Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 15:6 - ພຣະຄຳພີສັກສິ

6 ແລ້ວ​ເທວະດາ​ເຈັດ​ຕົນ ທີ່​ຖື​ໄພພິບັດ​ເຈັດ​ຢ່າງ​ນັ້ນ ໄດ້​ອອກ​ມາ​ຈາກ​ພຣະວິຫານ ທຸກ​ຕົນ​ນຸ່ງ​ຜ້າປ່ານ​ເນື້ອລະອຽດ​ເສາະໃສ ແລະ​ໃສ່​ສາຍ​ຮັດ​ໜ້າເອິກ​ທີ່​ເຮັດ​ດ້ວຍ​ຄຳ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ເທວະດາ​ເຈັດ​ຕົນ​ທີ່​ຖື​ໄພພິບັດ​ທັງ​ເຈັດ​ກໍ​ອອກມາ​ຈາກ​ວິຫານ. ພວກເພິ່ນ​ນຸ່ງ​ຜ້າຝ້າຍລິນິນ​ສະອາດ, ຜ້າຝ້າຍລິນິນ​ເຫລື້ອມ ແລະ ຄາດ​ສາຍສະພາຍ​ຄຳ​ຮອບ​ໜ້າເອິກ​ຂອງ​ພວກເພິ່ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 15:6
9 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ເງີຍໜ້າ​ຂຶ້ນ​ເຫັນ​ຊາຍ​ຜູ້ໜຶ່ງ​ທີ່​ນຸ່ງ​ເຄື່ອງ​ອັນ​ສະຫງ່າງາມ ແລະ​ຂັດ​ສາຍ​ແອວ​ຄຳ​ຈາກ​ອູຟາດ.


ເວລາ​ພວກຍິງ​ເຫຼົ່ານີ້​ຢືນ​ຄິດເຖິງ​ເຫດການ​ນີ້​ຢູ່ ໃນ​ທັນໃດນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ຢືນ​ຢູ່​ໃກ້​ພວກ​ນາງ ຊາຍ​ສອງ​ຄົນ​ນີ້​ນຸ່ງ​ເຄື່ອງ​ເປັ່ງ​ປະກາຍ​ຈົນ​ເຫຼື້ອມ​ຕາ.


ແລະ​ໃນ​ທ່າມກາງ​ຄັນ​ຕະກຽງ​ຄຳ​ເຫຼົ່ານັ້ນ, ມີ​ຜູ້ໜຶ່ງ​ເໝືອນ​ບຸດ​ມະນຸດ ນຸ່ງ​ເສື້ອລ່າມ​ກວມ​ຕີນ ມີ​ຜ້າບ່ຽງ​ຄຳ​ຄຽນ​ເອິກ​ຂອງ​ພຣະອົງ.


ໃນ​ຂະນະ​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ອີກ ອອກ​ມາ​ຈາກ​ພຣະວິຫານ ຮ້ອງ​ສຽງດັງ​ໃສ່​ຜູ້​ທີ່​ນັ່ງ​ຢູ່​ເທິງ​ເມກ​ນັ້ນ​ວ່າ, “ຈົ່ງ​ໃຊ້​ກ່ຽວ​ຂອງ​ພຣະອົງ​ກ່ຽວ​ສາ ເພາະ​ເຖິງ​ເວລາ​ກ່ຽວ​ແລ້ວ. ດ້ວຍວ່າ, ຜົນ​ທີ່​ແຜ່ນດິນ​ໂລກ ກໍ​ສຸກ​ພໍ​ເກັບກ່ຽວ​ແລ້ວ.”


ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ຕົນ​ໜຶ່ງ​ອີກ ອອກ​ມາ​ຈາກ​ພຣະວິຫານ​ໃນ​ສະຫວັນ ຖື​ກ່ຽວ​ດວງ​ຄົມ​ເໝືອນກັນ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ໃຫຍ່ຫລວງ ແລະ​ໜ້າ​ອັດສະຈັນ​ໃນ​ສະຫວັນ​ອີກ​ຢ່າງ​ໜຶ່ງ ຄື​ມີ​ເທວະດາ​ເຈັດ​ຕົນ​ຖື​ໄພ​ອັນຕະລາຍ​ເຈັດ​ຢ່າງ ເປັນ​ໄພ​ອັນຕະລາຍ​ຄັ້ງ​ສຸດທ້າຍ ເພາະວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ເປັນ​ການ​ສິ້ນສຸດ​ລົງ.


ແລະ​ຊົງ​ໂຜດ​ໃຫ້​ເຈົ້າສາວ​ນັ້ນ ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ​ເສາະໃສ​ແລະ​ບໍຣິສຸດ.” (ເພາະ​ຜ້າປ່ານ​ເນື້ອ​ດີ​ນັ້ນ ໄດ້​ແກ່​ການ​ປະຕິບັດ​ອັນ​ຊອບທຳ​ແຫ່ງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka