໜຶ່ງ​ຊົ່ວໂມງ.

Uka jalj uñjjattʼäta Copia luraña




ພຣະນິມິດ 17:12
12 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ຢາກ​ຮູ້​ກ່ຽວກັບ​ສິບ​ເຂົາ​ທີ່​ຢູ່​ເທິງ​ຫົວ​ຂອງ​ມັນ ແລະ​ເຂົາ​ອັນ​ໜຶ່ງ​ທີ່​ປົ່ງ​ຊ້ອນ​ອອກ​ມາ​ຕາມ​ຫລັງ ຊຶ່ງ​ເຮັດ​ໃຫ້​ສາມ​ເຂົາ​ຫລ່ອນ​ອອກ​ນັ້ນ. ເຂົາ​ອັນ​ນີ້​ມີ​ຕາ ແລະ​ມີ​ປາກ​ເວົ້າ​ຄູຍ​ໂອ້ອວດ​ຢ່າງ​ຈອງຫອງ. ມັນ​ເປັນ​ໜ້າເກງກົວ​ຫລາຍກວ່າ​ເຂົາ​ອື່ນໆ.


ສິບ​ເຂົາ​ນັ້ນ​ແມ່ນ​ກະສັດ​ສິບ​ຄົນ​ທີ່​ຈະ​ປົກຄອງ​ຈັກກະພົບ​ນັ້ນ. ແລ້ວ​ຈະ​ມີ​ກະສັດ​ອີກ​ອົງ​ໜຶ່ງ​ປາກົດ​ຕົວ​ຂຶ້ນ; ກະສັດ​ຄົນ​ນີ້​ຈະ​ແຕກຕ່າງ​ຈາກ​ກະສັດ​ຄົນ​ກ່ອນ​ຫລາຍ ແລະ​ເພິ່ນ​ຈະ​ໂຄ່ນລົ້ມ​ກະສັດ​ສາມ​ຄົນ​ນັ້ນ​ເສຍ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ຮັບ​ຄຳສັ່ງ​ວ່າ, “ເຈົ້າ​ຕ້ອງ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ອີກເທື່ອໜຶ່ງ ກ່ຽວກັບ​ບັນດາ​ຊົນຊາດ​ທັງຫລາຍ, ບັນດາ​ປະຊາຊາດ, ພາສາ ແລະ​ກະສັດ​ທັງຫລາຍ.”


ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ປາກົດ​ໃນ​ສະຫວັນ​ດັ່ງນີ້: ມີ​ພະຍານາກ​ໃຫຍ່​ສີແດງ​ໂຕໜຶ່ງ ມີ​ເຈັດ​ຫົວ ສິບ​ເຂົາ ຢູ່​ເທິງ​ຫົວ​ນັ້ນ​ມີ​ມົງກຸດ​ເຈັດ​ອັນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສັດຮ້າຍ​ໂຕໜຶ່ງ ຂຶ້ນ​ມາ​ຈາກ​ທະເລ ມັນ​ມີ​ສິບ​ເຂົາ​ກັບ​ເຈັດ​ຫົວ ແລະ​ຢູ່​ເທິງ​ແຕ່ລະ​ເຂົາ​ມີ​ມົງກຸດ​ອັນ​ໜຶ່ງ ແລະ​ຢູ່​ເທິງ​ແຕ່ລະ​ຫົວ​ມີ​ຊື່​ເປັນ​ຄຳ​ໝິ່ນປະໝາດ​ພຣະເຈົ້າ.


ເຂົາ​ທັງ​ສິບ​ກັບ​ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຈະ​ພາກັນ​ກຽດຊັງ​ຍິງໂສເພນີ ຈະ​ເຮັດ​ໃຫ້​ມັນ​ຂາດ​ມິດ​ສະຫາຍ​ແລະ​ເປືອຍກາຍ ຈະ​ກັດ​ກິນ​ຊີ້ນ​ແລະ​ຈະ​ເອົາ​ໄຟ​ເຜົາ​ມັນ​ເສຍ.


ກະສັດ​ເຫຼົ່ານັ້ນ​ກໍ​ຢືນ​ຢູ່​ຫ່າງໄກ ເພາະ​ຢ້ານ​ໄພ​ແຫ່ງ​ການ​ທໍລະມານ​ຂອງ​ນະຄອນ​ນັ້ນ ແລະ​ຈະ​ກ່າວ​ວ່າ, “ວິບັດ ວິບັດ​ແລ້ວ ບາບີໂລນ​ມະຫາ​ນະຄອນ​ທີ່​ແຂງແຮງ​ເອີຍ ເຈົ້າ​ໄດ້​ຖືກ​ການ​ພິພາກສາ​ລົງໂທດ​ເສຍ ພາຍ​ໃນ​ຊົ່ວໂມງ​ດຽວ​ເທົ່ານັ້ນ.”


ພຽງແຕ່​ຊົ່ວໂມງ​ດຽວ ຊັບສົມບັດ​ເຫຼົ່ານັ້ນ​ກໍໄດ້​ຖືກ​ທຳລາຍ​ເສຍ​ໄປ​ໝົດ.” ນາຍ​ເຮືອ​ກຳປັ່ນ​ທຸກຄົນ ແລະ​ຄົນ​ໂດຍສານ ບັນດາ​ລູກ​ເຮືອ ແລະ​ຄົນ​ທັງໝົດ ທີ່​ມີ​ອາຊີບ​ທາງ​ທະເລ ຕ່າງ​ກໍ​ພາກັນ​ຢືນ​ຢູ່​ຫ່າງໄກ,


ພວກເຂົາ​ໄດ້​ເອົາ​ຂີ້ຝຸ່ນ​ດິນ​ໃສ່​ຫົວ​ຂອງຕົນ ພ້ອມ​ທັງ​ຮ້ອງໄຫ້​ແລະ​ໂສກເສົ້າ ເອີ່ຍ​ຂຶ້ນ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຄົນ​ທັງໝົດ​ທີ່​ມີ​ເຮືອ​ກຳປັ່ນ​ເດີນ​ທະເລ ເປັນ​ຄົນ​ຮັ່ງມີ​ດ້ວຍ​ຊັບສົມບັດ​ຂອງ​ນາງ, ພາຍ​ໃນ​ຊົ່ວໂມງ​ດຽວ ກໍ​ຖືກ​ຊົງ​ທຳລາຍ​ເສຍ​ໄປ​ໝົດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka