Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:21 - ພຣະຄຳພີສັກສິ

21 ມີ​ໝາກເຫັບ​ໃຫຍ່ ໜັກ​ກ້ອນ​ລະ​ຫ້າສິບ​ກິໂລກຼາມ ຕົກ​ຈາກ​ທ້ອງຟ້າ​ຖືກ​ຄົນ​ທັງປວງ, ພວກເຂົາ​ໄດ້​ປ້ອຍດ່າ​ພຣະເຈົ້າ ຍ້ອນ​ໄພພິບັດ​ທີ່​ເກີດ​ຈາກ​ໝາກເຫັບ​ນັ້ນ. ດ້ວຍວ່າ ເປັນ​ໄພພິບັດ​ອັນ​ຮ້າຍແຮງ​ເຫລືອເກີນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ມີ​ໝາກເຫັບ​ຂະໜາດ​ໃຫຍ່​ຕົກ​ຈາກ​ຟ້າ​ລົງ​ມາ​ໃສ່​ຄົນ​ທັງປວງ ແຕ່ລະກ້ອນ​ໜັກ​ປະມານ 45 ກິໂລກຣາມ ແລະ ພວກເຂົາ​ໄດ້​ປ້ອຍ​ດ່າ​ພຣະເຈົ້າ​ຍ້ອນ​ໄພພິບັດ​ທີ່​ເກີດ​ຈາກ​ໝາກເຫັບ​ນັ້ນ ເພາະວ່າ​ເປັນ​ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 16:21
15 Jak'a apnaqawi uñst'ayäwi  

ເຈົ້າ​ເຄີຍ​ໄດ້​ໄປ​ຢ້ຽມ​ບ່ອນ​ມ້ຽນ​ຂອງ​ຕ່າງໆ​ບໍ? ຄື​ບ່ອນ​ທີ່​ເຮົາ​ເກັບ​ຮັກສາ​ຫິມະ ແລະ​ໝາກເຫັບ​ນັ້ນ?


ເຮົາ​ຕຽມ​ມັນ​ໄວ້​ສຳລັບ​ເວລາ​ເດືອດຮ້ອນ​ມາ​ເຖິງ ສຳລັບ​ມື້​ສູ້ຮົບ ແລະ​ມື້​ເຮັດ​ເສິກ​ສົງຄາມ​ນັ້ນ.


ສະນັ້ນ ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ໃຫ້​ໝາກເຫັບ​ລູກ​ໃຫຍ່​ຕົກລົງ​ຢ່າງ​ໜັກ ຢ່າງ​ບໍ່ເຄີຍ​ມີ​ມາ​ຈັກເທື່ອ​ໃນ​ປະຫວັດສາດ​ຂອງ​ປະເທດ​ເອຢິບ.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ໝາກເຫັບ​ໃຫຍ່​ກໍ​ຈະ​ຕົກ​ທົ່ວ​ປະເທດ​ເອຢິບ ຖືກ​ຄົນ, ສັດ​ທັງຫລາຍ ແລະ​ພືດພັນ​ທັງໝົດ​ຕາມ​ທົ່ງໄຮ່​ທົ່ງນາ.”


ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ທຸກຄົນ​ໄດ້ຍິນ​ສຽງ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ມັນ​ຈະ​ມີ​ແປວໄຟ, ພະຍຸຝົນ, ໝາກເຫັບ ແລະ​ຫ່າຝົນ​ຮໍ່າ​ລົງ​ມາ.


ປະຊາຊົນ​ຈະ​ພາກັນ​ຊັດເຊ​ພະເນຈອນ​ໄປ​ຢູ່​ທົ່ວ​ປະເທດ ທັງ​ສິ້ນຫວັງ ແລະ​ອຶດຢາກ. ເພາະ​ຄວາມ​ອຶດຢາກ ແລະ​ຄວາມ​ໂກດຮ້າຍ ພວກເຂົາ​ຈະ​ປ້ອຍດ່າ​ກະສັດ​ແລະ​ພຣະເຈົ້າ​ຂອງຕົນ. ພວກເຂົາ​ອາດ​ຈະ​ເງີຍໜ້າ​ຂຶ້ນ​ສູ່​ຟ້າ​ຫລື​ກົ້ມ​ໜ້າ​ລົງ​ສູ່​ດິນ


ຈົ່ງ​ບອກ​ພວກ​ຜູ້ທຳນວາຍ​ວ່າ ກຳແພງ​ຂອງ​ພວກເຂົາ​ຈະ​ລົ້ມ​ທະລາຍ​ລົງ. ເຮົາ​ຈະ​ສົ່ງ​ຝົນ​ເທ​ລົງ​ມາ. ໝາກເຫັບ​ຈະ​ຕົກ​ເທິງ​ກຳແພງ​ນັ້ນ ແລະ​ລົມພະຍຸ​ກໍ​ຈະ​ພັດ​ໃສ່.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ຈະ​ສົ່ງ​ລົມພະຍຸ, ຫ່າຝົນ ແລະ​ໝາກເຫັບ​ມາ​ທຳລາຍ​ກຳແພງ.


ໃນ​ຂະນະທີ່​ພວກອາໂມ​ກຳລັງ​ປົບໜີ ຈາກ​ເມືອງ​ເບັດ​ໂຮໂຣນ​ໄປ​ສູ່​ເມືອງ​ອາເຊກາ​ນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ໝາກເຫັບ​ໃຫຍ່​ຈາກ​ທ້ອງຟ້າ​ຕົກ​ຖືກ​ພວກເຂົາ. ສະນັ້ນ ພວກ​ທີ່​ຕາຍ​ຍ້ອນ​ໝາກເຫັບ​ຕົກ​ຖືກ​ນັ້ນ ຈຶ່ງ​ມີ​ຫລາຍກວ່າ​ພວກ​ທີ່​ຖືກ​ພວກ​ອິດສະຣາເອນ​ຂ້າ.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


ແລະ​ພວກເຂົາ​ໄດ້​ສາບແຊ່ງ​ພຣະເຈົ້າ​ແຫ່ງ​ສະຫວັນ ຍ້ອນ​ຄວາມ​ເຈັບປວດ​ແລະ​ຕຸ່ມຝີ ທີ່​ເກີດ​ຕາມ​ຕົນຕົວ​ຂອງ​ພວກເຂົາ​ນັ້ນ ແຕ່​ພວກເຂົາ​ບໍ່ໄດ້​ກັບໃຈ​ຈາກ​ການ​ກະທຳ​ຂອງຕົນ.


ພວກເຂົາ​ໄດ້​ຖືກ​ເຜົາໄໝ້​ດ້ວຍ​ແສງ​ແດດກ້າ ແລະ​ພວກເຂົາ​ກໍໄດ້​ສາບແຊ່ງ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ທີ່​ມີ​ສິດ​ອຳນາດ​ເໜືອ​ໄພພິບັດ​ນັ້ນ ແລະ​ພວກເຂົາ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເພື່ອ​ຖວາຍ​ພຣະກຽດ​ແກ່​ພຣະອົງ.


ເມື່ອ​ເທວະດາ​ຕົນ​ທຳອິດ​ເປົ່າແກ​ຂຶ້ນ ມີ​ໝາກເຫັບ​ແລະ​ໄຟ​ປົນ​ເລືອດ ຖືກ​ຖິ້ມ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ, ໜຶ່ງ​ສ່ວນ​ສາມ​ຂອງ​ແຜ່ນດິນ​ໂລກ​ຖືກ​ໄໝ້, ໜຶ່ງ​ສ່ວນ​ສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ​ຫຍ້າ​ຂຽວ​ສົດ​ທຸກ​ໃບ​ກໍ​ຖືກ​ເຜົາ​ໄໝ້​ໄປ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka