ພຣະນິມິດ 13:8 - ພຣະຄຳພີສັກສິ8 ບັນດາຄົນທັງໝົດທີ່ຢູ່ໃນໂລກຈະບູຊາສັດຮ້າຍນັ້ນ ຄືທຸກຄົນທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ຊົງສ້າງໂລກ ຄືທະບຽນພຣະເມສານ້ອຍທີ່ຊົງຖືກຂ້າເສຍນັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ບັນດາຄົນທີ່ຢູ່ໃນແຜ່ນດິນໂລກຈະຂາບໄຫວ້ສັດຮ້າຍນັ້ນ ຄືທຸກຄົນທີ່ບໍ່ໄດ້ມີຊື່ຈົດໄວ້ໃນໜັງສືແຫ່ງຊີວິດຂອງລູກແກະຂອງພຣະເຈົ້າ, ລູກແກະຂອງພຣະເຈົ້າຜູ້ຖືກຂ້າຕາຍຕັ້ງແຕ່ການສ້າງໂລກ. Uka jalj uñjjattʼäta |
ເຮົາຂໍຮ້ອງພວກເຈົ້າ ຜູ້ເປັນເພື່ອນຮ່ວມງານທີ່ສັດຊື່ຂອງເຮົາແທ້ໆ ເຮົາຢາກໃຫ້ເຈົ້າຊ່ວຍເຫລືອຍິງທັງສອງຄົນນີ້ ເພາະພວກເຂົາໄດ້ເຮັດວຽກຢ່າງໜັກໜ່ວງກັບເຮົາ ໃນວຽກງານຂ່າວປະເສີດຮ່ວມກັບກະເລເມ ແລະເພື່ອນຮ່ວມງານຄົນອື່ນໆຂອງເຮົາດ້ວຍ ຊຶ່ງຊື່ຂອງເຂົາທັງຫລາຍມີຢູ່ໃນທະບຽນແຫ່ງຊີວິດແລ້ວ.
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”
ແລະຂ້າພະເຈົ້າໄດ້ຍິນສຽງສິ່ງທີ່ມີຊີວິດທັງໝົດທັງໃນສະຫວັນ, ເທິງແຜ່ນດິນໂລກ, ໃຕ້ແຜ່ນດິນໂລກ ແລະໃນມະຫາສະໝຸດ ຄືສິ່ງທັງປວງ ຊຶ່ງຢູ່ໃນທີ່ນັ້ນຮ້ອງວ່າ, “ຂໍໃຫ້ຄຳສັນລະເສີນ ກຽດຕິຍົດ ສະຫງ່າຣາສີ ແລະຣິດທານຸພາບ ຈົ່ງມີແດ່ພຣະອົງ ຜູ້ຊົງປະທັບ ເທິງພຣະຣາຊບັນລັງ ແລະແດ່ພຣະເມສານ້ອຍ ຕະຫລອດຊົ່ວນິຣັນດອນ.”