Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 15:5 - ພຣະຄຳພີສັກສິ

5 ຫລັງຈາກ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ພຣະວິຫານ​ໃນ​ສະຫວັນ ຄື​ຫໍເຕັນ​ສັກສິດ​ແຫ່ງ​ຄຳ​ພະຍານ​ໄດ້​ເປີດ​ອອກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຫລັງຈາກນີ້ ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ວິຫານ​ໃນ​ສະຫວັນ ນັ້ນ​ແມ່ນ​ຫໍເຕັນ​ຂອງ​ກົດບັນຍັດ​ແຫ່ງ​ພັນທະສັນຍາ ແລະ ຫໍເຕັນ​ນັ້ນ​ກໍ​ເປີດ​ອອກ.

Uka jalj uñjjattʼäta Copia luraña




ພຣະນິມິດ 15:5
8 Jak'a apnaqawi uñst'ayäwi  

ຈົ່ງ​ເອົາ​ຫີນ​ສອງ​ແຜ່ນ​ໃສ່​ລົງ​ໃນ​ຫີບ​ນັ້ນ ແລະ​ເອົາ​ຝາອັດ​ຫີບ​ຢອງ​ໄວ້​ຢູ່​ທາງ​ເທິງ.


ຕໍ່ໄປນີ້​ແມ່ນ​ບັນຊີ​ຈຳນວນ​ໂລຫະ​ທີ່​ໄດ້​ໃຊ້​ສ້າງ​ຫໍເຕັນ​ສັກສິດ, ຫໍເຕັນ​ສັກສິດ​ແຫ່ງ​ຄຳພິຍານ ບ່ອນ​ມີ​ຫີນ​ສອງ​ແຜ່ນ​ຈາລຶກ​ຄຳສັ່ງ​ຂອງ​ພຣະເຈົ້າ​ສິບ​ຂໍ້​ຖືກ​ບັນຈຸ​ໄວ້. ບັນຊີ​ນີ້​ໄດ້​ຂຽນ​ຂຶ້ນ​ຕາມ​ຄຳສັ່ງ​ຂອງ​ໂມເຊ ແລະ​ຊາວ​ເລວີ ເປັນ​ຜູ້​ລົງ​ມື​ປະຕິບັດ​ງານ ພາຍໃຕ້​ການ​ຊີ້ນຳ​ຂອງ​ອີທາມາ ລູກຊາຍ​ຂອງ​ປະໂຣຫິດ​ອາໂຣນ.


ແຕ່​ໃຫ້​ພວກເຂົາ​ກຳ​ກັບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ກຳ​ກັບ​ເຄື່ອງໃຊ້​ປະຈຳ​ແລະ​ສິ່ງຂອງ​ໃນນັ້ນ​ທັງໝົດ; ພວກເຂົາ​ຈະ​ແບກຫາມ​ຫໍເຕັນ​ສັກສິດ ແລະ​ເຄື່ອງໃຊ້​ຕ່າງໆ​ປະຈຳ​ຫໍເຕັນ​ສັກສິດ ຕະຫລອດ​ທັງ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຕັ້ງ​ທີ່ພັກ​ອ້ອມຮອບ​ທີ່​ນັ້ນ​ດ້ວຍ.


ສ່ວນ​ພວກ​ເລວີ​ນັ້ນ ພວກເຂົາ​ຈະ​ຕ້ອງ​ຕັ້ງ​ຄ້າຍ​ອ້ອມຮອບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້ ເພື່ອ​ຈະ​ບໍ່ມີ​ໃຜ​ເຂົ້າ​ມາ​ໃກ້ ແລະ​ກໍ່​ເຫດ​ໃຫ້​ມີ​ຄວາມ​ໂກດຮ້າຍ​ຕໍ່​ຊຸມຊົນ​ອິດສະຣາເອນ​ໄດ້. ໃຫ້​ພວກ​ເລວີ​ເຝົ້າຮັກສາ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້.”


ແລ້ວ​ຜ້າກັ້ງ​ໃນ​ພຣະວິຫານ ກໍໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ​ແຕ່​ເທິງ​ຮອດ​ລຸ່ມ ແຜ່ນດິນ​ກໍ​ສະທ້ານ​ຫວັ່ນໄຫວ ແລະ​ໂງ່ນຫີນ​ກໍ​ແຕກ​ອອກ​ເປັນ​ປ່ຽງໆ


ປະການ​ໜຶ່ງ ປະໂຣຫິດ​ເຫຼົ່ານັ້ນ​ບົວລະບັດ​ເປັນ​ພຽງແຕ່​ແບບ​ແລະ​ເງົາ​ແຫ່ງ​ສະຖານທີ່​ສັກສິດ​ໃນ​ສະຫວັນ. ເໝືອນ​ໂມເຊ, ເມື່ອ​ເພິ່ນ​ຈະ​ຕັ້ງ​ຫໍເຕັນ​ສັກສິດ​ນັ້ນ ພຣະເຈົ້າ​ໄດ້​ຊົງ​ເຕືອນ​ສະຕິ​ເພິ່ນ​ວ່າ, “ເຈົ້າ​ຕ້ອງ​ເຮັດ​ທຸກສິ່ງ ຕາມ​ແບບຢ່າງ​ທີ່​ເຮົາ​ໄດ້​ສຳແດງ​ແກ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.”


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


ມັນ​ອ້າ​ປາກ​ເລີ່ມ​ກ່າວ​ຄຳ​ໝິ່ນປະໝາດ​ຕໍ່​ພຣະເຈົ້າ ຕໍ່​ພຣະນາມ​ຂອງ​ພຣະອົງ ຕໍ່​ທີ່​ສະຖິດ​ຂອງ​ພຣະອົງ ແລະ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເທິງ​ສະຫວັນ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka