Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:2 - ພຣະຄຳພີສັກສິ

2 ເທວະດາ​ຕົນ​ທຳອິດ​ໄດ້​ໄປ​ຖອກ​ຂັນ​ຂອງຕົນ​ໃສ່​ແຜ່ນດິນ​ໂລກ. ຕຸ່ມຝີ​ອັນ​ຮ້າຍແຮງ ແລະ​ເຮັດ​ໃຫ້​ເຈັບປວດ ໄດ້​ເກີດຂຶ້ນ​ຕາມ​ຕົນ​ຕົວ​ຂອງ​ພວກ​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ​ພວກ​ທີ່​ຂາບໄຫວ້​ຮູບ​ຂອງ​ມັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເທວະດາ​ຕົນ​ທຳອິດ​ໄດ້​ອອກ​ໄປ ແລະ ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແຜ່ນດິນ, ແລ້ວ​ກໍ​ມີ​ບາດແຜ​ອັນ​ໜ້າກຽດ​ທີ່​ສ້າງ​ຄວາມເຈັບປວດ​ກໍ​ເກີດຂຶ້ນ​ຕາມ​ໂຕ​ຂອງ​ບັນດາ​ຜູ້​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 16:2
22 Jak'a apnaqawi uñst'ayäwi  

ສ່ວນ​ທ່ານ​ເອງ​ກໍ​ຈະ​ຖືກ​ທໍລະມານ​ດ້ວຍ​ພະຍາດ​ລຳໄສ້ ຊຶ່ງ​ຈະ​ນັບ​ມື້​ນັບ​ຮ້າຍແຮງ​ຂຶ້ນ.”


ຫລັງຈາກ​ນີ້​ແລ້ວ ພຣະເຈົ້າຢາເວ​ໄດ້​ນຳ​ພະຍາດ​ລຳໄສ້​ຢ່າງ​ເຈັບປວດ​ມາ​ສູ່​ກະສັດ.


ພຣະອົງ​ໄດ້​ໃຫ້​ລົມ​ທິດ​ຕາເວັນອອກ​ພັດ​ມາ​ຈາກ​ຟ້າ​ສະຫວັນ ລົມ​ທາງທິດໃຕ້​ກໍ​ພັດ​ມາ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ພວກເຂົາ ຄື​ເຮົາ​ຈະ​ແຖ​ຫົວ​ພວກເຂົາ​ໃຫ້​ໂຫລ້ນ ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຂົາ​ປາກົດ​ຕົວ​ເປືອຍກາຍ​ຢູ່.”


ແທນ​ທີ່​ຕົນຕົວ​ພວກເຂົາ​ຈະ​ມີ​ກິ່ນ​ຫອມ ພວກເຂົາ​ຈະ​ມີ​ກິ່ນ​ເໝັນ; ແທນ​ທີ່​ຈະ​ມີ​ສາຍແອວ​ງາມ ພວກເຂົາ​ຈະ​ມີ​ເຊືອກ​ມັດ​ແອວ; ແທນ​ທີ່​ຈະ​ມີ​ຜົມ​ງາມ ພວກເຂົາ​ຈະ​ຫົວ​ໂຫລ້ນ; ແທນ​ທີ່​ຈະ​ໃສ່​ເສື້ອ​ງາມ ພວກເຂົາ​ຈະ​ນຸ່ງ​ຜ້າ​ຂາດ; ຄວາມງາມ​ຂອງ​ພວກເຂົາ​ຈະ​ປ່ຽນ​ເປັນ​ຄວາມ​ອັບອາຍ​ຂາຍໜ້າ.


ໃນ​ທັນໃດນັ້ນ ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ລົງໂທດ​ເຮໂຣດ​ໃຫ້​ລົ້ມ​ລົງ ເພາະ​ເພິ່ນ​ບໍ່ໄດ້​ຍົກ​ຍໍ​ໃຫ້ກຽດ​ພຣະເຈົ້າ, ແລ້ວ​ເກີດ​ມີ​ຕົວ​ໜອນ​ກັດ​ກິນ​ຮ່າງກາຍ​ຂອງ​ເພິ່ນ​ຈົນ​ເສຍ​ຊີວິດ.


ພຣະເຈົ້າຢາເວ​ຈະ​ສົ່ງ​ຕຸ່ມຝີ​ມາ​ຖືກ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ຊາວ​ເອຢິບ. ພຣະອົງ​ຈະ​ເຮັດ​ໃຫ້​ຕົນຕົວ​ຂອງ​ພວກເຈົ້າ​ມີ​ບາດແຜ. ພວກເຈົ້າ​ຈະ​ມີ​ເກັດ​ເຕັມຕົວ​ທັງ​ຄັນ​ແລະ​ຮັກສາ​ບໍ່​ດີ​ຈັກເທື່ອ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ແຂ່ງ​ຂາ​ຂອງ​ພວກເຈົ້າ​ເຈັບປວດ ແລະ​ບໍ່​ຫາຍ​ດີ​ຈັກເທື່ອ; ຕຸ່ມຝີ​ຈະ​ມີ​ຢູ່​ເຕັມ​ຕົວ​ຕັ້ງແຕ່​ຫົວ​ເຖິງ​ຕີນ.


ພຣະເຈົ້າຢາເວ​ຈະ​ຄຸ້ມຄອງ​ຮັກສາ​ພວກເຈົ້າ ໃຫ້​ພົ້ນ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ​ທຸກ​ຊະນິດ ແລະ​ພຣະອົງ​ຈະ​ບໍ່​ນຳ​ພະຍາດ​ອັນ​ຮ້າຍແຮງ​ໃດໆ​ມາ​ຖືກ​ພວກເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ໄດ້​ເຫັນ​ໃນ​ປະເທດ​ເອຢິບ ແຕ່​ພຣະອົງ​ຈະ​ນຳ​ພະຍາດ​ເຫຼົ່ານີ້​ໄປ​ຖືກ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ.


ມັນ​ໄດ້​ໃຊ້​ສິດ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ສັດຮ້າຍ​ໂຕ​ທຳອິດ ຢູ່​ຕໍ່ໜ້າ​ສັດຮ້າຍ​ໂຕ​ທຳອິດ​ນັ້ນ ມັນ​ບັງຄັບ​ໃຫ້​ໂລກ​ແລະ​ຄົນ​ທັງໝົດ​ທີ່​ຢູ່​ໃນ​ໂລກ ຂາບໄຫວ້​ສັດຮ້າຍ​ໂຕ​ທຳອິດ ທີ່​ມີ​ບາດແຜ​ເຖິງ​ແກ່​ຄວາມ​ຕາຍ ແຕ່​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ຫາຍ​ດີ​ແລ້ວ​ນັ້ນ.


ດັ່ງນັ້ນ ທ່ານ​ທີ່​ນັ່ງ​ຢູ່​ເທິງ​ເມກ ຈຶ່ງ​ແກວ່ງ​ກ່ຽວ​ລົງ​ເທິງ​ແຜ່ນດິນ​ໂລກ ແລະ​ແຜ່ນດິນ​ໂລກ​ກໍ​ມີ​ການ​ເກັບກ່ຽວ.


ມີ​ເທວະດາ​ອີກ​ຕົນ​ໜຶ່ງ ເປັນ​ຕົນ​ທີ​ສາມ​ນຳ​ໄປ ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ, “ຖ້າ​ຜູ້ໃດ​ບູຊາ​ສັດຮ້າຍ ແລະ​ຮູບ​ຂອງ​ມັນ ແລະ​ຮັບ​ເຄື່ອງໝາຍ​ນັ້ນ ໄວ້​ທີ່​ໜ້າຜາກ​ຫລື​ທີ່​ມື,


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ແຮງ​ດັງ​ອອກ​ມາ​ຈາກ​ພຣະວິຫານ ກ່າວ​ຕໍ່​ເທວະດາ​ເຈັດ​ຕົນ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ ເອົາ​ຂັນ​ທັງ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໄປ​ຖອກ​ໃສ່​ແຜ່ນດິນ​ໂລກ.”


ແລະ​ພວກເຂົາ​ໄດ້​ສາບແຊ່ງ​ພຣະເຈົ້າ​ແຫ່ງ​ສະຫວັນ ຍ້ອນ​ຄວາມ​ເຈັບປວດ​ແລະ​ຕຸ່ມຝີ ທີ່​ເກີດ​ຕາມ​ຕົນຕົວ​ຂອງ​ພວກເຂົາ​ນັ້ນ ແຕ່​ພວກເຂົາ​ບໍ່ໄດ້​ກັບໃຈ​ຈາກ​ການ​ກະທຳ​ຂອງຕົນ.


ເມື່ອ​ເທວະດາ​ຕົນ​ທຳອິດ​ເປົ່າແກ​ຂຶ້ນ ມີ​ໝາກເຫັບ​ແລະ​ໄຟ​ປົນ​ເລືອດ ຖືກ​ຖິ້ມ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ, ໜຶ່ງ​ສ່ວນ​ສາມ​ຂອງ​ແຜ່ນດິນ​ໂລກ​ຖືກ​ໄໝ້, ໜຶ່ງ​ສ່ວນ​ສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ​ຫຍ້າ​ຂຽວ​ສົດ​ທຸກ​ໃບ​ກໍ​ຖືກ​ເຜົາ​ໄໝ້​ໄປ​ໝົດ.


ພຣະເຈົ້າຢາເວ​ໄດ້​ລົງໂທດ​ຊາວ​ເມືອງ​ອາຊະໂດດ​ຢ່າງໜັກ ທັງ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ພຣະອົງ​ຫລາຍ​ທີ່ສຸດ. ພຣະອົງ​ຍັງ​ໄດ້​ລົງໂທດ​ພວກເຂົາ ຕະຫລອດ​ທັງ​ປະຊາຊົນ​ທີ່​ຢູ່​ອ້ອມແອ້ມ​ນັ້ນ​ໂດຍ​ໃຫ້​ເກີດ​ຕຸ່ມຝີ.


ແຕ່​ພໍ​ຫີບ​ໄປ​ເຖິງ​ທີ່​ນັ້ນ​ແລ້ວ ພຣະເຈົ້າຢາເວ​ກໍ​ລົງໂທດ​ຊາວ​ເມືອງ​ນີ້​ເຊັ່ນກັນ ຄື​ເຮັດ​ໃຫ້​ພວກເຂົາ​ສັບສົນ​ວຸ້ນວາຍ​ຫຼາຍ. ພຣະອົງ​ໄດ້​ລົງໂທດ​ພວກເຂົາ​ໃຫ້​ເກີດ​ຕຸ່ມຝີ​ທັງ​ຜູ້ໜຸ່ມ​ແລະ​ຜູ້ເຖົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka