Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 15:8 - ພຣະຄຳພີສັກສິ

8 ພຣະວິຫານ​ເຕັມ​ໄປ​ດ້ວຍ​ຄວັນ​ແຫ່ງ​ສະຫງ່າຣາສີ​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ. ບໍ່ມີ​ຜູ້ໃດ​ເຂົ້າ​ໄປ​ໃນ​ພຣະວິຫານ​ນັ້ນ​ໄດ້ ຈົນກວ່າ​ໄພພິບັດ​ທັງ​ເຈັດ ຂອງ​ເທວະດາ​ທັງ​ເຈັດ​ຕົນ​ນັ້ນ ຈະ​ໄດ້​ສິ້ນສຸດ​ລົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແລະ ວິຫານ​ນັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວັນ​ແຫ່ງ​ສະຫງ່າລາສີ ແລະ ລິດອຳນາດ​ຂອງ​ພຣະເຈົ້າ ແລະ ບໍ່​ມີ​ຜູ້ໃດ​ສາມາດ​ເຂົ້າໄປ​ໃນ​ວິຫານ​ໄດ້​ຈົນກວ່າ​ໄພພິບັດ​ທັງ​ເຈັດ​ຈາກ​ເທວະດາ​ເຈັດ​ຕົນ​ນັ້ນ​ຈະ​ສຳເລັດ​ສົມບູນ.

Uka jalj uñjjattʼäta Copia luraña




ພຣະນິມິດ 15:8
14 Jak'a apnaqawi uñst'ayäwi  

ສຽງ​ຂອງ​ພຣະເຈົ້າຢາເວ​ນັ້ນ​ສັ່ນ​ຕົ້ນໂອກ​ທັງຫລາຍ ແລະ​ເຮັດ​ໃຫ້​ໃບໄມ້​ຫລົ່ນ​ລົງ​ສູ່​ພື້ນ ໃນ​ຂະນະທີ່​ທຸກຄົນ​ຮ້ອງ​ໃນ​ພຣະວິຫານ​ຂອງ​ພຣະອົງ​ວ່າ, “ສະຫງ່າຣາສີ.”


ພູເຂົາ​ຊີນາຍ​ທັງ​ໜ່ວຍ​ມີ​ຄວັນ​ປົກຄຸມ​ຢູ່ ເພາະ​ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ໃນ​ໄຟ​ທີ່​ເທິງ​ພູ​ນັ້ນ. ສະນັ້ນ ຄວັນ​ທີ່​ພຸ່ງ​ຂຶ້ນ​ມາ ຈຶ່ງ​ຄື​ຄວັນ​ທີ່​ອອກ​ມາ​ຈາກ​ເຕົາ​ໄຟ​ອັນ​ໃຫຍ່ ແລະ​ພູເຂົາ​ທັງ​ໜ່ວຍ​ກໍ​ສະທ້ານ​ຫວັ່ນໄຫວ​ຢ່າງ​ໜັກ.


ສັດ​ເຫຼົ່ານັ້ນ​ຮ້ອງ ຈົນ​ຮາກຖານ​ຂອງ​ພຣະວິຫານ​ສັ່ນສະເທືອນ ແລະ​ມີ​ຄວັນ​ຄຸມ​ຢູ່​ເຕັມ​ພຣະວິຫານ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


ຄຳ​ພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ຂຶ້ນ​ໄປ​ບໍ່​ເຖິງ ຍ້ອນ​ຄວາມຮ້າຍ​ຂອງ​ພຣະອົງ​ຕຶບໜາ​ດັ່ງ​ກ້ອນເມກ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ວ່າ ລາວ​ຈະ​ເຂົ້າ​ໄປ​ເບື້ອງ​ຫລັງ​ຜ້າກັ້ງ​ຕໍ່ໜ້າ​ພຣະທີ່ນັ່ງ​ແຫ່ງພຣະຄຸນ​ໃນ​ເວລາ​ກຳນົດ​ໃຫ້​ເທົ່ານັ້ນ​ຄື: ໃນ​ບ່ອນ​ສັກສິດ​ທີ່ສຸດ; ເພາະວ່າ​ທີ່​ນັ້ນ​ແມ່ນ​ບ່ອນ​ທີ່​ເຮົາ​ປາກົດ​ໃນ​ເມກ ເໜືອ​ຝາອັດ​ຫີບ​ພັນທະສັນຍາ. ຖ້າ​ລາວ​ບໍ່​ເຊື່ອຟັງ ລາວ​ຈະ​ຕ້ອງ​ຕາຍ.


ຄວາມ​ຮັ່ງມີ​ຂອງ​ພຣະເຈົ້າ​ກໍ​ມີ​ຢ່າງ​ລົ້ນເຫລືອ ແລະ​ພຣະ​ສະຕິປັນຍາ ທັງ​ຄວາມ​ຮອບຮູ້​ຂອງ​ພຣະອົງ​ກໍ​ແສນ​ເລີດລໍ້າ ການ​ຕັດສິນ​ຂອງ​ພຣະອົງ ກໍ​ເຫຼືອ​ທີ່​ຈະ​ເຂົ້າໃຈ​ໄດ້ ແລະ​ວິທີ​ທາງ​ຂອງ​ພຣະອົງ ກໍ​ເຫຼືອ​ວິໄສ​ທີ່​ຈະ​ຄົ້ນຄວ້າ​ໄດ້.


ພຣະເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຖືກ​ທົນທຸກ​ແລະ​ໄດ້​ຮັບ​ໂທດ ແລະ​ຖືກ​ທຳລາຍ​ຕະຫລອດໄປ ຄື​ຖືກ​ແຍກ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຈາກ​ຣິດທານຸພາບ ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ໃຫຍ່ຫລວງ ແລະ​ໜ້າ​ອັດສະຈັນ​ໃນ​ສະຫວັນ​ອີກ​ຢ່າງ​ໜຶ່ງ ຄື​ມີ​ເທວະດາ​ເຈັດ​ຕົນ​ຖື​ໄພ​ອັນຕະລາຍ​ເຈັດ​ຢ່າງ ເປັນ​ໄພ​ອັນຕະລາຍ​ຄັ້ງ​ສຸດທ້າຍ ເພາະວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ເປັນ​ການ​ສິ້ນສຸດ​ລົງ.


ນະຄອນ​ນັ້ນ ປະກອບ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ມີ​ແສງ​ຮຸ່ງເຮືອງ​ເໝືອນ​ເພັດ ເໝືອນ​ແກ້ວມະນີໂຊດ​ອັນ​ເສາະໃສ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka