Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 15:1 - ພຣະຄຳພີສັກສິ

1 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ໃຫຍ່ຫລວງ ແລະ​ໜ້າ​ອັດສະຈັນ​ໃນ​ສະຫວັນ​ອີກ​ຢ່າງ​ໜຶ່ງ ຄື​ມີ​ເທວະດາ​ເຈັດ​ຕົນ​ຖື​ໄພ​ອັນຕະລາຍ​ເຈັດ​ຢ່າງ ເປັນ​ໄພ​ອັນຕະລາຍ​ຄັ້ງ​ສຸດທ້າຍ ເພາະວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ເປັນ​ການ​ສິ້ນສຸດ​ລົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່ ແລະ ມະຫັດສະຈັນ​ອື່ນ​ອີກ​ໃນ​ສະຫວັນ​ຄື: ເທວະດາ​ເຈັດ​ຕົນ ແລະ ໄພພິບັດ​ສຸດທ້າຍ​ທັງ​ເຈັດ ເຊິ່ງ​ເປັນ​ໄພພິບັດ​ຄັ້ງ​ສຸດທ້າຍ, ເພາະວ່າ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ສຳເລັດ​ລົງ​ດ້ວຍ​ໄພພິບັດ​ເຫລົ່ານີ້.

Uka jalj uñjjattʼäta Copia luraña




ພຣະນິມິດ 15:1
21 Jak'a apnaqawi uñst'ayäwi  

ພຣະອົງ​ເປັນ​ພຣະ​ຜູ້ຊ່ວຍ ແລະ​ກອບກູ້​ເອົາ​ຊີວິດ​ເຮົາ ພຣະອົງ​ກະທຳ​ສິ່ງ​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ທັງສິ້ນ ໃນ​ສະຫວັນ​ແລະ​ໃນ​ແຜ່ນດິນ​ໂລກ​ກໍດີ ພຣະອົງ​ຊ່ວຍ​ດານີເອນ​ໃຫ້​ພົ້ນ​ຈາກ​ຝູງ​ສິງ​ໄດ້.”


ຖ້າ​ພວກເຈົ້າ​ຍັງ​ສືບຕໍ່​ຕໍ່ຕ້ານ​ເຮົາ ແລະ​ປະຕິເສດ​ທີ່​ຈະ​ຍອມ​ເຊື່ອຟັງ​ເຮົາ; ເຮົາ​ກໍ​ຈະ​ເພີ່ມ​ໂທດກຳ​ໃຫ້​ແກ່​ພວກເຈົ້າ ຕາມ​ໂທດກຳ​ທີ່​ພວກເຈົ້າ​ສົມຄວນ​ໄດ້​ຮັບ​ອີກ​ເຖິງ​ເຈັດ​ເທົ່າ.


ເພິ່ນ​ຮ້ອງ​ສຽງດັງ​ເໝືອນ​ໂຕ​ສິງ​ຮ້ອງ​ຄຳຣາມ ຫລັງຈາກ​ເພິ່ນ​ຮ້ອງ​ແລ້ວ ສຽງ​ຟ້າຮ້ອງ​ທັງ​ເຈັດ​ກໍ​ດັງ​ຂຶ້ນ.


ໄພພິບັດ​ຂັ້ນ​ທີ​ສອງ​ໄດ້​ຜ່ານ​ພົ້ນ​ໄປ ແຕ່​ໄພພິບັດ​ຂັ້ນ​ທີ​ສາມ ກໍ​ຈະ​ມາ​ເຖິງ​ໃນບໍ່ຊ້າ​ນີ້ແຫລະ.


ຜູ້ນັ້ນ ຈະ​ຕ້ອງ​ດື່ມ​ເຫລົ້າແວງ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ຊົງ​ຖອກ​ລົງ​ໃນ​ຈອກ​ແຫ່ງ​ຄວາມ​ໂກດຮ້າຍ​ນັ້ນ ໂດຍ​ບໍ່​ປົນ​ກັບ​ສິ່ງໃດ ຜູ້ນັ້ນ​ຈະ​ຖືກ​ທໍລະມານ​ໃນ​ໄຟ​ກັບ​ມາດ ຕໍ່ໜ້າ​ຝູງ​ເທວະດາ​ບໍຣິສຸດ ແລະ​ຕໍ່​ພຣະພັກ​ພຣະ​ເມສານ້ອຍ.


ດັ່ງນັ້ນ ເທວະດາ​ຕົນ​ນັ້ນ ຈຶ່ງ​ແກວ່ງ​ກ່ຽວ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ ເກັບກ່ຽວ​ຜົນ​ໝາກອະງຸ່ນ​ຈາກ​ເຄືອ​ອະງຸ່ນ ແລະ​ຖິ້ມ​ໃສ່​ອ່າງ​ຢຽບ​ໝາກອະງຸ່ນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ແຮງ​ດັງ​ອອກ​ມາ​ຈາກ​ພຣະວິຫານ ກ່າວ​ຕໍ່​ເທວະດາ​ເຈັດ​ຕົນ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ ເອົາ​ຂັນ​ທັງ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໄປ​ຖອກ​ໃສ່​ແຜ່ນດິນ​ໂລກ.”


ແລ້ວ​ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ທັງ​ເຈັດ​ໜ່ວຍ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້​ເທີ້ນ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ການ​ຊົງ​ພິພາກສາ​ລົງໂທດ ຍິງໂສເພນີ​ຄົນ​ສຳຄັນ ທີ່​ນັ່ງ​ຢູ່​ເທິງ​ແມ່ນໍ້າ​ອັນ​ຫລວງຫລາຍ.


ມີ​ດາບ​ຄົມ​ດວງ​ໜຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ເພື່ອ​ພຣະອົງ​ຈະ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ​ດ້ວຍ​ດາບ​ນັ້ນ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນເຫລັກ​ທີ່​ມີ​ອຳນາດ ແລະ​ພຣະອົງ​ຈະ​ຢຽບ​ເອົາ​ນໍ້າ​ອະງຸ່ນ ໃນ​ອ່າງ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ.”


ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ໄພພິບັດ​ສຸດທ້າຍ ທັງ​ເຈັດ​ປະການ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້ ເຮົາ​ຈະ​ພາ​ເຈົ້າ​ໄປ​ເບິ່ງ​ເຈົ້າສາວ​ທີ່​ເປັນ​ພັນລະຍາ​ຂອງ​ພຣະ​ເມສານ້ອຍ.”


ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ໂຕໜຶ່ງ ບິນ​ຢູ່​ໃນ​ທ້ອງຟ້າ ຮ້ອງ​ສຽງດັງ​ວ່າ, “ວິບັດ ວິບັດ ວິບັດ​ຈະ​ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ເພາະ​ສຽງ​ແກ​ທີ່​ເຫຼືອ ຊຶ່ງ​ເທວະດາ​ທັງ​ສາມ​ກຳລັງ​ຈະ​ເປົ່າ​ນັ້ນ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ເຈັດ​ຕົນ ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ ແລະ​ເທວະດາ​ເຫຼົ່ານີ້​ໄດ້​ຮັບ​ແກ​ເຈັດ​ອັນ.


ແລ້ວ​ເທວະດາ​ທັງ​ເຈັດ​ຕົນ ທີ່​ຖື​ແກ​ເຈັດ​ອັນ​ນັ້ນ ຕ່າງ​ກໍ​ຕຽມພ້ອມ​ທີ່​ຈະ​ເປົ່າ.


ມະນຸດ​ທີ່​ຍັງເຫລືອ​ຢູ່ ເປັນ​ພວກ​ທີ່​ບໍ່ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫຼົ່ານັ້ນ, ກໍ​ຍັງ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ​ນັ້ນ, ພວກເຂົາ​ບໍ່​ເຊົາ​ບູຊາ​ຜີມານຮ້າຍ ບູຊາ​ຮູບເຄົາຣົບ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງ​ເຫລືອງ, ດ້ວຍ​ຫີນ ແລະ​ດ້ວຍ​ໄມ້​ ຊຶ່ງ​ບໍ່​ສາມາດ​ເຫັນ​ໄດ້, ບໍ່​ສາມາດ​ໄດ້ຍິນ ແລະ​ບໍ່​ສາມາດ​ຍ່າງ​ໄປມາ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka