ພຣະນິມິດ 14:4 - ພຣະຄຳພີສັກສິ4 ຄົນເຫຼົ່ານີ້ ເປັນຜູ້ທີ່ບໍ່ມີຄວາມຊົ່ວມົວໝອງກັບແມ່ຍິງ ເພາະພວກເຂົາເປັນພວກພົມມະຈາຣີ. ພຣະເມສານ້ອຍສະເດັດໄປທາງໃດ ແມ່ນຄົນເຫຼົ່ານີ້ ທີ່ຕາມສະເດັດໄປ. ພວກເພິ່ນໄດ້ຖືກຊົງໄຖ່ໄວ້ຈາກມວນມະນຸດ ເພື່ອເປັນຜົນທໍາອິດຖວາຍແດ່ພຣະເຈົ້າ ແລະພຣະເມສານ້ອຍ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ຄົນເຫລົ່ານີ້ຄືຜູ້ທີ່ບໍ່ໄດ້ເຮັດໃຫ້ຕົນເອງເປັນມົນທິນຍ້ອນຜູ້ຍິງ ເພາະພວກເພິ່ນຮັກສາຕົນເອງໃຫ້ບໍລິສຸດຢູ່ສະເໝີ. ພວກເຂົາຕິດຕາມລູກແກະຂອງພຣະເຈົ້າໄປທຸກບ່ອນທີ່ພຣະອົງໄປ. ພວກເຂົາເປັນຜູ້ທີ່ໄດ້ໄຖ່ໄວ້ຈາກມວນມະນຸດ ແລະ ເພື່ອເປັນຜົນທຳອິດຖວາຍແກ່ພຣະເຈົ້າ ແລະ ລູກແກະຂອງພຣະເຈົ້າ. Uka jalj uñjjattʼäta |
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”