ພຣະນິມິດ 13:4 - ພຣະຄຳພີສັກສິ4 ພວກເຂົາບູຊາພະຍານາກ ເພາະມັນໄດ້ໃຫ້ອຳນາດແກ່ສັດຮ້າຍນັ້ນ ແລະພວກເຂົາໄດ້ບູຊາສັດຮ້າຍນັ້ນ ໂດຍກ່າວວ່າ, “ໃຜຈະປຽບປານກັບສັດນີ້ໄດ້ ແລະຜູ້ໃດຈະສາມາດສູ້ຮົບກັບສັດນີ້ໄດ້.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ປະຊາຊົນໄດ້ຂາບໄຫວ້ພະຍານາກເພາະມັນໃຫ້ສິດອຳນາດແກ່ສັດຮ້າຍນັ້ນ ແລະ ພວກເຂົາໄດ້ຂາບໄຫວ້ສັດຮ້າຍເໝືອນກັນ ແລະ ພວກເຂົາຖາມກັນວ່າ, “ຜູ້ໃດຈະເປັນເໝືອນສັດຮ້າຍນີ້? ຜູ້ໃດສາມາດສູ້ຮົບກັບມັນໄດ້?” Uka jalj uñjjattʼäta |
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”
ມະນຸດທີ່ຍັງເຫລືອຢູ່ ເປັນພວກທີ່ບໍ່ໄດ້ຖືກຂ້າດ້ວຍໄພພິບັດເຫຼົ່ານັ້ນ, ກໍຍັງບໍ່ໄດ້ກັບໃຈເສຍໃໝ່ ຈາກສິ່ງທີ່ພວກຕົນໄດ້ເຮັດນັ້ນ, ພວກເຂົາບໍ່ເຊົາບູຊາຜີມານຮ້າຍ ບູຊາຮູບເຄົາຣົບທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງເຫລືອງ, ດ້ວຍຫີນ ແລະດ້ວຍໄມ້ ຊຶ່ງບໍ່ສາມາດເຫັນໄດ້, ບໍ່ສາມາດໄດ້ຍິນ ແລະບໍ່ສາມາດຍ່າງໄປມາໄດ້.