Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:12 - ພຣະຄຳພີສັກສິ

12 ແລ້ວ​ເທວະດາ​ຕົນ​ທີ​ຫົກ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ແມ່ນໍ້າ​ໃຫຍ່​ເອີຟຣັດ ແມ່ນໍ້າ​ນັ້ນ​ໄດ້​ແຫ້ງ​ໄປ ເພື່ອ​ຕຽມ​ຫົນທາງ​ໄວ້​ໃຫ້​ບັນດາ​ກະສັດ ທີ່​ມາ​ຈາກ​ທິດ​ຕາເວັນອອກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເທວະດາ​ຕົນ​ທີຫົກ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແມ່ນ້ຳ​ເອີຟຣັດ​ໃຫຍ່ ແລະ ນ້ຳ​ກໍ​ແຫ້ງ​ເພື່ອ​ຕຽມ​ທາງ​ໄວ້​ສຳລັບ​ບັນດາ​ກະສັດ​ຈາກ​ທິດຕາເວັນອອກ.

Uka jalj uñjjattʼäta Copia luraña




ພຣະນິມິດ 16:12
15 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ນໍ້າ​ໃນ​ອ່າວ​ຊູແອດ​ແຫ້ງ ແລະ​ພຣະອົງ​ຈະ​ບັນດານ​ໃຫ້​ລົມ​ຮ້ອນ​ມາ​ພັດ​ແມ່ນໍ້າ​ເອີຟຣັດ​ໃຫ້​ແຫ້ງ ໂດຍ​ປະ​ເຈັດ​ຫ້ວຍນ້ອຍ​ເທົ່ານັ້ນ​ໃຫ້​ມີ​ນໍ້າ ເພື່ອ​ວ່າ​ຜູ້ໃດໆ​ກໍ​ຈະ​ສາມາດ​ຂ້າມ​ໄປ​ໄດ້.


ເຮົາ​ໄດ້​ເລືອກ​ຄົນ​ໜຶ່ງ​ຢູ່​ທິດ​ຕາເວັນອອກ​ມາ ຈະ​ໃຫ້​ລາວ​ໂຈມຕີ​ມາ​ແຕ່​ທາງ​ທິດເໜືອ​ພຸ້ນ. ລາວ​ຈະ​ຢຽບຢໍ່າ​ພວກ​ຜູ້ປົກຄອງ​ດັ່ງ​ຢຽບ​ຂີ້ຕົມ ດັ່ງ​ຊ່າງ​ເຮັດ​ໝໍ້ດິນ​ຢຽບຢໍ່າ​ດິນດາກ.


ເຮົາ​ຈະ​ທຳລາຍ​ເນີນພູ​ແລະ​ພູເຂົາ​ທັງຫລາຍ ແລ້ວ​ຫຍ້າ​ກັບ​ຕົ້ນໄມ້​ກໍ​ຈະ​ຫ່ຽວແຫ້ງ​ຕາຍ​ສິ້ນ. ເຮົາ​ຈະ​ປ່ຽນ​ຮ່ອມພູ​ທີ່​ມີ​ນໍ້າ​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈະ​ໃຫ້​ສະ​ນໍ້າ​ແຫ້ງແລ້ງ​ລົງ​ຈົນ​ບໍ່ມີ​ນໍ້າ.


ເຮົາ​ສັ່ງ​ພື້ນ​ນໍ້າ​ບ່ອນ​ເລິກສຸດ​ຂອງ​ທ້ອງ​ທະເລ​ວ່າ, ‘ໃຫ້​ນໍ້າ​ແຫ້ງ​ໄປ​ໝົດ​ແລະ​ປະ​ດິນ​ແຫ້ງ​ໄວ້.’


ແຕ່​ທິດ​ຕາເວັນອອກ ເຮົາ​ກຳລັງ​ເອີ້ນ​ເອົາ​ຄົນ​ໜຶ່ງ​ມາ ລາວ​ຈະ​ຊັດ​ຫົວ​ລົງ​ດັ່ງ​ໂຕ​ແຫລວ​ບິນ​ເຈີດ ລາວ​ຈະ​ເຮັດ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງແຜນ ເຮົາ​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເກີດຂຶ້ນ​ຢ່າງນັ້ນ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ກະສັດ​ອັດຊີເຣຍ​ພ້ອມ​ກອງທັບ​ທັງໝົດ​ຂອງ​ລາວ ມາ​ໂຈມຕີ​ຢູດາຍ. ກອງທັບ​ນີ້​ຈະ​ບຸກໜ້າ​ໄປ​ດັ່ງ​ແມ່ນໍ້າ​ເອີຟຣັດ​ໄຫລ​ນອງລົ້ນ​ຕາຝັ່ງ.


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ, “ເຮົາ​ຈະ​ພິຈາລະນາ​ຄະດີ​ຂອງ​ເຈົ້າ ແລະ​ຈະ​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ເຈົ້າ ຊົດໃຊ້​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ບໍ່ນໍ້າ​ຂອງ​ບາບີໂລນ​ບົກລົງ ແລະ​ຈະ​ເຮັດ​ໃຫ້​ແມ່ນໍ້າ​ທັງຫລາຍ​ແຫ້ງ.


ໄພພິບັດ​ຂັ້ນ​ທີ​ສອງ​ໄດ້​ຜ່ານ​ພົ້ນ​ໄປ ແຕ່​ໄພພິບັດ​ຂັ້ນ​ທີ​ສາມ ກໍ​ຈະ​ມາ​ເຖິງ​ໃນບໍ່ຊ້າ​ນີ້ແຫລະ.


ເທວະດາ​ຕົນ​ນັ້ນ ຍັງ​ເວົ້າ​ຕໍ່​ຂ້າພະເຈົ້າ​ອີກ​ວ່າ, “ແມ່ນໍ້າ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ຊຶ່ງ​ເປັນ​ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ໄດ້​ແກ່​ບັນດາ​ຊົນຊາດ ປະຊາຊົນ​ທັງຫລາຍ ບັນດາ​ປະຊາຊາດ ແລະ​ພາສາ​ຕ່າງໆ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ປາກົດ​ຂຶ້ນ​ຈາກ​ທິດ​ຕາເວັນອອກ ຖື​ຕາປະທັບ​ຂອງ​ພຣະເຈົ້າ​ອົງ​ຊົງພຣະຊົນ​ຢູ່. ເທວະດາ​ຕົນ​ນັ້ນ ໄດ້​ຮ້ອງ​ສຽງດັງ​ໃສ່​ເທວະດາ​ທັງ​ສີ່ ຜູ້​ທີ່​ພຣະເຈົ້າ​ໃຫ້​ມີ​ສິດ​ອຳນາດ​ທຳລາຍ​ແຜ່ນດິນ​ໂລກ​ແລະ​ທະເລ​ນັ້ນ.


ສຽງ​ນັ້ນ​ສັ່ງ​ເທວະດາ​ຕົນ​ທີ​ຫົກ​ທີ່​ຖື​ແກ​ນັ້ນ​ວ່າ, “ຈົ່ງ​ປົດປ່ອຍ​ເທວະດາ​ທັງ​ສີ່ ທີ່​ຖືກ​ມັດ​ໄວ້​ໃກ້​ແມ່ນໍ້າ​ໃຫຍ່ ເອີຟຣັດ ນັ້ນ​ເສຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka