Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 15:2 - ພຣະຄຳພີສັກສິ

2 ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສິ່ງ​ໜຶ່ງ ຄື​ທະເລ​ແກ້ວ​ປົນ​ໄຟ, ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ບັນດາ​ຜູ້​ທີ່​ມີ​ໄຊຊະນະ​ເໜືອ​ສັດຮ້າຍ​ແລະ​ຮູບ​ຂອງ​ມັນ ແລະ​ເໜືອ​ຜູ້​ທີ່​ມີ​ຕົວ​ເລກ​ໝາຍ​ຊື່​ຂອງ​ມັນ ຄົນ​ເຫຼົ່ານີ້​ໄດ້​ຢືນ​ຢູ່​ແຄມ​ທະເລ​ແກ້ວ​ນັ້ນ ພວກເຂົາ​ຖື​ພິນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ຂ້າພະເຈົ້າ​ແນມ​ເຫັນ​ສິ່ງ​ໜຶ່ງ​ຄ້າຍຄື​ກັນ​ກັບ​ທະເລ​ແກ້ວ​ປົນ​ໄຟ, ບັນດາ​ຜູ້​ມີ​ໄຊຊະນະ​ເໜືອ​ສັດຮ້າຍ​ກັບ​ຮູບຈຳລອງ ແລະ ໂຕເລກ​ປະຈຳ​ຊື່​ຂອງ​ມັນ​ຢືນ​ຢູ່​ແຄມ​ທະເລ​ນັ້ນ. ພວກເຂົາ​ຖື​ພິນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ

Uka jalj uñjjattʼäta Copia luraña




ພຣະນິມິດ 15:2
14 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ໝາຍເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່​ກໍ​ແມ່ນ, ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ຂ້າພະເຈົ້າ​ກໍ​ມີ​ຣິດ​ກວ່າ​ຂ້າພະເຈົ້າ​ອີກ ຊຶ່ງ​ຂ້າພະເຈົ້າ​ບໍ່​ສົມຄວນ​ຈະ​ຈັບ​ແມ່ນແຕ່​ເກີບ​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ແລະ​ດ້ວຍ​ໄຟ


ເຖິງ​ແມ່ນ​ວ່າ ຄຳ​ກໍ​ຍັງ​ຖືກ​ລອງ​ເບິ່ງ​ດ້ວຍ​ໄຟ ແຕ່​ຄວາມເຊື່ອ​ທີ່​ຖືກ​ລອງ​ກໍ​ປະເສີດ​ກວ່າ​ຄຳ ທີ່​ຍ່ອມ​ຮູ້​ສູນຫາຍ​ໄປ. ດັ່ງນັ້ນ ການ​ທົດລອງ​ຕ່າງໆ​ເກີດຂຶ້ນ ເພື່ອ​ໃຫ້​ຄວາມເຊື່ອ​ທີ່​ລອງ​ແລ້ວ​ນັ້ນ ປາກົດ​ວ່າ ຄວນ​ໄດ້​ຮັບ​ຄຳ​ສັນລະເສີນ ສະຫງ່າຣາສີ ແລະ​ກຽດຕິຍົດ ໃນ​ເວລາ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຈະ​ສະເດັດ​ມາ​ປາກົດ.


ພວກ​ທີ່ຮັກ​ເອີຍ, ຢ່າ​ປະຫລາດ​ໃຈ​ທີ່​ພວກເຈົ້າ​ໄດ້​ຮັບ​ຄວາມ​ທຸກຮ້ອນ​ຢ່າງ​ແສນ​ສາຫັດ​ເປັນ​ການ​ລອງໃຈ ເໝືອນ​ກັບ​ວ່າ​ເປັນ​ເຫດ​ອັນ​ແປກ​ປະຫລາດ​ເກີດຂຶ້ນ​ກັບ​ພວກເຈົ້າ.


ເຂົາ​ເຫຼົ່ານັ້ນ​ໄດ້​ຊະນະ​ພະຍານາກ​ແລ້ວ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະ​ເມສານ້ອຍ ແລະ​ເພາະ​ຄຳ​ພະຍານ​ຂອງ​ພວກເຂົາ​ເອງ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຕາຍ​ກໍ​ບໍ່​ເສຍ​ດາຍ​ຊີວິດ​ຂອງຕົນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສັດຮ້າຍ​ໂຕໜຶ່ງ ຂຶ້ນ​ມາ​ຈາກ​ທະເລ ມັນ​ມີ​ສິບ​ເຂົາ​ກັບ​ເຈັດ​ຫົວ ແລະ​ຢູ່​ເທິງ​ແຕ່ລະ​ເຂົາ​ມີ​ມົງກຸດ​ອັນ​ໜຶ່ງ ແລະ​ຢູ່​ເທິງ​ແຕ່ລະ​ຫົວ​ມີ​ຊື່​ເປັນ​ຄຳ​ໝິ່ນປະໝາດ​ພຣະເຈົ້າ.


ມັນ​ຫລອກລວງ​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ໂລກ​ດ້ວຍ​ໝາຍສຳຄັນ ທີ່​ຊົງ​ໃຫ້​ມັນ​ເຮັດ​ຕໍ່ໜ້າ​ສັດຮ້າຍ​ໂຕ​ເດີມ​ນັ້ນ ແລະ​ມັນ​ສັ່ງ​ໃຫ້​ເຂົາ​ສ້າງ​ຮູບ​ສັດຮ້າຍ ທີ່​ຖືກ​ຟັນ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.


ເພື່ອ​ບໍ່​ໃຫ້​ຜູ້ໃດ​ຊື້ ຫລື​ຂາຍ​ໄດ້ ເວັ້ນ​ໄວ້​ແຕ່​ຜູ້​ທີ່​ມີ​ເຄື່ອງໝາຍ​ນັ້ນ ຊຶ່ງ​ເປັນ​ຊື່​ຂອງ​ສັດຮ້າຍ ຫລື​ເລກ​ທີ່​ໝາຍ​ເຖິງ​ຊື່​ມັນ​ນັ້ນ.


ກຳແພງ​ນັ້ນ ສ້າງ​ດ້ວຍ​ແກ້ວມະນີໂຊດ ແລະ​ນະຄອນ​ນັ້ນ ສ້າງ​ດ້ວຍ​ຄຳ​ບໍຣິສຸດ​ທີ່​ເສາະໃສ​ເໝືອນ​ແກ້ວ.


ຢູ່​ຕໍ່ໜ້າ​ບັນລັງ​ນັ້ນ ມີ​ສິ່ງ​ໜຶ່ງ​ເໝືອນ​ທະເລ​ແກ້ວມະນີ. ອ້ອມຮອບ​ບັນລັງ​ທຸກ​ດ້ານ​ມີ​ສິ່ງທີ່ມີ​ຊີວິດ​ສີ່​ຕົນ ຊຶ່ງ​ມີ​ຕາ​ເຕັມ​ຢູ່​ທັງ​ຂ້າງໜ້າ​ແລະ​ຂ້າງຫລັງ.


ເມື່ອ​ຮັບ​ເອົາ​ໜັງສື​ມ້ວນ​ນັ້ນ​ແລ້ວ ສິ່ງທີ່ມີ​ຊີວິດ​ທັງ​ສີ່​ພ້ອມ​ກັບ​ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ກົ້ມ​ຂາບລົງ​ແທບ​ຕີນ​ພຣະ​ເມສານ້ອຍ​ນັ້ນ ແຕ່ລະຄົນ​ຖື​ພິນ​ແລະ​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ ຊຶ່ງ​ເປັນ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka