Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 15:4 - ພຣະຄຳພີສັກສິ

4 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໃຜ​ໜໍ​ຈະ​ບໍ່​ຢຳເກງ​ພຣະອົງ ແລະ​ຈະ​ບໍ່​ຖວາຍ​ກຽດ​ແດ່​ພຣະນາມ​ຂອງ​ພຣະອົງ ເພາະ​ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍຣິສຸດ. ປະຊາຊາດ​ທັງປວງ​ຈະ​ມາ​ນະມັດສະການ ຕໍ່​ພຣະພັກ​ພຣະອົງ ເພາະ​ກິດຈະການ​ອັນ​ຍຸດຕິທຳ​ຂອງ​ພຣະອົງ ກໍ​ປາກົດ​ແຈ້ງ​ແລ້ວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ມີ​ຜູ້ໃດ​ແດ່​ຈະ​ບໍ່​ຢຳເກງ​ພຣະອົງ ແລະ ຈະ​ບໍ່​ຖວາຍ​ກຽດ​ແກ່​ນາມ​ຂອງ​ພຣະອົງ? ເພາະ​ພຣະອົງ​ຜູ້ດຽວ​ບໍລິສຸດ. ປະຊາຊາດ​ທັງໝົດ​ຈະ​ເຂົ້າ​ມາ ແລະ ນະມັດສະການ​ຕໍ່ໜ້າ​ພຣະອົງ, ເພາະ​ກິດຈະການ​ອັນ​ຊອບທຳ​ຂອງ​ພຣະອົງ​ກໍ​ໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ”.

Uka jalj uñjjattʼäta Copia luraña




ພຣະນິມິດ 15:4
44 Jak'a apnaqawi uñst'ayäwi  

ພຣະອົງ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຂໍ້ຄຳສັ່ງ​ຂອງ​ພຣະອົງ​ໃຊ້​ກັນ​ຢູ່​ທົ່ວ​ໂລກ.


ພຣະອົງ​ມາ​ປົດປ່ອຍ​ແລະ​ຕັ້ງ​ພັນທະສັນຍາ ອັນ​ຕະຫລອດໄປ​ໄວ້​ກັບ​ເຂົາເຈົ້າ. ພຣະນາມ​ຂອງ​ພຣະອົງ​ກໍ​ບໍຣິສຸດ ແລະ​ໜ້າຢຳເກງ.


“ພວກເຈົ້າ​ຜູ້​ຢຳເກງ​ພຣະເຈົ້າຢາເວ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ພວກເຈົ້າ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ນະມັດສະການ​ພຣະອົງ.


ທຸກ​ມູມໂລກ ທຸກ​ຊົນຊາດ​ຈະ​ຄິດເຖິງ​ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ທຸກ​ເຊື້ອຊາດ​ພາສາ​ຈະ​ນະມັດສະການ​ພຣະອົງ.


ແຕ່​ອົງ​ຊົງ​ບໍຣິສຸດ​ນັ່ງ​ທີ່​ເທິງ​ບັນລັງ​ຂອງ​ພຣະອົງ ອົງ​ທີ່​ຊາວ​ອິດສະຣາເອນ​ໃຫ້​ຄຳ​ຍ້ອງຍໍ​ສັນລະເສີນ​ນັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ທຸກ​ຊົນຊາດ​ທີ່​ພຣະອົງ​ໄດ້​ສ້າງ​ຈະ​ກົ້ມຂາບ​ພຣະອົງ ພວກເຂົາ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ຖວາຍ​ສະຫງ່າຣາສີ​ແດ່​ພຣະນາມ​ຂອງ​ພຣະອົງ.


ພຣະເຈົ້າ​ຊົງ​ເປັນ​ທີ່​ຢ້ານກົວ​ໃນ​ຊຸມຊົນ​ຂອງ​ພວກ​ບໍຣິສຸດ​ທັງຫຼາຍ ແລະ​ທຸກຄົນ​ກໍ​ຢືນ​ຢູ່​ຢ່າງ​ເກງກົວ​ສຸດຂີດ​ຕໍ່​ພຣະອົງ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ປະຊາຊົນ​ຊາວ​ພູເຂົາ​ຊີໂອນ​ຍິນດີ ແລະ​ເມືອງ​ຕ່າງໆ​ໃນ​ຢູດາຍ​ກໍ​ຊົມຊື່ນ​ຍິນດີ​ດ້ວຍ. ຍ້ອນ​ການຕັດສິນ​ຂອງ​ພຣະອົງ​ຍຸດຕິທຳ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ອົງ​ບໍຣິສຸດ​ຕໍ່ໜ້າ​ພຣະ​ບັນລັງ​ເຖີດ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ທີ່​ເນີນພູ​ສັກສິດ​ຂອງ​ພຣະອົງ. ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເປັນ​ອົງ​ບໍຣິສຸດ.


ແລະ​ຜູ້​ທີ່​ຢູ່​ທາງທິດ​ຕາເວັນອອກ​ກໍ​ຈະ​ສັນລະເສີນ​ພຣະເຈົ້າຢາເວ. ປະຊາຊົນ​ທີ່​ຢູ່​ຕາມ​ແຄມ​ທະເລ​ຈະ​ສັນລະເສີນ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ຊົນຊາດ​ທີ່​ມີ​ອຳນາດ​ຈະ​ສັນລະເສີນ​ພຣະອົງ ປະຊາຊາດ​ທີ່​ໂຫດຮ້າຍ​ຈະ​ຢ້ານກົວ​ພຣະອົງ​ດ້ວຍ.


ໃນ​ຕອນ​ກາງຄືນ ຂ້ານ້ອຍ​ກໍ​ຄິດຫາ​ແຕ່​ພຣະອົງ ປາຖະໜາ​ຫາ​ແຕ່​ພຣະອົງ​ດ້ວຍ​ໝົດ​ຫົວໃຈ. ເມື່ອ​ພຣະອົງ​ຕັດສິນ​ໂລກນີ້​ລວມທັງ​ປະຊາຊາດ​ທັງປວງ ທຸກຄົນ​ຈະ​ໄດ້​ຮຽນຮູ້​ວ່າ​ຄວາມ​ຍຸດຕິທຳ​ຄື​ຫຍັງ​ແທ້.


ເຮົາ​ໄດ້ສາບານ​ໂດຍເຮົາເອງ​ດ້ວຍ​ຄວາມ​ຊອບທຳ ຖ້ອຍຄຳ​ໄດ້​ອອກ​ໄປ​ຈາກ​ປາກ​ຂອງເຮົາ​ຈະ​ບໍ່​ປ່ຽນແປງ​ຈັກເທື່ອ​ວ່າ, ‘ທຸກ​ຫົວເຂົ່າ​ຈະຕ້ອງ​ຄຸລົງ​ຕໍ່ໜ້າ​ເຮົາ ລີ້ນ​ທຸກ​ລີ້ນ​ຈະ​ສາບານ​ຕໍ່​ເຮົາ.’


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ເສຣາຟິມ​ເຫຼົ່ານີ້​ເອີ້ນ​ໃສ່​ກັນແລະກັນ​ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ບໍຣິສຸດ ພຣະ​ສະຫງ່າຣາສີ​ກໍ​ແຜ່​ກະຈາຍ​ໄປ​ທົ່ວໂລກ.”


ເຈົ້າ​ຈະ​ເຫັນ​ສິ່ງນີ້ ແລະ​ເຕັມ​ດ້ວຍ​ຄວາມ​ປິຕິ​ຍິນດີ ຈະ​ທັງ​ສັ່ນເຊັນ​ດ້ວຍ​ຄວາມ​ຕື່ນເຕັ້ນ. ຊັບສົມບັດ​ນາໆຊາດ​ຈະ​ຖືກ​ນຳ​ມາ​ຈາກ​ທີ່​ຫ່າງໄກ​ຂອງ​ທະເລ ຊັບສົມບັດ​ຂອງ​ພວກເຂົາ​ຈະ​ມາ​ຫາ​ເຈົ້າ.


ຜູ້ໃດ​ແດ່​ບໍ່​ຍ້ອງຍໍ​ໃຫ້ກຽດ? ກະສັດ​ທຸກ​ຊົນຊາດ​ເອີຍ ພຣະອົງ​ເປັນ​ຜູ້​ສົມຄວນ​ຈະ​ໄດ້​ຮັບ​ກຽດຕິຍົດ. ທ່າມກາງ​ພວກ​ນັກປາດ​ຂອງ​ຊົນຊາດ​ທັງຫລາຍ ໃນ​ບັນດາ​ກະສັດ​ຂອງ​ພວກເຂົາ​ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ໄດ້.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ເຮົາ​ແມ່ນ​ພຣະເຈົ້າຢາເວ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢຳເກງ​ເຮົາ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢ້ານກົວ​ຕົວສັ່ນ​ຕໍ່ໜ້າ​ເຮົາ? ເຮົາ​ເປັນ​ຜູ້​ຈັດສັນ​ດິນ​ຊາຍ​ໄວ້​ເປັນ​ເຂດ​ອ້ອມ​ທະເລ ເພື່ອ​ໃຫ້​ເປັນ​ເຄື່ອງ​ກີດກັ້ນ​ອັນ​ຖາວອນ​ບໍ່​ໃຫ້​ນໍ້າ​ທະເລ​ຜ່ານ​ໄປ​ໄດ້. ນໍ້າ​ທະເລ​ອາດ​ໂຍກຂຶ້ນ​ໂຍກລົງ ແຕ່​ກໍ​ເລີຍ​ຂອບເຂດ​ນັ້ນ​ໄປ​ບໍ່ໄດ້; ຄື້ນ​ທະເລ​ອາດ​ດັງ​ກ້ອງສະໜັ່ນ ແຕ່​ກໍ​ຜ່ານ​ໄປ​ບໍ່ໄດ້.


ແຕ່​ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ຈະ​ກັບຄືນ​ມາ ແລະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ອີກເທື່ອໜຶ່ງ ແລະ​ຈະ​ກັບຄືນ​ໄປ​ຫາ​ເຊື້ອສາຍ​ຂອງ​ດາວິດ​ກະສັດ​ຂອງ​ພວກເຂົາ. ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ຢຳເກງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ສິ່ງ​ດີ​ທີ່​ພຣະອົງ​ຈະ​ໂຜດ​ໃຫ້.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ຕັ້ງແຕ່​ໃດໆ​ມາ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ, ເປັນ​ອົງ​ບໍຣິສຸດ ແລະ​ອົງ​ເປັນ​ຢູ່​ສືບໄປ​ເປັນນິດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ ແລະ​ພຣະ​ຜູ້​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ; ພຣະອົງ​ໄດ້​ເລືອກເອົາ​ພວກ​ບາບີໂລນ ແລະ​ໄດ້​ເຮັດ​ໃຫ້​ພວກເຂົາ​ແຂງແຮງ ເພື່ອ​ວ່າ​ພວກເຂົາ​ຈະ​ລົງໂທດ​ພວກ​ຂ້ານ້ອຍ​ໄດ້.


ແລ້ວ​ພວກ​ທີ່​ລອດຊີວິດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ ທີ່​ໄດ້​ໂຈມຕີ​ນະຄອນ​ເຢຣູຊາເລັມ​ນັ້ນ ກໍ​ຈະ​ໄປ​ທີ່​ນັ້ນ​ທຸກໆ​ປີ ເພື່ອ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຄື​ອົງ​ຊົງ​ເປັນ​ກະສັດ ແລະ​ເພື່ອ​ສະເຫລີມ​ສະຫລອງ​ເທດສະການ​ປຸກຕູບຢູ່.


ໃນ​ເວລາ​ນັ້ນ​ຈະ​ມີ​ຫລາຍ​ຊົນຊາດ​ມາ​ຫາ​ພຣະເຈົ້າຢາເວ ແລະ​ກາຍເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ຈະ​ຢູ່​ທ່າມກາງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ.


ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແລະ​ເພື່ອ​ໃຫ້​ຄົນຕ່າງຊາດ​ໄດ້​ສັນລະເສີນ​ພຣະເຈົ້າ ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ດ້ວຍເຫດນີ້ ຂ້ານ້ອຍ​ ຈຶ່ງ​ຈະ​ສັນລະເສີນ​ພຣະອົງ ໃນ​ທ່າມກາງ​ຄົນຕ່າງຊາດ​ທັງຫລາຍ. ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ​ຍ້ອງຍໍ​ ສັນລະເສີນ ຖວາຍ​ແກ່​ພຣະນາມ​ຂອງ​ພຣະອົງ.”


ເພາະ​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ບໍຣິສຸດ ເພາະ​ຝ່າຍ​ເຮົາ​ບໍຣິສຸດ.”


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ເທວະດາ​ຕົນ​ນັ້ນ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຍົກຍ້ອງ​ໃຫ້ກຽດ​ແກ່​ພຣະອົງ ເພາະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຕັດສິນ​ມະນຸດສະໂລກ ຈົ່ງ​ນະມັດສະການ​ພຣະອົງ ຜູ້​ທີ່​ໄດ້​ສ້າງ​ຟ້າ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ກັບ​ບໍ່​ນໍ້າພຸ​ທັງຫລາຍ.”


ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເທວະດາ​ແຫ່ງ​ນໍ້າ​ນັ້ນ​ຮ້ອງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຜູ້​ບໍຣິສຸດ ຜູ້​ຊົງ​ດຳລົງ​ຢູ່​ບັດນີ້ ແລະ​ຜູ້​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພຣະອົງ​ຊົງ​ເປັນ​ຜູ້​ຍຸດຕິທຳ ເພາະ​ພຣະອົງ​ຊົງ​ພິພາກສາ​ເຫດການ​ເຫຼົ່ານີ້.


ແລະ​ຂ້າພະເຈົ້າ​ໄດ້ຍິນ​ແທ່ນບູຊາ​ຮ້ອງ​ວ່າ, “ຈິງຢູ່ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ການ​ພິພາກສາ​ຂອງ​ພຣະອົງ​ກໍ​ທ່ຽງແທ້​ແລະ​ຍຸດຕິທຳ.”


ດ້ວຍວ່າ, ການ​ຕັດສິນ​ຂອງ​ພຣະອົງ ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ ພຣະເຈົ້າ​ໄດ້​ລົງໂທດ​ນາງ ຍ້ອນ​ນາງ​ໄດ້​ຂ້າ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.”


ແລະ​ຊົງ​ໂຜດ​ໃຫ້​ເຈົ້າສາວ​ນັ້ນ ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ​ເສາະໃສ​ແລະ​ບໍຣິສຸດ.” (ເພາະ​ຜ້າປ່ານ​ເນື້ອ​ດີ​ນັ້ນ ໄດ້​ແກ່​ການ​ປະຕິບັດ​ອັນ​ຊອບທຳ​ແຫ່ງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ.)


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ບໍຣິສຸດ​ແລະ​ສັດຊື່ ຜູ້​ຊົງ​ຖື​ຂໍ​ກະແຈ​ຂອງ​ດາວິດ ແລະ​ຜູ້​ຊົງ​ເປີດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ປິດ ແລະ​ຜູ້​ຊົງ​ປິດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເປີດ ຊົງ​ກ່າວ​ດັ່ງນີ້​ວ່າ,


ສິ່ງທີ່ມີ​ຊີວິດ​ທັງ​ສີ່​ຕົນ ທຸກ​ຕົນ​ມີ​ປີກ​ຫົກ​ປີກ ແລະ​ມີ​ຕາ​ເຕັມ​ຂ້າງນອກ​ແລະ​ຂ້າງໃນ. ພວກເພິ່ນ​ຮ້ອງ​ຕະຫລອດ​ວັນ​ຕະຫລອດ​ຄືນ​ບໍ່​ຢຸດ​ບໍ່​ເຊົາ​ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ແລະ​ຜູ້​ຈະ​ຊົງ​ສະເດັດ​ມາ.”


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


ບໍ່ມີ​ຜູ້ໃດ​ບໍຣິສຸດ​ດັ່ງ​ພຣະເຈົ້າຢາເວ ບໍ່ມີ​ພະ​ຄຸ້ມຄອງ​ອົງ​ໃດ​ເປັນ​ດັ່ງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka