Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:17 - ພຣະຄຳພີສັກສິ

17 ແລ້ວ​ເທວະດາ​ຕົນ​ທີ​ເຈັດ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃນ​ອາກາດ ມີ​ສຽງ​ໜຶ່ງ​ດັງ​ແຮງ​ມາ​ຈາກ​ບັນລັງ​ໃນ​ພຣະວິຫານ ກ່າວ​ວ່າ, “ສຳເລັດ​ແລ້ວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ເທວະດາ​ຕົນ​ທີເຈັດ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ອາກາດ ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ບັນລັງ​ໃນ​ວິຫານ​ວ່າ, “ສຳເລັດແລ້ວ!”

Uka jalj uñjjattʼäta Copia luraña




ພຣະນິມິດ 16:17
13 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮັບ​ເຫຼົ້າ​ອະງຸ່ນ​ສົ້ມ​ນັ້ນ​ແລ້ວ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ສຳເລັດ​ແລ້ວ.” ແລ້ວ​ພຣະອົງ​ກໍ​ກົ້ມ​ຫົວ​ລົງ ແລະ​ຊົງ​ມອບ​ຈິດ​ວິນຍານ​ໄວ້.


ໃນ​ເວລາ​ນັ້ນ ພວກເຈົ້າ​ໄດ້​ປະຕິບັດ​ຕາມ​ທາງ​ອັນ​ຊົ່ວຊ້າ​ແຫ່ງ​ໂລກນີ້ ຄື​ພວກເຈົ້າ​ເຊື່ອຟັງ​ຕາມ​ຜູ້​ທີ່​ມີ​ຣິດອຳນາດ​ປົກຄອງ​ຢູ່​ໃນ​ຍ່ານ​ອາກາດ ຄື​ວິນຍານ​ຊຶ່ງ​ຄອບງຳ​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ບໍ່​ເຊື່ອຟັງ​ພຣະເຈົ້າ.


ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ຕໍ່ສູ້​ກັບ​ເລືອດ​ແລະ​ເນື້ອໜັງ ແຕ່​ຕໍ່ສູ້​ກັບ​ເຫຼົ່າ​ວິນຍານ ທີ່​ມີ​ອຳນາດ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ ຄື​ຜູ້​ຄອບຄອງ, ບັນດາ​ຜູ້​ມີ​ອຳນາດ ແລະ​ບັນດາ​ເຫຼົ່າ​ວິນຍານ​ຜີຊົ່ວຮ້າຍ​ທັງຫລາຍ ທີ່​ຄອບຄອງ​ຢູ່​ໃນ​ຍຸກ​ມືດ​ນີ້.


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


ໃນ​ຂະນະ​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ອີກ ອອກ​ມາ​ຈາກ​ພຣະວິຫານ ຮ້ອງ​ສຽງດັງ​ໃສ່​ຜູ້​ທີ່​ນັ່ງ​ຢູ່​ເທິງ​ເມກ​ນັ້ນ​ວ່າ, “ຈົ່ງ​ໃຊ້​ກ່ຽວ​ຂອງ​ພຣະອົງ​ກ່ຽວ​ສາ ເພາະ​ເຖິງ​ເວລາ​ກ່ຽວ​ແລ້ວ. ດ້ວຍວ່າ, ຜົນ​ທີ່​ແຜ່ນດິນ​ໂລກ ກໍ​ສຸກ​ພໍ​ເກັບກ່ຽວ​ແລ້ວ.”


ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ຕົນ​ໜຶ່ງ​ອີກ ອອກ​ມາ​ຈາກ​ພຣະວິຫານ​ໃນ​ສະຫວັນ ຖື​ກ່ຽວ​ດວງ​ຄົມ​ເໝືອນກັນ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ແຮງ​ດັງ​ອອກ​ມາ​ຈາກ​ພຣະວິຫານ ກ່າວ​ຕໍ່​ເທວະດາ​ເຈັດ​ຕົນ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ ເອົາ​ຂັນ​ທັງ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໄປ​ຖອກ​ໃສ່​ແຜ່ນດິນ​ໂລກ.”


ພຣະອົງ​ຊົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ສຳເລັດ​ແລ້ວ ເຮົາ​ນີ້ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ, ຜູ້ໃດ​ທີ່​ຫິວນໍ້າ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ດື່ມ​ຈາກ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka