Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:18 - ພຣະຄຳພີສັກສິ

18 ແລ້ວ​ກໍ​ມີ​ຟ້າ​ແມບເຫຼື້ອມ, ມີ​ສຽງ​ແຕກ​ດັງ​ສະໜັ່ນ, ຟ້າຮ້ອງ​ຢ່າງ​ບໍ່​ຂາດ​ສາຍ ແລະ​ແຜ່ນດິນ​ກໍ​ໄຫວ​ຢ່າງ​ແຮງ. ຕັ້ງແຕ່​ມະນຸດ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ​ໃນ​ໂລກ ບໍ່ເຄີຍ​ມີ​ແຜ່ນດິນ​ຫວັ່ນໄຫວ​ອັນ​ໃຫຍ່ ແລະ​ຮ້າຍແຮງ​ຂະໜາດ​ນີ້​ຈັກເທື່ອ ນີ້​ແມ່ນ​ແຜ່ນດິນ​ໄຫວ​ຄັ້ງ​ຍິ່ງໃຫຍ່​ທີ່ສຸດ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ຫລັງຈາກ​ນັ້ນ ເກີດ​ມີ​ແສງ​ຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ ແລະ ແຜ່ນດິນໄຫວ​ຄັ້ງ​ຮ້າຍແຮງ. ບໍ່​ເຄີຍ​ມີ​ແຜ່ນດິນໄຫວ​ຢ່າງນີ້​ເລີຍ ນັບ​ຕັ້ງແຕ່​ມີ​ມະນຸດ​ຢູ່​ເທິງ​ແຜ່ນດິນໂລກ​ມາ, ດັ່ງນັ້ນ​ຈຶ່ງ​ເປັນ​ແຜ່ນດິນໄຫວ​ຄັ້ງ​ໃຫຍ່​ຫລາຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 16:18
8 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ດ້ວຍ​ລົມພະຍຸ ທີ່​ມີ​ສຽງ​ຟ້າຮ້ອງ​ຟ້າແມບ ແລະ​ແຜ່ນດິນ​ໄຫວ. ພຣະອົງ​ຈະ​ສົ່ງ​ລົມ​ພະຍຸ​ຮ້າຍ ແລະ​ແປວໄຟ​ອັນ​ແກ່ກ້າ​ມາ;


“ໃນ​ເວລາ​ນັ້ນ ມີຄາເອນ​ເທວະດາ​ຕົນ​ໃຫຍ່ ຜູ້​ທີ່​ຮັກສາ​ປະຊາຊົນ​ຂອງ​ພຣະອົງ​ຈະ​ມາ​ປາກົດ. ແລ້ວ​ກໍ​ຈະ​ມີ​ການ​ລຳບາກ​ໜັກ​ເກີດຂື້ນ​ຢ່າງ​ບໍ່ເຄີຍ​ມີ​ມາ​ນັບ​ຕັ້ງແຕ່​ມີ​ຊົນຊາດ​ທັງຫລາຍ. ເມື່ອ​ເຖິງ​ເວລາ​ນັ້ນ ປະຊາຊົນ​ທັງປວງ​ຂອງ​ເຈົ້າ​ທີ່​ມີ​ຊື່​ໃນ​ໜັງສື​ຂອງ​ພຣະເຈົ້າ​ຈະ​ໄດ້​ພົ້ນ.


ເພາະ​ຄວາມ​ທຸກ​ລຳບາກ​ໃນ​ວັນ​ເຫຼົ່ານັ້ນ ຈະ​ໜັກໜ່ວງ​ຫລາຍ​ທີ່ສຸດ​ຢ່າງ​ບໍ່ເຄີຍ​ມີ​ມາ ຕັ້ງແຕ່​ຕົ້ນເດີມ​ໂລກ​ຈົນເຖິງ​ທຸກ​ວັນນີ້ ຄວາມ​ທຸກ​ອັນ​ຮ້າຍແຮງ​ຢ່າງ​ນີ້​ຈະ​ບໍ່​ເກີດຂຶ້ນ​ອີກ​ຈັກເທື່ອ.


ໃນ​ຂະນະ​ນັ້ນ​ເອງ ກໍ​ເກີດ​ມີ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍແຮງ ໜຶ່ງສ່ວນສິບ​ຂອງ​ເມືອງ​ຖືກ​ທຳລາຍ ແລະ​ມີ​ເຈັດພັນ​ຄົນ​ຖືກ​ຂ້າ​ຍ້ອນ​ແຜ່ນດິນ​ໄຫວ​ນັ້ນ ສ່ວນ​ຄົນ​ທີ່​ຍັງເຫລືອ​ຢູ່ ກໍ​ເກີດ​ຢ້ານກົວ​ໃຫຍ່ ຈຶ່ງ​ພາກັນ​ຖວາຍ​ກຽດ ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


ຈາກ​ບັນລັງ​ນັ້ນ ມີ​ຟ້າ​ແມບເຫຼື້ອມ​ທັງ​ສຽງ​ຟ້າຮ້ອງ​ດັງ​ສະໜັ່ນ​ຢູ່​ບໍ່​ຂາດ. ຕໍ່ໜ້າ​ບັນລັງ​ນັ້ນ ມີ​ຕະກຽງ​ໄຕ້​ໄວ້​ຢູ່​ເຈັດ​ໜ່ວຍ ຄື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.


ເມື່ອ​ພຣະ​ເມສານ້ອຍ​ແກະ​ຕາປະທັບ​ດວງ​ທີ​ຫົກ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ​ຢ່າງ​ໃຫຍ່​ເກີດຂຶ້ນ, ດວງ​ຕາເວັນ​ມືດ​ດຳ​ເໝືອນ​ເຄື່ອງ​ໄວ້ທຸກ ແລະ​ດວງເດືອນ​ກໍ​ກາຍເປັນ​ສີແດງ​ເໝືອນ​ເລືອດ.


ແລ້ວ​ເທວະດາ​ຕົນ​ນັ້ນ ໄດ້​ຖື​ໝໍ້​ໄປ​ເອົາ​ໄຟ​ຈາກ​ແທ່ນບູຊາ​ໃສ່​ຈົນ​ເຕັມ ແລ້ວ​ໂຍນ​ໝໍ້​ນັ້ນ ລົງ​ເທິງ​ແຜ່ນດິນ​ໂລກ ແລ້ວ​ກໍ​ເກີດ​ມີ​ຟ້າຮ້ອງ ສຽງ​ແຕກ​ສະໜັ່ນ ຟ້າ​ແມບເຫຼື້ອມ ແລະ​ແຜ່ນດິນ​ຫວັ່ນໄຫວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka