Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 14:2 - ພຣະຄຳພີສັກສິ

2 ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ ດັງ​ເໝືອນ​ສຽງ​ນໍ້າ​ໄຫລ​ແຮງ ແລະ​ເໝືອນ​ສຽງ​ຟ້າຮ້ອງ​ກ້ອງສະໜັ່ນ ສຽງ​ນັ້ນ​ເໝືອນ​ສຽງ​ພິນ​ທີ່​ພວກ​ນັກດົນຕຼີ​ກຳລັງ​ບັນເລງ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ຈາກ​ສະຫວັນ​ເໝືອນ​ສຽງ​ນ້ຳ​ໄຫລແຮງ ແລະ ສຽງ​ຟ້າຮ້ອງ​ດັງ​ກ້ອງສະໜັ່ນ. ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ນັ້ນ​ເໝືອນ​ສຽງ​ທີ່​ບັນດາ​ນັກດີດ​ພິນ​ກຳລັງ​ບັນເລງ​ຢູ່.

Uka jalj uñjjattʼäta Copia luraña




ພຣະນິມິດ 14:2
29 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ກັບ​ຊາວ​ອິດສະຣາເອນ​ທຸກຄົນ​ຕ່າງ​ກໍ​ຟ້ອນ ແລະ​ຮ້ອງລຳ​ທຳເພງ​ດ້ວຍ​ສຸດໃຈ ຕໍ່ໜ້າ​ພຣະເຈົ້າຢາເວ. ພວກເຂົາ​ດີດພິນ, ຕີ​ກອງ, ສັ່ນ​ກະລໍ ແລະ​ຕົບແສ່ງ​ໄປ​ນຳ​ພ້ອມ.


ເມື່ອ​ມາ​ຮອດ​ໃນ​ເມືອງ ພວກເຂົາ​ກໍ​ຍ່າງ​ມຸ່ງໜ້າ​ສູ່​ວິຫານ​ຂອງ​ພຣະເຈົ້າຢາເວ ພ້ອມ​ທັງ​ດີດພິນ​ແລະ​ເປົ່າແກ​ດັງ​ກ້ອງສະໜັ່ນ.


ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ດີດ​ກິດຕາ ຈົ່ງ​ບັນເລງ​ເພງ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຮົາ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ດ້ວຍ​ການ​ຟ້ອນລຳ​ທຳເພງ ຈົ່ງ​ຕີ​ກອງ​ແລະ​ດີດ​ກິດຕາ ຍ້ອງຍໍ​ສັນລະເສີນ​ພຣະອົງ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ດ້ວຍ​ການ​ດີດ​ກິດຕາ ຈົ່ງ​ເສບດົນຕຼີ​ແລະ​ຮ້ອງເພງ​ຖວາຍ​ແກ່​ພຣະອົງ.


ຂ້າແດ່​ພຣະເຈົ້າ ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ທີ່​ແທ່ນບູຊາ ເພາະ​ພຣະອົງ​ເປັນ​ບໍ່​ເກີດ​ແຫ່ງ​ຄວາມສຸກ​ອັນ​ໃຫຍ່. ຂ້ານ້ອຍ​ຈະ​ຈັບ​ກິດຕາ​ຂຶ້ນ​ດີດ ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ໂອ ພຣະເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ.


ຈິດວິນຍານ​ຂອງຂ້ອຍ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ເຖີດ ກິດຕາ​ແລະ​ກະຈັບປີ່ ຂອງຂ້ອຍ ພິນໃຫຍ່​ແລະ​ພິນນ້ອຍ ຈົ່ງ​ຕື່ນ​ຂຶ້ນ​ມາ ຈົ່ງ​ຂຶ້ນ​ມາ​ບັນເລງ​ເພງ ຂ້ອຍ​ຈະ​ປຸກ​ຕາເວັນ​ໃຫ້​ລຸກ​ຂຶ້ນ.


ດ້ວຍ​ດົນຕຼີ​ຈາກ​ເຄື່ອງເສບ​ເປັນ​ສາຍ ໂດຍ​ສຽງ​ກິດຕາ ບັນເລງ​ເພງ​ພ້ອມ.


ພຣະເຈົ້າຢາເວ ເປັນ​ຜູ້ປົກຄອງ​ອົງ​ສູງສຸດ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ມີ​ອຳນາດ​ຍິ່ງໃຫຍ່​ກວ່າ​ສຽງ​ກຶກກ້ອງ​ຂອງ​ມະຫາສະໝຸດ ຊົງ​ຣິດທານຸພາບ​ກວ່າ​ຄື້ນ​ຂອງ​ທະເລ​ດ້ວຍ.


ຈົ່ງ​ດີດ​ກິດຕາ ແລະ​ຈົ່ງ​ບັນເລງ​ເພງ​ສັນລະເສີນ ຖວາຍ​ຄຳສັນລະເສີນ​ແກ່​ພຣະເຈົ້າຢາເວ


ໃນ​ຕອນເຊົ້າ​ມື້​ທີ​ສາມ ເກີດ​ມີ​ຟ້າຮ້ອງ, ຟ້າ​ແມບ, ທັງ​ມີ​ເມກ​ອັນ​ຕຶບໜາ ປົກຄຸມ​ຫຸ້ມ​ຢູ່​ຕາມ​ເທິງ​ພູເຂົາ​ນັ້ນ ແລະ​ມີ​ສຽງ​ແກ​ດັງ​ກ້ອງ​ສະໜັ່ນ​ທົ່ວ​ໄປ. ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນ.


ເມື່ອ​ປະຊາຊົນ​ໄດ້ຍິນ​ສຽງ​ຟ້າຮ້ອງ ແລະ​ສຽງ​ແກ​ດັງ​ກ້ອງສະໜັ່ນ ທັງ​ເຫັນ​ຟ້າ​ແມບເຫລື້ອມ ແລະ​ຄວັນໄຟ​ພຸ່ງ​ຂຶ້ນ​ທີ່​ພູເຂົາ​ນັ້ນ ພວກເຂົາ​ກໍ​ຢ້ານກົວ​ຕົວສັ່ນ​ແລະ​ຫຍັບ​ອອກ​ຫ່າງໆ.


ຊົນຊາດ​ທັງຫລາຍ​ຕ່າງ​ກໍ​ບຸກໜ້າ​ມາ​ດັ່ງ​ຟອງ​ທະເລ​ຖືກ​ລົມ​ພັດ, ແຕ່​ພຣະເຈົ້າ​ຈະ​ຕີໂຕ້​ພວກເຂົາ​ໃຫ້​ພ່າຍແພ້​ໄປ​ໂດຍ​ໄລ່​ພວກເຂົາ​ໃຫ້​ໜີໄປ ດັ່ງ​ຂີ້ຝຸ່ນ​ຕາມ​ເນີນພູ ດັ່ງ​ເຟືອງ​ທີ່​ຖືກ​ລົມ​ຫົວກຸດ​ພັດ.


ແລະ​ໃນ​ທີ່ນັ້ນ ສະຫງ່າຣາສີ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ກໍ​ປາກົດ​ໃຫ້​ຂ້າພະເຈົ້າ​ເຫັນ​ທາງທິດ​ຕາເວັນອອກ. ສຽງ​ຂອງ​ພຣະເຈົ້າ​ດັງ​ກ້ອງ​ເໝືອນ​ສຽງ​ນໍ້າ​ທະເລ ແລະ​ແຜ່ນດິນ​ໂລກ​ກໍ​ສະຫວ່າງ​ສະໄຫວ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະອົງ.


ເມື່ອ​ພຣະເຈົ້າຢາເວ​ຈະ​ປາກົດ​ຢູ່​ເທິງ​ປະຊາຊົນ​ຂອງຕົນ ພຣະອົງ​ຈະ​ຍິງ​ລູກທະນູ​ດັ່ງ​ສາຍ​ຟ້າ​ແມບເຫລື້ອມ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປົ່າແກ​ປຸກ ພຣະອົງ​ຈະ​ຍົກທັບ​ມາ​ໃນ​ພະຍຸ​ຈາກ​ທິດໃຕ້.


ເຖິງ​ແມ່ນ​ເຮົາ​ເວົ້າ​ພາສາ​ແປກໆ​ໄດ້ ຈະ​ເປັນ​ພາສາ​ມະນຸດ ຫລື​ພາສາ​ຂອງ​ເທວະດາ​ກໍຕາມ, ແຕ່​ບໍ່ມີ​ຄວາມຮັກ ການ​ເວົ້າ​ຂອງເຮົາ ກໍ​ເປັນ​ເໝືອນ​ສຽງ​ຄ້ອງ​ແລະ​ສຽງ​ແຊ່ງ​ທີ່​ດັງ​ອຶກກະທຶກ.


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


ຕີນ​ຂອງ​ພຣະອົງ​ເຫຼື້ອມ​ເໝືອນ​ດັ່ງ​ທອງ​ເຫລືອງ​ກ້ຽງ ທີ່​ຖືກ​ຫລອມ​ໃຫ້​ບໍຣິສຸດ​ແລ້ວ ແລະ​ສຽງ​ຂອງ​ພຣະອົງ​ກໍ​ກ້ອງສະໜັ່ນ​ເໝືອນ​ດັ່ງ​ນໍ້າ​ຕົກຕາດ​ໃຫຍ່.


ແລ້ວ​ຜູ້​ປະກາດ​ພຣະທຳ​ທັງສອງ ກໍ​ໄດ້​ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ຂຶ້ນ​ມາ​ເທິງ​ພີ້.” ໃນ​ຂະນະທີ່​ພວກ​ສັດຕູ​ຂອງ​ພວກເພິ່ນ​ເຝົ້າ​ເບິ່ງ​ຢູ່​ນັ້ນ ພວກເພິ່ນ​ກໍ​ຂຶ້ນ​ເມືອ​ໃນ​ເມກ​ເຂົ້າ​ສູ່​ສະຫວັນ.


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສິ່ງ​ໜຶ່ງ ຄື​ທະເລ​ແກ້ວ​ປົນ​ໄຟ, ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ບັນດາ​ຜູ້​ທີ່​ມີ​ໄຊຊະນະ​ເໜືອ​ສັດຮ້າຍ​ແລະ​ຮູບ​ຂອງ​ມັນ ແລະ​ເໜືອ​ຜູ້​ທີ່​ມີ​ຕົວ​ເລກ​ໝາຍ​ຊື່​ຂອງ​ມັນ ຄົນ​ເຫຼົ່ານີ້​ໄດ້​ຢືນ​ຢູ່​ແຄມ​ທະເລ​ແກ້ວ​ນັ້ນ ພວກເຂົາ​ຖື​ພິນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ.


ສຽງ​ນັກດີດພິນ ນັກເສບ ນັກເປົ່າຂຸ່ຍ ແລະ​ເປົ່າແກ​ຈະ​ບໍ່ໄດ້ຍິນ​ໃນ​ເຈົ້າ​ຕໍ່ໄປ​ອີກ ຈະ​ບໍ່​ພົບ​ຄົນ​ທີ່​ມີ​ວິຊາ​ຊ່າງ​ຢ່າງ​ໃດ​ຈັກ​ຄົນ​ໃນ​ເຈົ້າ​ຕໍ່ໄປ​ອີກ ແລະ​ສຽງ​ໂມ້​ແປ້ງ​ຈະ​ບໍ່ໄດ້ຍິນ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ.


ເມື່ອ​ຮັບ​ເອົາ​ໜັງສື​ມ້ວນ​ນັ້ນ​ແລ້ວ ສິ່ງທີ່ມີ​ຊີວິດ​ທັງ​ສີ່​ພ້ອມ​ກັບ​ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ກົ້ມ​ຂາບລົງ​ແທບ​ຕີນ​ພຣະ​ເມສານ້ອຍ​ນັ້ນ ແຕ່ລະຄົນ​ຖື​ພິນ​ແລະ​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ ຊຶ່ງ​ເປັນ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ເມສານ້ອຍ ແກະ​ຕາປະທັບ​ດວງ​ທຳອິດ​ໃນ​ຕາປະທັບ​ທັງ​ເຈັດ​ນັ້ນ​ອອກ​ແລ້ວ ແລະ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ໜຶ່ງ​ໃນ​ສີ່​ຕົນ​ນັ້ນ ຮ້ອງ​ສຽງດັງ​ເໝືອນ​ຟ້າຮ້ອງ​ວ່າ, “ມາເທາະ!”


ເມື່ອ​ເທວະດາ​ຕົນ​ທຳອິດ​ເປົ່າແກ​ຂຶ້ນ ມີ​ໝາກເຫັບ​ແລະ​ໄຟ​ປົນ​ເລືອດ ຖືກ​ຖິ້ມ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ, ໜຶ່ງ​ສ່ວນ​ສາມ​ຂອງ​ແຜ່ນດິນ​ໂລກ​ຖືກ​ໄໝ້, ໜຶ່ງ​ສ່ວນ​ສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ​ຫຍ້າ​ຂຽວ​ສົດ​ທຸກ​ໃບ​ກໍ​ຖືກ​ເຜົາ​ໄໝ້​ໄປ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka