Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:7 - ພຣະຄຳພີສັກສິ

7 ແລະ​ຂ້າພະເຈົ້າ​ໄດ້ຍິນ​ແທ່ນບູຊາ​ຮ້ອງ​ວ່າ, “ຈິງຢູ່ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ການ​ພິພາກສາ​ຂອງ​ພຣະອົງ​ກໍ​ທ່ຽງແທ້​ແລະ​ຍຸດຕິທຳ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ແລະ ຂ້າພະເຈົ້າ​ໄດ້​ຍິນ​ແທ່ນບູຊາ​ຮ້ອງ​ຕອບ​ວ່າ: “ແມ່ນ​ແລ້ວ, ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່ ການພິພາກສາ​ຂອງ​ພຣະອົງ​ກໍ​ເປັນ​ຄວາມ​ຈິງ ແລະ ຍຸຕິທຳ”.

Uka jalj uñjjattʼäta Copia luraña




ພຣະນິມິດ 16:7
11 Jak'a apnaqawi uñst'ayäwi  

ຕໍ່ມາ ໄດ້​ມີ​ເສຣາຟິມ​ຕົນ​ໜຶ່ງ​ບິນ​ລົງ​ມາ​ຫາ​ຂ້າພະເຈົ້າ ໂດຍ​ໃຊ້​ເຫຼັກ​ຄີບ​ເອົາ​ຖ່ານໄຟ​ແດງ​ມາ​ຈາກ​ແທ່ນບູຊາ.


ພຣະອົງ​ໄດ້​ກ່າວ​ແກ່​ຊາຍ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ນັ້ນ​ວ່າ, “ຈົ່ງ​ເຂົ້າ​ໄປ​ລະຫວ່າງ​ລໍ້​ທີ່​ຢູ່​ລຸ່ມ​ເຄຣຸບ ແລະ​ກອບ​ເອົາ​ຖ່ານໄຟ​ທີ່​ລຸກ​ຢູ່​ໃຫ້​ເຕັມ​ກຳມື. ແລ້ວ​ຈົ່ງ​ໂຮຍ​ຖ່ານໄຟ​ນັ້ນ​ໄປ​ທົ່ວ​ເທິງ​ນະຄອນ.” ຂ້າພະເຈົ້າ​ເຝົ້າເບິ່ງ​ຊາຍ​ຄົນ​ນັ້ນ​ເຂົ້າ​ໄປ.


ເຄຣຸບ​ຕົນໜຶ່ງ​ໃນ​ຈຳນວນ​ເຄຣຸບ​ເຫຼົ່ານັ້ນ​ໄດ້​ເດ່​ມື​ອອກ​ໄປ​ສູ່​ໄຟ ທີ່​ຢູ່​ໃນ​ທ່າມກາງ​ເຄຣຸບ​ເຫຼົ່ານັ້ນ​ແລະ​ກອບ​ເອົາ​ຖ່ານໄຟ​ບາງສ່ວນ ແລ້ວ​ນຳ​ເອົາ​ໄປ​ໃສ່​ມື​ຂອງ​ຊາຍ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ. ຊາຍ​ຄົນ​ນີ້​ຮັບ​ເອົາ​ຖ່ານໄຟ​ແລະ​ຈາກ​ໄປ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ອົງ​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ອົງ​ຊົງ​ຣິດທານຸພາບ​ສູງສຸດ ຊົງ​ກ່າວ​ວ່າ, “ເຮົາ​ຄື​ອາລະຟາ​ແລະ​ໂອເມຄາ.”


“ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ໄປ​ເປັນ​ຊະເລີຍ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ຕາຍ​ດ້ວຍ​ດາບ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ. ນີ້​ແຫຼະ ຄື​ຄວາມ​ອົດທົນ ແລະ​ຄວາມເຊື່ອ​ທີ່​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ.”


ຜູ້ນັ້ນ ຈະ​ຕ້ອງ​ດື່ມ​ເຫລົ້າແວງ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ຊົງ​ຖອກ​ລົງ​ໃນ​ຈອກ​ແຫ່ງ​ຄວາມ​ໂກດຮ້າຍ​ນັ້ນ ໂດຍ​ບໍ່​ປົນ​ກັບ​ສິ່ງໃດ ຜູ້ນັ້ນ​ຈະ​ຖືກ​ທໍລະມານ​ໃນ​ໄຟ​ກັບ​ມາດ ຕໍ່ໜ້າ​ຝູງ​ເທວະດາ​ບໍຣິສຸດ ແລະ​ຕໍ່​ພຣະພັກ​ພຣະ​ເມສານ້ອຍ.


ໃນ​ຂະນະ​ນັ້ນ ມີ​ເທວະດາ​ຕົນ​ອື່ນ​ອີກ ລົງ​ມາ​ຈາກ​ແທ່ນບູຊາ ເປັນ​ຜູ້​ມີ​ໜ້າທີ່​ກຳກັບ​ໄຟ, ເທວະດາ​ຕົນ​ນີ້​ໄດ້​ຮ້ອງ​ສຽງດັງ ບອກ​ເທວະດາ​ຕົນ​ທີ່​ຖື​ກ່ຽວ​ດວງ​ຄົມ​ນັ້ນ​ວ່າ, “ຈົ່ງ​ໃຊ້​ກ່ຽວ​ດວງ​ຄົມ​ຂອງທ່ານ ກ່ຽວ​ພວງ​ໝາກອະງຸ່ນ ຈາກ​ສວນອະງຸ່ນ​ທີ່​ແຜ່ນດິນ​ໂລກ ເພາະ​ໝາກອະງຸ່ນ​ສຸກ​ແລ້ວ.”


ດ້ວຍວ່າ, ການ​ຕັດສິນ​ຂອງ​ພຣະອົງ ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ ພຣະເຈົ້າ​ໄດ້​ລົງໂທດ​ນາງ ຍ້ອນ​ນາງ​ໄດ້​ຂ້າ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.”


ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ຫ້າ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ດວງ​ວິນຍານ​ຢູ່​ໃຕ້​ແທ່ນບູຊາ ເປັນ​ດວງ​ວິນຍານ​ຂອງ​ຄົນ​ທັງຫລາຍ​ທີ່​ໄດ້​ຖືກ​ຂ້າ ເພາະ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເປັນ​ຜູ້​ສັດຊື່​ໃນ​ຄຳ​ພະຍານ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka