Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 14:12 - ພຣະຄຳພີສັກສິ

12 ໃນ​ເລື່ອງ​ນີ້​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຄວາມເຊື່ອ​ຝ່າຍ​ພຣະເຢຊູເຈົ້າ ກໍ​ຕ້ອງ​ໃຊ້​ຄວາມ​ພຽນ​ອົດທົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ໃນ​ເລື່ອງ​ນີ້​ຄົນ​ຂອງ​ພຣະເຈົ້າ​ຜູ້​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ ແລະ ຍັງ​ສັດຊື່​ຕໍ່​ພຣະເຢຊູເຈົ້າ​ຈະ​ຕ້ອງ​ມີ​ມານະອົດທົນ.

Uka jalj uñjjattʼäta Copia luraña




ພຣະນິມິດ 14:12
7 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ໃນ​ຂໍ້​ນີ້​ແຫຼະ ເຮົາ​ທັງຫລາຍ​ຄົງ​ສັງເກດ​ໄດ້​ວ່າ ພວກເຮົາ​ຮູ້ຈັກ​ກັບ​ພຣະອົງ ຄື​ວ່າ​ຖ້າ​ພວກເຮົາ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ.


ຝ່າຍ​ພະຍານາກ​ກໍ​ຄຽດແຄ້ນ​ຢ່າງ​ໃຫຍ່​ໃຫ້​ຍິງ​ນັ້ນ ແລະ​ອອກ​ໄປ​ຕໍ່ສູ້​ກັບ​ເຊື້ອສາຍ​ຂອງ​ນາງ​ທີ່​ເຫຼືອ​ຢູ່ ຄື​ທຸກຄົນ​ທີ່​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.


“ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ໄປ​ເປັນ​ຊະເລີຍ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ຕາຍ​ດ້ວຍ​ດາບ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ. ນີ້​ແຫຼະ ຄື​ຄວາມ​ອົດທົນ ແລະ​ຄວາມເຊື່ອ​ທີ່​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ.”


ເຮົາ​ຮູ້ຈັກ​ທີ່​ຢູ່​ຂອງ​ເຈົ້າ ຮູ້​ວ່າ​ທີ່​ນັ້ນ​ເປັນ​ບັນລັງ​ຂອງ​ມານຊາຕານ. ເຈົ້າ​ຍັງ​ຢຶດຖື​ນາມ​ຂອງເຮົາ​ໄວ້​ໝັ້ນ ແລະ​ບໍ່ໄດ້​ປະຕິເສດ​ຄວາມເຊື່ອ​ໃນ​ເຮົາ ແມ່ນ​ວ່າ​ໃນ​ເວລາ​ທີ່​ອັນຕິປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງເຮົາ ໄດ້​ຖືກ​ຂ້າ​ເສຍ​ໃນ​ທ່າມກາງ​ພວກເຈົ້າ ໃນ​ບ່ອນ​ທີ່​ມານຊາຕານ​ຢູ່​ກໍຕາມ,


ເພາະ​ເຈົ້າ​ໄດ້​ຖື​ຮັກສາ​ຄຳສັ່ງ​ຂອງເຮົາ ທີ່​ໃຫ້​ມີ​ຄວາມ​ອົດທົນ​ຢ່າງ​ພາກພຽນ, ຝ່າຍ​ເຮົາ​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ຄາວ​ຍາກ​ລຳບາກ ທີ່​ຈະ​ມີ​ເທິງ​ແຜ່ນດິນ​ໂລກ​ນີ້ ເພື່ອ​ຈະ​ທົດລອງ​ໃຈ​ຄົນ​ທັງປວງ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ.


ເຮົາ​ຮູ້ຈັກ​ການ​ກະທຳ​ຂອງ​ເຈົ້າ ເບິ່ງແມ! ເຮົາ​ໄດ້​ໃຫ້​ປະຕູ​ໄຂ​ໄວ້​ຢູ່​ຕໍ່ໜ້າ​ເຈົ້າ ຊຶ່ງ​ບໍ່ມີ​ຜູ້ໃດ​ອັດ​ໄດ້. ເຮົາ​ຮູ້​ວ່າ​ເຈົ້າ​ມີ​ກຳລັງ​ພຽງ​ເລັກນ້ອຍ ແຕ່​ກໍ​ຍັງ​ໄດ້​ຖື​ຮັກສາ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່ໄດ້​ປະຕິເສດ​ນາມ​ຂອງເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka