Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 14:18 - ພຣະຄຳພີສັກສິ

18 ໃນ​ຂະນະ​ນັ້ນ ມີ​ເທວະດາ​ຕົນ​ອື່ນ​ອີກ ລົງ​ມາ​ຈາກ​ແທ່ນບູຊາ ເປັນ​ຜູ້​ມີ​ໜ້າທີ່​ກຳກັບ​ໄຟ, ເທວະດາ​ຕົນ​ນີ້​ໄດ້​ຮ້ອງ​ສຽງດັງ ບອກ​ເທວະດາ​ຕົນ​ທີ່​ຖື​ກ່ຽວ​ດວງ​ຄົມ​ນັ້ນ​ວ່າ, “ຈົ່ງ​ໃຊ້​ກ່ຽວ​ດວງ​ຄົມ​ຂອງທ່ານ ກ່ຽວ​ພວງ​ໝາກອະງຸ່ນ ຈາກ​ສວນອະງຸ່ນ​ທີ່​ແຜ່ນດິນ​ໂລກ ເພາະ​ໝາກອະງຸ່ນ​ສຸກ​ແລ້ວ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ຍັງ​ມີ​ເທວະດາ​ອີກ​ຕົນ​ໜຶ່ງ​ທີ່​ມີ​ໜ້າທີ່​ກຳກັບ​ໄຟ ກໍ​ໄດ້​ອອກມາ​ຈາກ​ແທ່ນບູຊາ ແລະ ຮ້ອງ​ສຽງ​ດັງ​ບອກ​ເທວະດາ​ຜູ້​ຖື​ກ່ຽວ​ດວງ​ຄົມ​ນັ້ນ​ວ່າ, “ໃຊ້​ກ່ຽວ​ດວງ​ຄົມ​ຂອງ​ທ່ານ​ເກັບກ່ຽວ​ພວງ​ໝາກອະງຸ່ນ​ທີ່​ແຜ່ນດິນ​ໂລກ​ສາ ເພາະ​ໝາກອະງຸ່ນ​ກໍ​ສຸກ​ແລ້ວ”.

Uka jalj uñjjattʼäta Copia luraña




ພຣະນິມິດ 14:18
7 Jak'a apnaqawi uñst'ayäwi  

ຈົ່ງ​ກ່ຽວ​ພວກເຂົາ​ດັ່ງ​ກ່ຽວ​ເຂົ້າ​ໃນ​ລະດູ​ມັນ​ສຸກ ຈົ່ງ​ບີບ​ພວກເຂົາ​ດັ່ງ​ບີບ​ໝາກອະງຸ່ນ​ເຖີດ ໃນ​ເຄື່ອງ​ບີບ​ອະງຸ່ນ​ທີ່​ເຕັມ​ລົ້ນ​ຈົນ​ໄຫລ​ອອກ​ມາ ເພາະວ່າ​ພວກເຂົາ​ຕ່າງ​ກໍ​ຊົ່ວຊ້າ​ຫລາຍ​ແທ້ໆ.”


ຄັນ​ເມັດ​ເຂົ້າ​ສຸກ​ແລ້ວ ລາວ​ກໍ​ໃຊ້​ຄົນ​ໄປ​ກ່ຽວ ເພາະ​ເວລາ​ເກັບກ່ຽວ​ໄດ້​ມາ​ເຖິງ​ແລ້ວ.”


ແລະ​ຂ້າພະເຈົ້າ​ໄດ້ຍິນ​ແທ່ນບູຊາ​ຮ້ອງ​ວ່າ, “ຈິງຢູ່ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ການ​ພິພາກສາ​ຂອງ​ພຣະອົງ​ກໍ​ທ່ຽງແທ້​ແລະ​ຍຸດຕິທຳ.”


ແລ້ວ​ເທວະດາ​ຕົນ​ທີ​ສີ່ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ດວງ​ຕາເວັນ ແລະ​ດວງ​ຕາເວັນ​ກໍໄດ້​ຮັບ​ອະນຸຍາດ​ໃຫ້​ເຜົາໄໝ້​ຄົນ​ທັງຫລາຍ​ດ້ວຍ​ຄວາມຮ້ອນ​ອັນ​ແຮງກ້າ.


ມີ​ເທວະດາ​ອີກ​ຕົນ​ໜຶ່ງ ຖື​ໝໍ້​ຄຳ​ໃສ່​ເຄື່ອງຫອມ​ອອກ​ມາ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ. ເພິ່ນ​ໄດ້​ຮັບ​ເຄື່ອງຫອມ​ຢ່າງ​ຫລວງຫລາຍ ເພື່ອ​ຈະ​ຖວາຍ​ຮ່ວມ​ກັບ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງໝົດ​ຂອງ​ພຣະເຈົ້າ ເທິງ​ແທ່ນບູຊາ​ຄຳ​ທີ່​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka