Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:9 - ພຣະຄຳພີສັກສິ

9 ພວກເຂົາ​ໄດ້​ຖືກ​ເຜົາໄໝ້​ດ້ວຍ​ແສງ​ແດດກ້າ ແລະ​ພວກເຂົາ​ກໍໄດ້​ສາບແຊ່ງ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ທີ່​ມີ​ສິດ​ອຳນາດ​ເໜືອ​ໄພພິບັດ​ນັ້ນ ແລະ​ພວກເຂົາ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເພື່ອ​ຖວາຍ​ພຣະກຽດ​ແກ່​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ພວກເຂົາ​ຖືກ​ເຜົາ​ດ້ວຍ​ຄວາມຮ້ອນ​ກ້າ ແລະ ພວກເຂົາ​ກໍ​ປ້ອຍ​ດ່າ​ນາມ​ຂອງ​ພຣະເຈົ້າ​ຜູ້​ຄວບຄຸມ​ໄພພິບັດ​ເຫລົ່ານີ້, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ ແລະ ຖວາຍ​ກຽດ​ແກ່​ພຣະອົງ.

Uka jalj uñjjattʼäta Copia luraña




ພຣະນິມິດ 16:9
20 Jak'a apnaqawi uñst'ayäwi  

ເອລີຊາ​ເວົ້າ​ຍັງ​ບໍ່​ທັນ​ຈົບ, ກະສັດ ກໍ​ມາຮອດ ແລະ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ນຳ​ເອົາ​ຄວາມ​ເດືອດຮ້ອນ​ນີ້​ມາ​ສູ່​ພວກເຮົາ. ເຫດໃດ​ຂ້າພະເຈົ້າ​ຈຶ່ງ​ຈະ​ລໍຖ້າ​ພຣະເຈົ້າຢາເວ​ໃຫ້​ດຳເນີນການ​ຢ່າງໃດ​ຢ່າງໜຶ່ງ?”


ເມື່ອ​ຄວາມ​ເດືອດຮ້ອນ​ມາ​ຈົນເຖິງ​ທີ່ສຸດ ອາຮາດ​ກໍ​ຍິ່ງ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຫລາຍ​ຂຶ້ນ.


ເປັນຫຍັງ​ພວກເຈົ້າ​ຈຶ່ງ​ສືບຕໍ່​ກະບົດ? ພວກເຈົ້າ​ຢາກ​ຈະ​ໃຫ້​ເຮົາ​ລົງໂທດ​ໜັກ​ຂຶ້ນ​ຊັ້ນບໍ? ຊາດ​ອິດສະຣາເອນ​ເອີຍ ຫົວ​ເຈົ້າ​ມີ​ແຕ່​ບາດແຜ ແລະ​ແນວຄິດ​ຈິດໃຈ​ຂອງເຈົ້າ​ກໍ​ເສື່ອມເສຍ.


ປະຊາຊົນ​ຈະ​ພາກັນ​ຊັດເຊ​ພະເນຈອນ​ໄປ​ຢູ່​ທົ່ວ​ປະເທດ ທັງ​ສິ້ນຫວັງ ແລະ​ອຶດຢາກ. ເພາະ​ຄວາມ​ອຶດຢາກ ແລະ​ຄວາມ​ໂກດຮ້າຍ ພວກເຂົາ​ຈະ​ປ້ອຍດ່າ​ກະສັດ​ແລະ​ພຣະເຈົ້າ​ຂອງຕົນ. ພວກເຂົາ​ອາດ​ຈະ​ເງີຍໜ້າ​ຂຶ້ນ​ສູ່​ຟ້າ​ຫລື​ກົ້ມ​ໜ້າ​ລົງ​ສູ່​ດິນ


ຫລາຍ​ວັນ​ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ຂ້າພະເຈົ້າ ໃຫ້​ກັບຄືນ​ໄປ​ທີ່​ແມ່ນໍ້າ​ເອີຟຣັດ​ອີກ ເພື່ອ​ເອົາ​ເສື້ອຊ້ອນ​ເຫຼົ່ານັ້ນ​ມາ.


ແມ່ນແທ້ ພຣະເຈົ້າຢາເວ​ຊອກຫາ​ຄວາມສັດຊື່ ພຣະອົງ​ຂ້ຽນຕີ​ພວກເຈົ້າ ແຕ່​ກໍ​ບໍ່​ສົນໃຈ​ຮໍ່າຮຽນ; ພຣະອົງ​ໄດ້​ຢຽບຢໍ່າ​ພວກເຈົ້າ ແຕ່​ກໍ​ບໍ່​ຍອມ​ຮໍ່າຮຽນ ພວກເຈົ້າ​ດື້ດ້ານ​ທັງ​ບໍ່​ຍອມ​ຫັນໜີ​ຈາກ​ການບາບ.


ນະຄອນ​ເຢຣູຊາເລັມ​ເອີຍ ການກະທຳ​ອັນ​ຜິດ​ສິນທຳ​ຕ່າງໆ​ຂອງເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ມົນທິນ. ແມ່ນ​ວ່າ​ເຮົາ​ພະຍາຍາມ​ຊຳລະ​ເຈົ້າ​ໃຫ້​ບໍຣິສຸດ​ກໍດີ ເຈົ້າ​ກໍ​ຍັງ​ມີ​ມົນທິນ​ຢູ່. ເຈົ້າ​ຈະ​ບໍ່​ສະອາດ​ແທ້ ຈົນກວ່າ​ເຈົ້າ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ.


ບໍ່ແມ່ນ​ດອກ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຖ້າ​ພວກເຈົ້າ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.


ບໍ່ແມ່ນ​ດອກ ເຮົາ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຈົ້າ​ທັງໝົດ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.”


ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ກັບ​ມາ​ອີກ ພຣະເຈົ້າ​ຂອງເຮົາ​ຈະ​ຊົງ​ໃຫ້​ເຮົາ​ຖ່ອມຕົວ​ລົງ ລະອາຍ​ໃຈ​ຕໍ່ໜ້າ​ເຈົ້າ​ທັງຫລາຍ ແລະ​ເຮົາ​ຈະ​ທຸກໂສກ ເພາະ​ເຫດ​ທີ່​ຫລາຍ​ຄົນ​ໄດ້​ເຮັດ​ຜິດບາບ​ມາ​ແຕ່​ກ່ອນ​ແລ້ວ ແລະ​ບໍ່ໄດ້​ກັບໃຈ​ຈາກ​ການ​ຊົ່ວຮ້າຍ ການ​ຫລິ້ນຊູ້ ແລະ​ການ​ໂລພາ​ຕັນຫາ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”


ໃນ​ຂະນະ​ນັ້ນ​ເອງ ກໍ​ເກີດ​ມີ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍແຮງ ໜຶ່ງສ່ວນສິບ​ຂອງ​ເມືອງ​ຖືກ​ທຳລາຍ ແລະ​ມີ​ເຈັດພັນ​ຄົນ​ຖືກ​ຂ້າ​ຍ້ອນ​ແຜ່ນດິນ​ໄຫວ​ນັ້ນ ສ່ວນ​ຄົນ​ທີ່​ຍັງເຫລືອ​ຢູ່ ກໍ​ເກີດ​ຢ້ານກົວ​ໃຫຍ່ ຈຶ່ງ​ພາກັນ​ຖວາຍ​ກຽດ ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.


ເທວະດາ​ຕົນ​ນັ້ນ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຍົກຍ້ອງ​ໃຫ້ກຽດ​ແກ່​ພຣະອົງ ເພາະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຕັດສິນ​ມະນຸດສະໂລກ ຈົ່ງ​ນະມັດສະການ​ພຣະອົງ ຜູ້​ທີ່​ໄດ້​ສ້າງ​ຟ້າ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ກັບ​ບໍ່​ນໍ້າພຸ​ທັງຫລາຍ.”


ມີ​ໝາກເຫັບ​ໃຫຍ່ ໜັກ​ກ້ອນ​ລະ​ຫ້າສິບ​ກິໂລກຼາມ ຕົກ​ຈາກ​ທ້ອງຟ້າ​ຖືກ​ຄົນ​ທັງປວງ, ພວກເຂົາ​ໄດ້​ປ້ອຍດ່າ​ພຣະເຈົ້າ ຍ້ອນ​ໄພພິບັດ​ທີ່​ເກີດ​ຈາກ​ໝາກເຫັບ​ນັ້ນ. ດ້ວຍວ່າ ເປັນ​ໄພພິບັດ​ອັນ​ຮ້າຍແຮງ​ເຫລືອເກີນ.


ເຮົາ​ໄດ້​ໃຫ້​ໂອກາດ​ນາງ​ກັບໃຈ​ໃໝ່ ແຕ່​ນາງ​ບໍ່​ຢາກ​ກັບໃຈ​ຈາກ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ.


ມະນຸດ​ທີ່​ຍັງເຫລືອ​ຢູ່ ເປັນ​ພວກ​ທີ່​ບໍ່ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫຼົ່ານັ້ນ, ກໍ​ຍັງ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ​ນັ້ນ, ພວກເຂົາ​ບໍ່​ເຊົາ​ບູຊາ​ຜີມານຮ້າຍ ບູຊາ​ຮູບເຄົາຣົບ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງ​ເຫລືອງ, ດ້ວຍ​ຫີນ ແລະ​ດ້ວຍ​ໄມ້​ ຊຶ່ງ​ບໍ່​ສາມາດ​ເຫັນ​ໄດ້, ບໍ່​ສາມາດ​ໄດ້ຍິນ ແລະ​ບໍ່​ສາມາດ​ຍ່າງ​ໄປມາ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka