Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 13:6 - ພຣະຄຳພີສັກສິ

6 ມັນ​ອ້າ​ປາກ​ເລີ່ມ​ກ່າວ​ຄຳ​ໝິ່ນປະໝາດ​ຕໍ່​ພຣະເຈົ້າ ຕໍ່​ພຣະນາມ​ຂອງ​ພຣະອົງ ຕໍ່​ທີ່​ສະຖິດ​ຂອງ​ພຣະອົງ ແລະ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເທິງ​ສະຫວັນ​ທັງໝົດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ມັນ​ອ້າ​ປາກ​ກ່າວ​ໝິ່ນປະໝາດ​ພຣະເຈົ້າ ແລະ ກ່າວຮ້າຍ​ຕໍ່​ນາມ​ຂອງ​ພຣະອົງ, ຕໍ່​ທີ່​ສະຖິດ​ຂອງ​ພຣະອົງ ແລະ ຕໍ່​ບັນດາ​ຜູ້​ທີ່​ຢູ່​ໃນ​ສະຫວັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 13:6
26 Jak'a apnaqawi uñst'ayäwi  

ໃນ​ທີ່ສຸດ ໂຢບ​ກໍ​ທຳລາຍ​ຄວາມງຽບ​ແລະ​ສາບແຊ່ງ​ມື້​ເກີດ​ຂອງຕົນ.


ພວກເຂົາ​ເວົ້າ​ຄວາມ​ຊົ່ວຊ້າ​ຕໍ່​ພຣະເຈົ້າ​ຜູ້​ທີ່​ຢູ່​ເທິງ​ສະຫວັນ ແລະ​ອອກ​ຄຳສັ່ງ​ຢ່າງ​ຈອງຫອງ​ໃສ່​ມະນຸດ​ໃນ​ໂລກ


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຈ້ອງເບິ່ງ​ເຂົາ​ເຫຼົ່ານັ້ນ ຂ້າພະເຈົ້າ​ກໍ​ເຫັນ​ເຂົາ​ນ້ອຍໆ​ອັນ​ໜຶ່ງ​ປົ່ງ​ອອກ​ມາ​ຈາກ​ເຂົາ​ທັງໝົດ ແລະ​ເຮັດ​ໃຫ້​ເຂົາ​ສາມ​ອັນ​ໃນ​ນັ້ນ​ຫລ່ອນ​ອອກ. ເຂົາ​ນ້ອຍ​ນີ້​ມີ​ຕາ​ເໝືອນ​ມະນຸດ ແລະ​ມີ​ປາກ​ເວົ້າ​ຄູຍໂມ້​ໂອ້ອວດ​ຢ່າງ​ຈອງຫອງ.


ພວກ​ຊາດ​ງູ​ຮ້າຍ​ເອີຍ, ພວກເຈົ້າ​ຈະ​ເວົ້າ​ຄວາມດີ​ໄດ້​ແນວ​ໃດ ເມື່ອ​ພວກເຈົ້າ​ເປັນ​ຄົນຊົ່ວ? ດ້ວຍວ່າ, ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.


ເພາະ​ຄວາມ​ຄິດ​ຊົ່ວ ຊຶ່ງ​ນຳ​ໄປ​ສູ່​ການ​ຂ້າ​ຄົນ, ການ​ຫລິ້ນຊູ້​ສູ່​ຜົວເມຍ ແລະ​ການ​ຜິດ​ສິນທຳ​ທາງ​ເພດ, ການ​ລັກ, ການ​ກ່າວ​ຄຳ​ພະຍານ​ບໍ່​ຈິງ ແລະ​ການ​ກ່າວຮ້າຍ​ປ້າຍສີ​ຜູ້​ອື່ນ ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ໃຈ​ມະນຸດ.


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


“ລຳ​ຄໍ​ຂອງ​ພວກເຂົາ​ນັ້ນ ເປັນ​ດັ່ງ​ຂຸມຝັງສົບ​ທີ່​ໄຂ​ຢູ່ ພວກເຂົາ​ໃຊ້​ລີ້ນ​ຂອງ​ພວກເຂົາ ໃນ​ການ​ລໍ້ລວງ” “ມີ​ພິດ​ງູ​ຮ້າຍ​ຢູ່​ໃຕ້​ຮີມ​ປາກ​ຂອງ​ພວກເຂົາ”


ເພາະວ່າ​ພຣະເຈົ້າ​ຊົງ​ພໍພຣະໄທ ທີ່​ຈະ​ໃຫ້​ສະພາບ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ໃນ​ພຣະບຸດ​ຢ່າງ​ເຕັມ​ບໍລິບູນ.


ດ້ວຍວ່າ ສະພາບ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ໃນ​ພຣະກາຍ​ຢ່າງ​ເຕັມ​ບໍລິບູນ.


ດ້ວຍວ່າ, ມີ​ຫໍເຕັນ​ສັກສິດ​ທີ່​ຈັດຕັ້ງ​ຂຶ້ນ​ແລ້ວ ຄື​ຫ້ອງ​ຊັ້ນນອກ ຊຶ່ງ​ມີ​ຫລັກ​ຕະກຽງ ມີ​ໂຕະ ແລະ​ມີ​ເຂົ້າຈີ່​ທີ່​ຕັ້ງ​ຖວາຍ​ໄວ້ ຫ້ອງ​ທຳອິດ​ນີ້​ເອີ້ນ​ວ່າ, ສະຖານທີ່​ສັກສິດ.


ເພາະວ່າ ພຣະຄຣິດ​ບໍ່ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານ​ສັກສິດ ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ​ຕາມ​ແບບຢ່າງ​ໃນ​ສະຫວັນ ແຕ່​ເວລາ​ນີ້ ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຫວັນ ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ​ແທນ​ພວກເຮົາ.


ແລ້ວ​ຜູ້​ປະກາດ​ພຣະທຳ​ທັງສອງ ກໍ​ໄດ້​ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ຂຶ້ນ​ມາ​ເທິງ​ພີ້.” ໃນ​ຂະນະທີ່​ພວກ​ສັດຕູ​ຂອງ​ພວກເພິ່ນ​ເຝົ້າ​ເບິ່ງ​ຢູ່​ນັ້ນ ພວກເພິ່ນ​ກໍ​ຂຶ້ນ​ເມືອ​ໃນ​ເມກ​ເຂົ້າ​ສູ່​ສະຫວັນ.


ເພາະສະນັ້ນ ສະຫວັນ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ສະຫວັນ ຈົ່ງ​ຊື່ນຊົມ​ຍິນດີ ແຕ່​ວິບັດ​ຈະ​ມີ​ແກ່​ແຜ່ນດິນ​ໂລກ​ແລະ​ນໍ້າ​ທະເລ ເພາະວ່າ​ມານຮ້າຍ​ໄດ້​ລົງ​ມາ​ຫາ​ເຈົ້າ​ດ້ວຍ​ຄວາມ​ຄຽດແຄ້ນ​ອັນ​ໃຫຍ່ ເພາະ​ມັນ​ຮູ້​ວ່າ​ເວລາ​ຂອງ​ມັນ​ມີ​ໜ້ອຍ.”


ຫລັງຈາກ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ພຣະວິຫານ​ໃນ​ສະຫວັນ ຄື​ຫໍເຕັນ​ສັກສິດ​ແຫ່ງ​ຄຳ​ພະຍານ​ໄດ້​ເປີດ​ອອກ.


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ພາຍຫລັງ​ເຫດການ​ເຫຼົ່ານີ້​ແລ້ວ ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ ຄື​ມີ​ປະຕູ​ໜຶ່ງ​ເປີດ​ຢູ່​ໃນ​ສະຫວັນ. ແລະ​ສຽງ​ທຳອິດ​ເໝືອນ​ສຽງ​ແກ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ນັ້ນ ກ່າວ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້ ແລະ​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເຫັນ​ເຫດການ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ພາຍໜ້າ.”


ອ້ອມຮອບ​ບັນລັງ​ນັ້ນ ມີ​ບັນລັງ​ອີກ​ຊາວສີ່​ບັນລັງ ແລະ​ມີ​ຜູ້​ອາວຸໂສ​ຊາວສີ່​ທ່ານ ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ທຸກ​ທ່ານ​ນຸ່ງ​ເຄື່ອງ​ຂາວ ແລະ​ສວມ​ມົງກຸດ​ຄຳ​ທີ່​ຫົວ.


ແລະ​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ສິ່ງທີ່ມີ​ຊີວິດ​ທັງໝົດ​ທັງ​ໃນ​ສະຫວັນ, ເທິງ​ແຜ່ນດິນ​ໂລກ, ໃຕ້​ແຜ່ນດິນ​ໂລກ ແລະ​ໃນ​ມະຫາສະໝຸດ ຄື​ສິ່ງ​ທັງປວງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ​ຮ້ອງ​ວ່າ, “ຂໍ​ໃຫ້​ຄຳ​ສັນລະເສີນ ກຽດຕິຍົດ ສະຫງ່າຣາສີ ແລະ​ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ ຜູ້​ຊົງ​ປະທັບ ເທິງ​ພຣະຣາຊບັນລັງ ແລະ​ແດ່​ພຣະ​ເມສານ້ອຍ ຕະຫລອດ​ຊົ່ວ​ນິຣັນດອນ.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ພຣະຣາຊບັນລັງ​ຂອງ​ພຣະເຈົ້າ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ໃນ​ພຣະວິຫານ ທັງ​ກາງເວັນ​ແລະ​ກາງຄືນ ແລະ​ພຣະອົງ​ຜູ້​ທີ່​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ​ນັ້ນ ຈະ​ຊົງ​ສະຖິດ​ຢູ່​ນຳ​ແລະ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ປະຊາຊົນ​ຫລວງຫລາຍ​ຈົນ​ນັບ​ບໍ່ຖ້ວນ, ພວກ​ເຫຼົ່ານີ້ ມາ​ຈາກ​ທຸກ​ປະເທດ, ທຸກ​ເຜົ່າ, ທຸກ​ຊົນຊາດ, ທຸກ​ພາສາ, ຄົນ​ເຫຼົ່ານີ້​ນຸ່ງ​ເສື້ອຄຸມ​ສີ​ຂາວ ຖື​ກ້ານຕານ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຊ້ອງໜ້າ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka