Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:19 - ພຣະຄຳພີສັກສິ

19 ມະຫາ​ນະຄອນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ​ເມືອງ​ທັງຫລາຍ​ໃນ​ທຸກ​ປະເທດ​ໄດ້​ຖືກ​ທຳລາຍ. ພຣະເຈົ້າ​ບໍ່ໄດ້​ລືມ​ມະຫາ​ນະຄອນ​ບາບີໂລນ ແລະ​ໄດ້​ຊົງ​ໃຫ້​ນະຄອນ​ນີ້​ດື່ມ​ເຫຼົ້າ​ອະງຸ່ນ ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ນະຄອນ​ຍິ່ງໃຫຍ່​ນັ້ນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ ບັນດາ​ເມືອງ​ໃຫຍ່​ຂອງ​ປະເທດ​ຕ່າງໆ​ໄດ້​ພັງທະລາຍ​ລົງ. ພຣະເຈົ້າ​ລະນຶກເຖິງ​ບາບີໂລນ​ນະຄອນ​ຍິ່ງໃຫຍ່ ແລະ ໄດ້​ໃຫ້​ນະຄອນ​ນີ້​ດື່ມ​ຈາກ​ຈອກ​ທີ່​ເຕັມ​ດ້ວຍ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ພຣະນິມິດ 16:19
15 Jak'a apnaqawi uñst'ayäwi  

ເຮົາ​ຈະ​ເຮັດ​ໃຫ້​ພວກ​ກົດຂີ່​ເຈົ້າ​ຂ້າ​ກັນ​ເອງ ພວກເຂົາ​ຈະ​ມົວ​ຂ້າຟັນກັນ​ຢ່າງ​ໂມໂຫ​ໃຫຍ່. ແລ້ວ​ທົ່ວໂລກ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ຜູ້​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ແລະ​ພຣະ​ຜູ້ໄຖ່​ຂອງເຈົ້າ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ.”


ບັນດາ​ກະສັດ​ທັງໝົດ​ທາງ​ທິດເໜືອ, ໄກແລະໃກ້​ແຕ່ລະ​ເມືອງ​ເປັນ​ລຳດັບ. ທຸກໆ​ຊົນຊາດ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ຕ້ອງ​ໄດ້​ດື່ມ​ຈາກ​ຈອກ​ນີ້. ໃນ​ທີ່ສຸດ​ກະສັດ​ແຫ່ງ​ບາບີໂລນ​ກໍ​ຈະ​ດື່ມ​ຈາກ​ຈອກ​ນີ້​ຄືກັນ.


ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”


ຊາກສົບ​ຂອງ​ທ່ານ​ທັງສອງ​ຈະ​ຢູ່​ເທິງ​ຖະໜົນ​ຂອງ​ມະຫາ​ນະຄອນ ບ່ອນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເພິ່ນ ໄດ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ຊື່​ອັນ​ເປັນ​ສັນຍາລັກ​ຂອງ​ນະຄອນ​ນີ້ ແມ່ນ​ເມືອງ​ໂຊໂດມ ແລະ ເມືອງ​ເອຢິບ.


ແລ້ວ​ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ທັງ​ເຈັດ​ໜ່ວຍ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້​ເທີ້ນ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ການ​ຊົງ​ພິພາກສາ​ລົງໂທດ ຍິງໂສເພນີ​ຄົນ​ສຳຄັນ ທີ່​ນັ່ງ​ຢູ່​ເທິງ​ແມ່ນໍ້າ​ອັນ​ຫລວງຫລາຍ.


ຍິງ​ທີ່​ທ່ານ​ເຫັນ​ນັ້ນ ໄດ້​ແກ່​ມະຫາ​ນະຄອນ​ທີ່​ມີ​ອຳນາດ​ເໜືອ​ບັນດາ​ກະສັດ​ທັງຫລາຍ ທົ່ວ​ແຜ່ນດິນ​ໂລກ.”


ທີ່​ໜ້າຜາກ​ມີ​ຊື່​ຂຽນ​ໄວ້​ເປັນ​ຄວາມ​ເລິກລັບ​ວ່າ, “ບາບີໂລນ​ມະຫາ​ນະຄອນ ແມ່​ຂອງ​ໂສເພນີ​ທັງຫລາຍ ແລະ​ແມ່​ຂອງ​ສິ່ງ​ທັງປວງ​ທີ່​ໜ້າກຽດ​ໜ້າຊັງ​ໃນ​ແຜ່ນດິນ​ໂລກ.”


ກະສັດ​ເຫຼົ່ານັ້ນ​ກໍ​ຢືນ​ຢູ່​ຫ່າງໄກ ເພາະ​ຢ້ານ​ໄພ​ແຫ່ງ​ການ​ທໍລະມານ​ຂອງ​ນະຄອນ​ນັ້ນ ແລະ​ຈະ​ກ່າວ​ວ່າ, “ວິບັດ ວິບັດ​ແລ້ວ ບາບີໂລນ​ມະຫາ​ນະຄອນ​ທີ່​ແຂງແຮງ​ເອີຍ ເຈົ້າ​ໄດ້​ຖືກ​ການ​ພິພາກສາ​ລົງໂທດ​ເສຍ ພາຍ​ໃນ​ຊົ່ວໂມງ​ດຽວ​ເທົ່ານັ້ນ.”


ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ.


ແລ້ວ​ມີ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ໄດ້​ຍົກ​ຫີນ​ກ້ອນ​ໜຶ່ງ​ເໝືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະເລ ກ່າວ​ວ່າ, “ບາບີໂລນ ມະຫາ​ນະຄອນ​ນັ້ນ ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນແຮງ​ຢ່າງ​ນີ້​ແຫຼະ, ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.


ເພາະ​ການບາບ​ຂອງ​ນະຄອນ​ນັ້ນ ກອງ​ສູງ​ຂຶ້ນ​ພຽງ​ຟ້າ​ແລ້ວ ແລະ​ພຣະເຈົ້າ​ໄດ້​ຊົງ​ຈື່ຈຳ​ການ​ກະທຳ ອັນ​ຊົ່ວຊ້າ​ຂອງ​ມັນ​ໄວ້​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka