5 ຈະຫາຄວາມຕົວະໃນປາກຂອງພວກເຂົາກໍບໍ່ພົບ ພວກເຂົາບໍ່ມີຈຸດດ່າງພອຍແລ້ວ.
5 ບໍ່ມີຄຳຕົວະອອກຈາກປາກຂອງພວກເຂົາ, ພວກເຂົາບໍ່ມີຕຳໜິເລີຍ.
ຄວາມສຸກເປັນຂອງຜູ້ທີ່ພຣະເຈົ້າຢາເວບໍ່ຕໍ່ວ່າເພາະເຮັດຜິດ ແລະເປັນຂອງຜູ້ທີ່ພົ້ນຈາກການຫລອກລວງທັງສິ້ນ.
ເຫດສະນັ້ນ ຈົ່ງລະເວັ້ນຈາກການເວົ້າຊົ່ວຊ້າ ຢ່າໃຫ້ຄຳເວົ້າຕົວະອອກຈາກປາກຂອງເຈົ້າຈັກເທື່ອ.
ສ່ວນການທຳລາຍນັ້ນກໍມີຢູ່ທຸກແຫ່ງຫົນ ການຂົ່ມຂູ່ ແລະການຫລອກລວງກໍມີໄປທົ່ວຕາມທ້ອງຖະໜົນ.
ທຸກໆສິ່ງທີ່ເຮົາເວົ້າ ລ້ວນແຕ່ເປັນຄວາມຈິງ ບໍ່ມີຄຳໃດ ທີ່ບິດເບືອນແລະລໍ້ລວງຈັກດີ້.
ສຸດທີ່ຮັກຂອງອ້າຍ ນ້ອງນາງຊ່າງງາມຫລາຍແທ້ ງາມຄົບຖ້ວນທຸກປະການຈົນຫາທີ່ຕິບໍ່ໄດ້.
ທ່ານຖືກວາງໄວ້ໃນອຸບມຸງກັບຄົນຊົ່ວຊາມ ທ່ານຖືກຝັງໄວ້ກັບຄົນຮັ່ງມີເປັນດີດ້ວຍ ເຖິງວ່າທ່ານບໍ່ເຄີຍກໍ່ໂທດກຳໄວ້ເລີຍກໍຕາມ ທ່ານບໍ່ເຄີຍເວົ້າຕົວະແລະຫລອກລວງຜູ້ໃດຈັກເທື່ອ.”
ແລ້ວຜູ້ກວດກາ ແລະເຈົ້າແຂວງຄົນອື່ນໆ ກໍພະຍາຍາມຊອກຈັບຜິດດານີເອນໃນການບໍລິຫານອານາຈັກ; ແຕ່ພວກເຂົາຈັບຜິດບໍ່ໄດ້ ເພາະດານີເອນເປັນຄົນສັດຊື່ທີ່ສຸດແລະບໍ່ໄດ້ເຮັດໃນສິ່ງທີ່ຜິດ ຫລືໃນສິ່ງທີ່ເສື່ອມເສຍໃດໆເລີຍ.
ບັດນີ້ ຄົນທີ່ມີຈິດໃຈລໍ້ລວງກໍຕ້ອງທົນທຸກຍ້ອນບາບຂອງຕົນ. ພຣະເຈົ້າຢາເວຈະມ້າງແທ່ນບູຊາ ແລະທຳລາຍເສົາສັກສິດຂອງພວກເຂົາຖິ້ມ.
ປະຊາຊົນອິດສະຣາເອນຜູ້ທີ່ລອດຊີວິດ ຈະບໍ່ເຮັດຜິດຕໍ່ຜູ້ໃດ, ຈະບໍ່ເວົ້າຕົວະ, ທັງຈະບໍ່ຊອກຫາຫລອກລວງຜູ້ໃດດ້ວຍ. ພວກເຂົາຈະຈະເລີນຮຸ່ງເຮືອງແລະໝັ້ນຄົງ ຄືບໍ່ຢ້ານກົວຜູ້ໃດ.”
ພວກເຂົາໄດ້ສອນສິ່ງທີ່ຖືກຕ້ອງແລະບໍ່ໄດ້ສອນສິ່ງທີ່ຜິດ. ພວກເຂົາໄດ້ດຳເນີນຊີວິດທີ່ຮວມເຂົ້າກັບເຮົາຢ່າງສະໜິດ; ພວກເຂົາບໍ່ໄດ້ເຮັດໃນສິ່ງທີ່ຖືກຕ້ອງເທົ່ານັ້ນ, ແຕ່ພວກເຂົາຍັງໄດ້ຊ່ວຍຄົນອື່ນໆ ຕັ້ງຫລວງຫລາຍໃຫ້ເຊົາເຮັດຊົ່ວ.
ພວກຊາດງູຮ້າຍເອີຍ, ພວກເຈົ້າຈະເວົ້າຄວາມດີໄດ້ແນວໃດ ເມື່ອພວກເຈົ້າເປັນຄົນຊົ່ວ? ດ້ວຍວ່າ, ໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າສິ່ງນັ້ນອອກມາ.
ແລ້ວປີລາດກໍເວົ້າກັບພວກຫົວໜ້າປະໂຣຫິດ ແລະປະຊາຊົນວ່າ, “ເຮົາບໍ່ເຫັນຄວາມຜິດໃນຊາຍຜູ້ນີ້ຈັກປະການ.”
ເມື່ອພຣະເຢຊູເຈົ້າຫລຽວເຫັນນະທານາເອັນ ກຳລັງມາຫາພຣະອົງ ຈຶ່ງເວົ້າຕໍ່ລາວວ່າ, “ຜູ້ນີ້ແຫຼະ ເປັນຄົນອິດສະຣາເອນແທ້ ໃນຕົວລາວບໍ່ມີກົນອຸບາຍເລີຍ.”
ເພື່ອພຣະອົງນັ້ນຈະໄດ້ຮັບຄຣິສຕະຈັກສຳລັບພຣະອົງເອງ ຄືຄຣິສຕະຈັກທີ່ມີສະຫງ່າຣາສີ ບໍ່ມີຈຸດດ່າງພອຍ ຫລືຮອຍຫ່ຽວແຫ້ງ ແລະສິ່ງອື່ນໆໃນທຳນອງນັ້ນ ເພື່ອຄຣິສຕະຈັກຈະບໍຣິສຸດບໍ່ມີຕຳໜິ.
ແຕ່ບັດນີ້ ໂດຍຄວາມຕາຍທາງດ້ານຮ່າງກາຍ ຄືເນື້ອໜັງຂອງພຣະອົງ ພຣະເຈົ້າໄດ້ຊົງເຮັດໃຫ້ພວກເຈົ້າເປັນມິດກັບພຣະອົງ ເພື່ອໃຫ້ເປັນຜູ້ບໍຣິສຸດ ແລະບໍ່ມີທີ່ຕິຕຽນຢູ່ຊ້ອງໜ້າພຣະອົງ.
ຫລາຍກວ່ານັ້ນຈັກພຽງໃດ ພຣະໂລຫິດຂອງພຣະຄຣິດ ຜູ້ໄດ້ຊົງຖວາຍພຣະອົງເອງແດ່ພຣະເຈົ້າ ໂດຍພຣະວິນຍານຜູ້ຊົງຕັ້ງຢູ່ເປັນນິດ ເປັນເຄື່ອງບູຊາປາສະຈາກຕຳໜິ ກໍຈະຊົງຊຳລະໃຈສຳນຶກຜິດແລະຊອບຂອງເຮົາທັງຫລາຍ ໃຫ້ພົ້ນຈາກກິດຈະການທີ່ນຳໄປສູ່ຄວາມຕາຍ ເພື່ອຫັນໄປຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່.
ແຕ່ຊົງໄຖ່ດ້ວຍພຣະໂລຫິດ ອັນຊົງມີຄ່າຂອງພຣະຄຣິດ ເໝືອນດັ່ງເລືອດລູກແກະ ທີ່ບໍ່ມີຕຳໜິຫລືຮອຍດ່າງ.
ພຣະອົງບໍ່ໄດ້ເຮັດບາບຈັກປະການ ແລະຄວາມຕົວະຈາກປາກຂອງພຣະອົງກໍບໍ່ມີ.
ເພາະວ່າ “ຜູ້ທີ່ຢາກຮັບຊີວິດອັນດີ ແລະ ປາຖະໜາທີ່ຈະເຫັນວັນສະໜຸກ ກໍໃຫ້ຜູ້ນັ້ນຫ້າມລີ້ນຂອງຕົນ ບໍ່ໃຫ້ເວົ້າຄວາມຊົ່ວ ແລະ ຫ້າມປາກບໍ່ໃຫ້ກ່າວ ຄຳອຸບາຍລໍ້ລວງ.
ອັນໜຶ່ງ ຂໍພຣະກຽດ, ພຣະເດຊານຸພາບ, ພຣະອານຸພາບ ແລະສັກດານຸພາບຈົ່ງມີແດ່ພຣະອົງ ຜູ້ທີ່ສາມາດປ້ອງກັນຮັກສາພວກເຈົ້າໄວ້ບໍ່ໃຫ້ສະດຸດລົ້ມລົງ ແລະນຳພວກເຈົ້າມາຢູ່ຊ້ອງພຣະພັກອັນສະຫງ່າຣາສີຂອງພຣະອົງ ຢ່າງຜູ້ທີ່ບໍ່ມີຄວາມຜິດ ແຕ່ມີຄວາມຍິນດີອັນເຫລືອລົ້ນ.