Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:15 - ພຣະຄຳພີສັກສິ

15 “ເບິ່ງແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ເຝົ້າ​ລະວັງ ແລະ​ຮັກສາ​ເສື້ອຜ້າ​ຂອງຕົນ​ໄວ້ ເພື່ອ​ວ່າ​ຕົນ​ຈະ​ບໍ່ໄດ້​ເປືອຍກາຍ ແລະ​ເປັນ​ທີ່​ອັບອາຍ​ໃນ​ທ່າມກາງ​ຄົນ​ທັງຫລາຍ.”)

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 “ເບິ່ງ​ແມ! ເຮົາ​ຈະ​ມາ​ເໝືອນ​ຂະໂມຍ​ມາ! ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຕື່ນ​ຢູ່ ແລະ ນຸ່ງ​ເສື້ອຜ້າ​ຢູ່, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ບໍ່​ຕ້ອງ​ຍ່າງ​ເປືອຍກາຍ ແລະ ຖືກ​ເປີດເຜີຍ​ດ້ວຍ​ຄວາມອັບອາຍ”.

Uka jalj uñjjattʼäta Copia luraña




ພຣະນິມິດ 16:15
23 Jak'a apnaqawi uñst'ayäwi  

ໂມເຊ​ໄດ້​ຮູ້​ວ່າ​ແມ່ນ​ອາໂຣນ ທີ່​ເປັນ​ຜູ້​ປ່ອຍ​ປະຊາຊົນ​ໃຫ້​ເຮັດ​ຕາມໃຈ ແລະ​ຂາດ​ການ​ຄວບຄຸມ​ຢັບຢັ້ງ ໂດຍ​ທີ່​ພວກເຂົາ​ຢູ່​ທ່າມກາງ​ເຫຼົ່າ​ສັດຕູ.


ເພື່ອ​ປະຊາຊົນ​ຈະ​ໄດ້​ເຫັນ​ເຈົ້າ​ເປືອຍກາຍ ພວກເຂົາ​ຈະ​ໄດ້​ເຫັນ​ເຈົ້າ​ຕົກຕໍ່າ​ແລະ​ຂາຍໜ້າ. ເຮົາ​ຈະ​ລົງ​ມື​ແກ້ແຄ້ນ​ໃຫ້​ແກ່​ເຮົາເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຂັດຂືນ​ທັງ​ຢັບຢັ້ງ​ເຮົາ​ໄດ້.”


ຍ້ອນ​ການກະທຳ​ເຊັ່ນນີ້ແຫລະ ເຮົາ​ຈະ​ນຳ​ພວກ​ຄົນຮັກ​ແຕ່​ກ່ອນ​ຂອງ​ເຈົ້າ​ທັງໝົດ​ມາ​ໂຮມກັນ ຄື​ທັງ​ຜູ້​ທີ່​ເຈົ້າ​ຮັກ ແລະ​ຜູ້​ທີ່​ເຈົ້າ​ກຽດຊັງ. ເຮົາ​ຈະ​ນຳ​ພວກເຂົາ​ມາ​ໂຮມກັນ​ເປັນ​ວົງມົນ​ອ້ອມ​ເຈົ້າ​ໄວ້ ແລ້ວ​ເຮົາ​ກໍ​ຈະ​ແກ້​ເຄື່ອງນຸ່ງ​ຂອງເຈົ້າ​ອອກ ແລະ​ໃຫ້​ພວກເຂົາ​ເຫັນ​ເຈົ້າ​ເປືອຍກາຍ.


ຖ້າ​ນາງ​ບໍ່​ເຊົາ ເຮົາ​ຈະ​ເປືອຍກາຍ​ນາງ​ໃຫ້​ເປັນ​ດັ່ງ​ມື້​ທີ່​ນາງ​ໄດ້​ເກີດ​ມາ. ເຮົາ​ຈະ​ເຮັດ​ໃຫ້​ນາງ​ເປັນ​ດັ່ງ​ດິນ​ທີ່​ແຫ້ງແລ້ງ​ແລະ​ທຸລະກັນດານ ນາງ​ຈະ​ຕາຍ​ເພາະ​ຫິວນໍ້າ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຜູ້​ທີ່​ໄດ້​ດູຖູກ ແລະ​ເຮັດ​ໃຫ້​ເພື່ອນບ້ານ​ຂອງ​ພວກເຈົ້າ​ເສື່ອມເສຍ ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພວກເຈົ້າ; ພວກເຈົ້າ​ເຮັດ​ໃຫ້​ພວກເຂົາ​ຍ່າງ​ໂຊເຊ​ເໝືອນ​ຄົນ​ເມົາ​ເຫຼົ້າ.


ເຫດສະນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່ ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ວັນ​ຫລື​ໂມງ​ນັ້ນ.”


ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ ຈິດໃຈ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນແຮງ.”


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່ ເພື່ອ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ ຈິດໃຈ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນແຮງ.”


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ, ເພື່ອ​ວ່າ ພວກເຈົ້າ​ຈະ​ມີ​ກຳລັງ​ພົ້ນ​ຈາກ​ເຫດການ​ທຸກຢ່າງ ທີ່​ໃກ້​ຈະ​ເກີດຂຶ້ນ​ນັ້ນ ແລະ​ຢືນ​ຢູ່​ຕໍ່ໜ້າ​ບຸດ​ມະນຸດ​ໄດ້.”


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ຈົດຈຳ​ໄວ້​ວ່າ ໃນ​ລະຫວ່າງ​ສາມ​ປີ​ທັງ​ກາງເວັນ​ແລະ​ກາງຄືນ ຂ້າພະເຈົ້າ​ບໍ່ໄດ້​ຢຸດ​ຢ່ອນ ໃນ​ການ​ເຕືອນ​ສະຕິ​ພວກທ່ານ​ທຸກຄົນ​ດ້ວຍ​ນໍ້າຕາ​ໄຫລ.”


ເພື່ອ​ວ່າ​ເມື່ອ​ພວກເຮົາ​ຫົ່ມ​ຮ່າງກາຍ​ໃໝ່​ແລ້ວ ພວກເຮົາ​ກໍ​ບໍ່​ຕ້ອງ​ຢູ່​ໃນ​ສະພາບ​ທີ່​ປະເປືອຍ.


ແຕ່​ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ບໍ່ໄດ້​ຢູ່​ໃນ​ຄວາມມືດ​ແລ້ວ ແລະ​ວັນ​ນັ້ນ​ຄົງ​ຈະ​ບໍ່​ມາ​ຫລອນ​ໃສ່​ພວກເຈົ້າ​ດັ່ງ​ຂະໂມຍ​ມາ.


ດ້ວຍເຫດນີ້ ຢ່າ​ໃຫ້​ພວກເຮົາ​ຫລັບ​ຢູ່​ເໝືອນ​ດັ່ງ​ຄົນອື່ນ, ແຕ່​ໃຫ້​ພວກເຮົາ​ເຝົ້າ​ລະວັງ​ຢູ່ ແລະ​ຢ່າ​ເມົາມົວ.


ອະວະສານ​ຂອງ​ທຸກສິ່ງ​ທັງປວງ​ໃກ້​ຈະ​ມາ​ເຖິງ​ແລ້ວ, ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ມີ​ສະຕິ​ອັນ​ດີ​ແລະ​ຄອຍ​ລະວັງຕົວ ສຳລັບ​ການ​ພາວັນນາ​ອະທິຖານ.


ແຕ່​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ​ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ.


“ແລະ​ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຖື​ຮັກສາ​ຄຳທຳນວາຍ​ໃນ​ໜັງສື​ມ້ວນ​ນີ້.”


ເຮົາ​ຈະ​ມາ​ໃນ​ໄວໆ​ນີ້, ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ເຈົ້າ​ມີ​ຢູ່​ນັ້ນ ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ຍາດຊີງ​ເອົາ​ມົງກຸດ​ແຫ່ງ​ໄຊຊະນະ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ​ໄດ້.


ສະນັ້ນ ເຮົາ​ຈຶ່ງ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ບໍຣິສຸດ​ແລ້ວ​ຈາກ​ເຮົາ ຊຶ່ງ​ເປັນ​ຄຳ​ແທ້​ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຮັ່ງມີ ແລະ​ຈົ່ງ​ຊື້​ເສື້ອຜ້າ​ຂາວ​ນຸ່ງ​ຫົ່ມ ເພື່ອ​ປົກປິດ​ຮ່າງກາຍ​ອັນ​ໜ້າ​ອັບອາຍ​ຂອງ​ເຈົ້າ ແລະ​ຈົ່ງ​ຊື້​ຢາ​ໃສ່​ຕາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka