Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:13 - ພຣະຄຳພີສັກສິ

13 ຕໍ່ມາ ຂ້າພະເຈົ້າ​ໄດ້​ເຫັນ​ວິນຍານ​ຊົ່ວຮ້າຍ​ສາມ​ດວງ ມີ​ລັກສະນະ​ເໝືອນ​ໂຕ​ກົບ ວິນຍານ​ນັ້ນ​ໄດ້​ອອກ​ມາ​ຈາກ​ປາກ​ຂອງ​ພະຍານາກ, ປາກ​ຂອງ​ສັດຮ້າຍ ແລະ​ປາກ​ຂອງ​ຜູ້​ປະກາດ​ພຣະທຳ​ປອມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ວິນຍານສົກກະປົກ​ສາມ​ໂຕ​ມີ​ຮູບຮ່າງ​ຄ້າຍ​ຄື​ກົບ, ພວກມັນ​ອອກ​ມາ​ຈາກ​ປາກ​ຂອງ​ພະຍານາກ, ຈາກ​ປາກ​ຂອງ​ສັດຮ້າຍ ແລະ ຈາກ​ປາກ​ຂອງ​ຜູ້ທຳນວາຍ​ປອມ.

Uka jalj uñjjattʼäta Copia luraña




ພຣະນິມິດ 16:13
17 Jak'a apnaqawi uñst'ayäwi  

ປະເທດ​ຂອງ​ພວກເຂົາ​ໄດ້​ຖືກ​ຝູງ​ກົບ​ມາ​ຮາວີ​ ແມ່ນແຕ່​ໃນ​ວັງ​ກໍ​ເຕັມ​ໄປ​ດ້ວຍ​ຝູງ​ກົບ​ທັງນັ້ນ.


ພຣະອົງ​ໄດ້​ສົ່ງ​ຝູງ​ຮີ້ນ​ມາ​ທໍລະມານ​ພວກເຂົາ ແລະ​ໄດ້​ສົ່ງ​ຝູງ​ກົບ​ມາ​ທຳລາຍ​ດິນແດນ​ດ້ວຍ.


“ຈົ່ງ​ລະວັງ​ຜູ້​ປະກາດ​ພຣະຄຳ​ປອມ​ເຂົ້າ​ມາ​ຫາ​ພວກເຈົ້າ ເບິ່ງ​ພາຍ​ນອກ​ເຂົາ​ອ່ອນໂຍນ​ຄື​ໂຕ​ແກະ, ແຕ່​ພາຍ​ໃນ​ແລ້ວ​ເຂົາ​ໂຫດຮ້າຍ​ຄື​ໝາໄນ.


ດ້ວຍວ່າ, ວິນຍານ​ເຫຼົ່ານັ້ນ​ເປັນ​ຜີມານຮ້າຍ ທີ່​ເຮັດ​ໝາຍສຳຄັນ ມັນ​ອອກ​ໄປ​ຫາ​ກະສັດ​ທັງຫລາຍ​ທົ່ວ​ພິພົບໂລກ ເພື່ອ​ໃຫ້​ກະສັດ​ເຫຼົ່ານັ້ນ​ມາ​ຮ່ວມ​ກັນ​ສຳລັບ​ການ​ສົງຄາມ ໃນ​ວັນ​ອັນ​ໃຫຍ່ຫລວງ​ຂອງ​ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ. (


ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


ສ່ວນ​ມານຮ້າຍ​ທີ່​ຫລອກລວງ​ຄົນ​ເຫຼົ່ານັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ​ປົນ​ກັບ​ມາດ​ບ່ອນ​ທີ່​ສັດຮ້າຍ ແລະ​ຜູ້​ປະກາດ​ພຣະທຳ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ໄປ​ແລ້ວ​ນັ້ນ ແລະ​ພວກ​ມັນ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ ທັງ​ກາງເວັນ​ແລະ​ກາງຄືນ ຢູ່​ຕະຫລອດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka