Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 14:3 - ພຣະຄຳພີສັກສິ

3 ຄົນ​ເຫຼົ່ານັ້ນ​ຮ້ອງເພງ​ບົດ​ໃໝ່​ຕໍ່ໜ້າ​ພຣະຣາຊບັນລັງ ຕໍ່ໜ້າ​ສິ່ງທີ່ມີ​ຊີວິດ​ທັງ​ສີ່ ຕໍ່ໜ້າ​ພວກ​ຜູ້​ອາວຸໂສ ບໍ່ມີ​ຜູ້ໃດ​ສາມາດ​ຮຽນຮູ້​ເພງ​ບົດ​ນັ້ນ​ໄດ້ ເວັ້ນ​ແຕ່​ຄົນ​ແສນ​ສີ່ໝື່ນ​ສີ່ພັນ​ນັ້ນ ທີ່​ໄດ້​ຊົງ​ໄຖ່​ໄວ້​ແລ້ວ​ຈາກ​ແຜ່ນດິນ​ໂລກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແລະ ພວກເຂົາ​ໄດ້​ຮ້ອງ​ເພງ​ບົດ​ໃໝ່​ຕໍ່ໜ້າ​ບັນລັງ, ຕໍ່ໜ້າ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ບໍ່​ມີ​ຜູ້ໃດ​ສາມາດ​ຮຽນ​ຮ້ອງເພງ​ບົດ​ນັ້ນ​ໄດ້​ນອກ​ຈາກ​ພວກ 144,000 ຄົນ​ທີ່​ໄດ້​ໄຖ່​ໄວ້​ຈາກ​ແຜ່ນດິນໂລກ.

Uka jalj uñjjattʼäta Copia luraña




ພຣະນິມິດ 14:3
17 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຈະ​ຮ້ອງເພງ​ບົດໃໝ່ ທັງ​ດີດ​ກິດຕາ ແລະ​ຮ້ອງເພງ​ຖວາຍ​ແດ່​ພຣະອົງ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ແກ່​ພຣະເຈົ້າຢາເວ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ໃນ​ທີ່​ປະຊຸມ​ພວກ​ທີ່​ສັດຊື່.


ພຣະເຈົ້າຢາເວ​ເປັນ​ເພື່ອນ​ກັບ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ໃຫ້​ພັນທະສັນຍາ​ຍືນຍົງ​ຢູ່​ກັບ​ເຂົາເຈົ້າ.


ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ແກ່​ພຣະອົງ ຈົ່ງ​ດີດ​ກິດຕາ​ດ້ວຍ​ຄວາມ​ຊຳນານ​ແລະ​ຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ.


ພຣະອົງ​ໄດ້​ສອນ​ຂ້ານ້ອຍ​ໃຫ້​ຮ້ອງເພງ​ບົດໃໝ່ ເປັນ​ບົດເພງ​ທີ່​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ. ຫລາຍ​ຄົນ​ທີ່​ເຫັນ​ການນີ້ ພວກເຂົາ​ກໍ​ຈະ​ໄດ້​ຢຳເກງ ແລະ​ຈະ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ.


ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ແດ່ ພຣະເຈົ້າຢາເວ ທົ່ວ​ທັງ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າຢາເວ.


ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ແກ່ ພຣະເຈົ້າຢາເວ ເພາະ​ສິ່ງ​ອັນ​ໜ້າ​ງຶດງໍ້​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ. ຍ້ອນ​ຣິດເດດ​ອຳນາດ​ແລະ​ພຣະ​ກຳລັງ​ອັນ​ບໍຣິສຸດ ພຣະອົງ​ໄດ້​ນຳ​ໄຊຊະນະ​ມາ​ສູ່​ພຣະອົງເອງ.


ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ຍ້ອງຍໍ​ສັນລະເສີນ ທົ່ວ​ທັງໂລກ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ພຣະເຈົ້າຢາເວ ຜູ້​ເດີນເຮືອ​ໃນ​ທະເລ​ນັ້ນ ຈົ່ງ​ສັນລະເສີນ​ພຣະອົງ ທຸກສິ່ງ​ທີ່​ມີ​ຊີວິດ​ໃນ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ ບັນດາ​ປະເທດ​ຕ່າງໆ​ທີ່​ຢູ່​ຫ່າງໄກ​ແສນໄກ ແລະ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນເມືອງ​ນັ້ນ ຈົ່ງ​ສັນລະເສີນ​ພຣະເຈົ້າ


ເລື່ອງ​ຄວາມ​ຕາຍ​ຂອງ​ພຣະຄຣິດ​ທີ່​ໄມ້ກາງແຂນ​ນັ້ນ ເປັນ​ເລື່ອງ​ໂງ່​ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ, ແຕ່​ສຳລັບ​ພວກເຮົາ​ທີ່​ກຳລັງ​ຮັບ​ຄວາມ​ພົ້ນ​ນັ້ນ ຖື​ວ່າ​ເປັນ​ຣິດອຳນາດ​ຂອງ​ພຣະເຈົ້າ.


ແຕ່​ມະນຸດ​ທີ່​ມີ​ຈິດໃຈ​ທຳມະດາ​ຈະ​ຮັບ​ສິ່ງ​ເຫຼົ່ານັ້ນ ຊຶ່ງ​ເປັນ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ບໍ່ໄດ້, ເພາະ​ພວກເຂົາ​ເຫັນ​ວ່າ ສິ່ງ​ເຫຼົ່ານີ້​ເປັນ​ເລື່ອງ​ໂງ່​ສຳລັບ​ຕົນ ແລະ​ບໍ່​ສາມາດ​ເຂົ້າໃຈ ເພາະວ່າ ທີ່​ຈະ​ເຂົ້າໃຈ​ສິ່ງ​ເຫຼົ່ານັ້ນ​ໄດ້ ກໍ​ຕ້ອງ​ອາໄສ​ພຣະວິນຍານ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ຫລຽວ​ເບິ່ງ ແລະ​ເຫັນ​ພຣະ​ເມສານ້ອຍ​ຢືນ​ຢູ່​ເທິງ​ພູເຂົາ​ຊີໂອນ ແລະ​ຜູ້​ທີ່​ຢູ່​ກັບ​ພຣະອົງ​ແສນ​ສີ່ໝື່ນ​ສີ່ພັນ​ຄົນ ຊຶ່ງ​ເປັນ​ພວກ​ທີ່​ມີ​ພຣະນາມ​ຂອງ​ພຣະອົງ ແລະ​ພຣະນາມ​ພຣະບິດາ​ຂອງ​ພຣະອົງ ຂຽນ​ໄວ້​ທີ່​ໜ້າຜາກ​ຂອງ​ພວກເຂົາ.


ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແກ່​ຜູ້​ທີ່​ມີ​ໄຊຊະນະ ແລະ​ຈະ​ໃຫ້​ຫີນ​ຂາວ​ແກ່​ຜູ້ນັ້ນ, ໃນ​ຫີນ​ນັ້ນ​ມີ​ຊື່​ໃໝ່​ຈາລືກ​ໄວ້ ຊຶ່ງ​ບໍ່ມີ​ຜູ້ໃດ​ຮູ້ ນອກຈາກ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ.”


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


ແລະ​ຂ້າພະເຈົ້າ​ໄດ້ຍິນ​ວ່າ ຈຳນວນ​ຜູ້​ທີ່​ໄດ້​ຮັບ​ການ​ປະທັບຕາ​ຂອງ​ພຣະເຈົ້າ​ໃສ່​ໜ້າຜາກ​ນັ້ນ ມີ​ແສນ​ສີ່ໝື່ນ​ສີ່ພັນ​ຄົນ. ຄົນ​ເຫຼົ່ານີ້​ມາ​ຈາກ​ສິບສອງ​ຕະກຸນ​ໃນ​ພວກ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka