ພຣະນິມິດ 13:7 - ພຣະຄຳພີສັກສິ7 ແລະໄດ້ຊົງໃຫ້ມັນສູ້ຮົບກັບບັນດາໄພ່ພົນຂອງພຣະເຈົ້າ ແລະຊະນະພວກເຂົາ ຍັງຊົງປະທານໃຫ້ມັນມີອຳນາດເໜືອທຸກຕະກຸນ, ທຸກຊົນຊາດ, ທຸກພາສາ ແລະທຸກປະເທດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ມັນໄດ້ຮັບອຳນາດທີ່ຈະສູ້ຮົບກັບບັນດາຜູ້ບໍລິສຸດຂອງພຣະເຈົ້າ ແລະ ຊະນະພວກເຂົາ. ມັນໄດ້ຮັບສິດອຳນາດເໜືອທຸກຊົນເຜົ່າ, ທຸກຄົນ, ທຸກພາສາ ແລະ ທຸກຊົນຊາດ. Uka jalj uñjjattʼäta |
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຝ່າຍບັນດານາໆຊາດກໍມີຄວາມເຄືອງແຄ້ນ ເພາະເວລາທີ່ຊົງໂກດຮ້າຍໄດ້ມາເຖິງ ຄືຄົນທີ່ຕາຍແລ້ວຈະຖືກພິພາກສາລົງໂທດ. ແລະເຖິງເວລາທີ່ຈະຊົງປະທານລາງວັນ ແກ່ພວກຜູ້ຮັບໃຊ້ຂອງພຣະອົງ ພວກຜູ້ປະກາດພຣະທຳ ແລະໄພ່ພົນຂອງພຣະອົງທຸກຄົນ ຄືທຸກຄົນທີ່ມີຄວາມຢຳເກງພຣະນາມຂອງພຣະອົງ ທັງຜູ້ນ້ອຍແລະຜູ້ໃຫຍ່. ແລະເຖິງເວລາແລ້ວ ທີ່ພຣະອົງຈະຊົງທຳລາຍ ພວກທີ່ໄດ້ທຳລາຍແຜ່ນດິນໂລກ.”