Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:1 - ພຣະຄຳພີສັກສິ

1 ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ແຮງ​ດັງ​ອອກ​ມາ​ຈາກ​ພຣະວິຫານ ກ່າວ​ຕໍ່​ເທວະດາ​ເຈັດ​ຕົນ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ ເອົາ​ຂັນ​ທັງ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໄປ​ຖອກ​ໃສ່​ແຜ່ນດິນ​ໂລກ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ວິຫານ​ກ່າວ​ຕໍ່​ເທວະດາ​ທັງ​ເຈັດ​ວ່າ, “ຈົ່ງ​ໄປ​ຖອກ​ຂັນ​ທັງ​ເຈັດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ນັ້ນ​ລົງ​ໃສ່​ແຜ່ນດິນໂລກ”.

Uka jalj uñjjattʼäta Copia luraña




ພຣະນິມິດ 16:1
17 Jak'a apnaqawi uñst'ayäwi  

ຈົ່ງ​ໂກດຮ້າຍ​ຊົນຊາດ​ທີ່​ບໍ່​ເຊື່ອ​ພຣະອົງ​ສາ ຄື​ປະຊາຊົນ​ທີ່​ບໍ່​ພາວັນນາ​ອະທິຖານ​ໃນ​ພຣະນາມ​ຂອງ​ພຣະອົງ.


ຈົ່ງ​ໃຫ້​ຄວາມ​ໂກດຮ້າຍ​ຫັນໄປ​ສູ່​ຊົນຊາດ​ອື່ນ​ສາ ຄື​ຊົນຊາດ​ທັງຫລາຍ​ທີ່​ບໍ່​ນະມັດສະການ​ພຣະເຈົ້າ ແລະ​ຫັນໄປ​ສູ່​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ພຣະອົງ​ໄປ ພວກເຂົາ​ໄດ້​ສັງຫານ​ປະຊາຊົນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ທຳລາຍ​ພວກ​ຂ້ານ້ອຍ​ໃຫ້​ດັບສູນໄປ ແລະ​ປ່ອຍ​ໃຫ້​ດິນແດນ​ຕ້ອງ​ເພພັງ​ຮົກຮ້າງ.


ພຣະອົງ​ໄດ້​ກ່າວ​ແກ່​ຊາຍ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ນັ້ນ​ວ່າ, “ຈົ່ງ​ເຂົ້າ​ໄປ​ລະຫວ່າງ​ລໍ້​ທີ່​ຢູ່​ລຸ່ມ​ເຄຣຸບ ແລະ​ກອບ​ເອົາ​ຖ່ານໄຟ​ທີ່​ລຸກ​ຢູ່​ໃຫ້​ເຕັມ​ກຳມື. ແລ້ວ​ຈົ່ງ​ໂຮຍ​ຖ່ານໄຟ​ນັ້ນ​ໄປ​ທົ່ວ​ເທິງ​ນະຄອນ.” ຂ້າພະເຈົ້າ​ເຝົ້າເບິ່ງ​ຊາຍ​ຄົນ​ນັ້ນ​ເຂົ້າ​ໄປ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ດັ່ງ​ໄຟ​ທີ່​ເຜົາຜານ ອອກ​ໄປ​ທຳລາຍ​ພວກເຂົາ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄອຍຖ້າ​ເບິ່ງ ຄອຍຖ້າ​ວັນ​ທີ່​ເຮົາ​ລຸກຂຶ້ນ​ກ່າວໂທດ​ຊົນຊາດ​ທັງຫລາຍ. ເຮົາ​ໄດ້​ຕັດສິນໃຈ​ເຕົ້າໂຮມ​ບັນດາ​ຊົນຊາດ ແລະ​ອານາຈັກ​ທັງຫລາຍ​ແລ້ວ ເພື່ອ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ທົ່ວ​ແຜ່ນດິນ​ໂລກ​ຈະ​ຖືກ​ໄຟ​ແຫ່ງ​ຄວາມ​ກີ້ວໂກດ​ຂອງເຮົາ​ທຳລາຍ.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


ໃນ​ຂະນະ​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ອີກ ອອກ​ມາ​ຈາກ​ພຣະວິຫານ ຮ້ອງ​ສຽງດັງ​ໃສ່​ຜູ້​ທີ່​ນັ່ງ​ຢູ່​ເທິງ​ເມກ​ນັ້ນ​ວ່າ, “ຈົ່ງ​ໃຊ້​ກ່ຽວ​ຂອງ​ພຣະອົງ​ກ່ຽວ​ສາ ເພາະ​ເຖິງ​ເວລາ​ກ່ຽວ​ແລ້ວ. ດ້ວຍວ່າ, ຜົນ​ທີ່​ແຜ່ນດິນ​ໂລກ ກໍ​ສຸກ​ພໍ​ເກັບກ່ຽວ​ແລ້ວ.”


ໃນ​ຂະນະ​ນັ້ນ ມີ​ເທວະດາ​ຕົນ​ອື່ນ​ອີກ ລົງ​ມາ​ຈາກ​ແທ່ນບູຊາ ເປັນ​ຜູ້​ມີ​ໜ້າທີ່​ກຳກັບ​ໄຟ, ເທວະດາ​ຕົນ​ນີ້​ໄດ້​ຮ້ອງ​ສຽງດັງ ບອກ​ເທວະດາ​ຕົນ​ທີ່​ຖື​ກ່ຽວ​ດວງ​ຄົມ​ນັ້ນ​ວ່າ, “ຈົ່ງ​ໃຊ້​ກ່ຽວ​ດວງ​ຄົມ​ຂອງທ່ານ ກ່ຽວ​ພວງ​ໝາກອະງຸ່ນ ຈາກ​ສວນອະງຸ່ນ​ທີ່​ແຜ່ນດິນ​ໂລກ ເພາະ​ໝາກອະງຸ່ນ​ສຸກ​ແລ້ວ.”


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ໃຫຍ່ຫລວງ ແລະ​ໜ້າ​ອັດສະຈັນ​ໃນ​ສະຫວັນ​ອີກ​ຢ່າງ​ໜຶ່ງ ຄື​ມີ​ເທວະດາ​ເຈັດ​ຕົນ​ຖື​ໄພ​ອັນຕະລາຍ​ເຈັດ​ຢ່າງ ເປັນ​ໄພ​ອັນຕະລາຍ​ຄັ້ງ​ສຸດທ້າຍ ເພາະວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ເປັນ​ການ​ສິ້ນສຸດ​ລົງ.


ແລ້ວ​ເທວະດາ​ຕົນ​ທີ​ເຈັດ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃນ​ອາກາດ ມີ​ສຽງ​ໜຶ່ງ​ດັງ​ແຮງ​ມາ​ຈາກ​ບັນລັງ​ໃນ​ພຣະວິຫານ ກ່າວ​ວ່າ, “ສຳເລັດ​ແລ້ວ.”


ແລະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ເຈົ້າ​ໃຫ້​ອອກ​ໄປ​ທຳລາຍ​ພວກ​ຄົນຊົ່ວຮ້າຍ​ເຫຼົ່ານັ້ນ ໃນ​ເມືອງ​ອາມາເຫຼັກ. ພຣະອົງ​ບອກ​ເຈົ້າ​ໃຫ້​ສູ້ຮົບ ແລະ​ຂ້າ​ພວກເຂົາ​ຖິ້ມ​ໝົດ.


ຈົ່ງ​ໄປ​ໂຈມຕີ​ຊາວ​ອາມາເຫຼັກ ແລະ​ທຳລາຍ​ທຸກຢ່າງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ​ໃຫ້​ໝົດ. ຢ່າ​ໃຫ້​ສິ່ງໃດສິ່ງໜຶ່ງ​ເຫຼືອ​ຢູ່​ເລີຍ. ຈົ່ງ​ຂ້າ​ຜູ້ຊາຍ​ຜູ້ຍິງ, ແອນ້ອຍ​ທີ່​ຫາ​ກໍ​ເກີດ​ໃໝ່​ກັບ​ເດັກນ້ອຍ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງງົວ, ຝູງແກະ, ຝູງ​ອູດ ແລະ​ຝູງ​ລໍ​ດ້ວຍ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka