ພຣະນິມິດ 14:7 - ພຣະຄຳພີສັກສິ7 ເທວະດາຕົນນັ້ນເປັ່ງສຽງຮ້ອງວ່າ, “ຈົ່ງຢຳເກງພຣະເຈົ້າ ແລະຍົກຍ້ອງໃຫ້ກຽດແກ່ພຣະອົງ ເພາະເຖິງເວລາແລ້ວ ທີ່ພຣະອົງຈະຕັດສິນມະນຸດສະໂລກ ຈົ່ງນະມັດສະການພຣະອົງ ຜູ້ທີ່ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ກັບບໍ່ນໍ້າພຸທັງຫລາຍ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ເທວະດານັ້ນໄດ້ປະກາດດ້ວຍສຽງດັງວ່າ, “ຈົ່ງຢຳເກງພຣະເຈົ້າ ແລະ ຖວາຍກຽດຕິຍົດແກ່ພຣະອົງ ເພາະວ່າເວລາແຫ່ງການພິພາກສາຂອງພຣະອົງໄດ້ມາເຖິງແລ້ວ. ຈົ່ງນະມັດສະການພຣະອົງຜູ້ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸທັງຫລາຍ”. Uka jalj uñjjattʼäta |
ແລ້ວປະຊາຊົນອິດສະຣາເອນກໍໄດ້ພາວັນນາອະທິຖານດ້ວຍຖ້ອຍຄຳດັ່ງນີ້: “ຂ້າແດ່ພຣະເຈົ້າຢາເວ ພຣະອົງເທົ່ານັ້ນ ພຣະອົງເທົ່ານັ້ນ; ພຣະອົງໄດ້ຊົງສ້າງສະຫວັນ, ຟ້າສະຫວັນທີ່ສູງສຸດ ພ້ອມທັງບໍລິວານຂອງຟ້າສະຫວັນທຸກຢ່າງທັງໝົດ, ແຜ່ນດິນໂລກກັບທະເລ ແລະທຸກໆສິ່ງທີ່ຢູ່ໃນນັ້ນ; ພຣະອົງຊົງພິທັກຮັກສາສິ່ງເຫຼົ່ານັ້ນທັງໝົດ ທຸກສິ່ງໃນສະຫວັນກໍນະມັດສະການພຣະອົງ.
ຍັງມີສຽງໜຶ່ງນັ້ນຮ້ອງດັງອອກມາວ່າ, “ຈົ່ງໄປປະກາດຖ້ອຍຄຳຂອງພຣະອົງ.” ແລ້ວຂ້າພະເຈົ້າກໍໄດ້ເອີ້ນຖາມຄືນໄປວ່າ, “ແມ່ນຖ້ອຍຄຳຫຍັງທີ່ຂ້ານ້ອຍຈະຕ້ອງປະກາດ?” ສຽງນັ້ນຈຶ່ງໄດ້ກ່າວຕໍ່ໄປອີກວ່າ, “ຈົ່ງປະກາດວ່າມະນຸດທຸກຄົນເປັນດັ່ງຕົ້ນຫຍ້າ; ຊາຕາກຳຂອງມະນຸດນັ້ນຈະຢູ່ບໍ່ໄດ້ດົນ ເພາະທຸກຄົນເປັນພຽງແຕ່ດອກໄມ້ປ່າ.
ພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດເຮົາໃນສິ່ງທີ່ພວກເຈົ້າກະທຳ. ຖ້າພວກເຈົ້າບໍ່ຍອມຟັງໃນສິ່ງທີ່ເຮົາກ່າວ ເຮົາຈະນຳຄຳສາບແຊ່ງມາສູ່ພວກເຈົ້າ. ເຮົາຈະນຳຄຳສາບແຊ່ງມາສູ່ສິ່ງຕ່າງໆທີ່ພວກເຈົ້າໄດ້ຮັບໃນຖານະເປັນປະໂຣຫິດ. ຕາມຄວາມເປັນຈິງ ເຮົາໄດ້ນຳຄຳສາບແຊ່ງນັ້ນມາແລ້ວ ເພາະວ່າພວກເຈົ້າບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາຢ່າງແທ້ຈິງ.
“ທ່ານທັງຫລາຍເອີຍ ເປັນຫຍັງຈຶ່ງເຮັດເຊັ່ນນີ້? ພວກເຮົາທັງສອງກໍເປັນມະນຸດຢ່າງດຽວກັນກັບພວກທ່ານ ແລະມາປະກາດຂ່າວປະເສີດໃຫ້ພວກທ່ານກັບໃຈຈາກສິ່ງອັນບໍ່ມີປະໂຫຍດເຫຼົ່ານີ້ ແລະຫັນມາຫາພຣະເຈົ້າອົງຊົງຊີວິດຢູ່ ຄືອົງທີ່ໄດ້ສ້າງສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ແລະສັບພະທຸກສິ່ງ ຊຶ່ງຢູ່ໃນທີ່ນັ້ນ.
ຝ່າຍບັນດານາໆຊາດກໍມີຄວາມເຄືອງແຄ້ນ ເພາະເວລາທີ່ຊົງໂກດຮ້າຍໄດ້ມາເຖິງ ຄືຄົນທີ່ຕາຍແລ້ວຈະຖືກພິພາກສາລົງໂທດ. ແລະເຖິງເວລາທີ່ຈະຊົງປະທານລາງວັນ ແກ່ພວກຜູ້ຮັບໃຊ້ຂອງພຣະອົງ ພວກຜູ້ປະກາດພຣະທຳ ແລະໄພ່ພົນຂອງພຣະອົງທຸກຄົນ ຄືທຸກຄົນທີ່ມີຄວາມຢຳເກງພຣະນາມຂອງພຣະອົງ ທັງຜູ້ນ້ອຍແລະຜູ້ໃຫຍ່. ແລະເຖິງເວລາແລ້ວ ທີ່ພຣະອົງຈະຊົງທຳລາຍ ພວກທີ່ໄດ້ທຳລາຍແຜ່ນດິນໂລກ.”