Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 13:18 - ພຣະຄຳພີສັກສິ

18 ໃນ​ເລື່ອງ​ນີ້ ຕ້ອງ​ໃຊ້​ສະຕິປັນຍາ​ຄວາມຮູ້ ຖ້າ​ຜູ້ໃດ​ມີ​ຄວາມ​ເຂົ້າໃຈ ກໍ​ໃຫ້​ຄິດ​ເລກ​ຂອງ​ສັດຮ້າຍ​ນັ້ນ ເພາະ​ເປັນ​ເລກ​ຂອງ​ບຸກຄົນ​ຜູ້ໜຶ່ງ ເລກ​ຂອງ​ມັນ​ຄື ຫົກຮ້ອຍ​ຫົກສິບ​ຫົກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ໃນ​ເລື່ອງ​ນີ້​ຕ້ອງ​ໃຊ້​ສະຕິປັນຍາ. ຜູ້ໃດ​ມີ​ຄວາມເຂົ້າໃຈ​ກໍ​ໃຫ້​ຄິດໄລ່​ໂຕເລກ​ຂອງ​ສັດຮ້າຍ​ນັ້ນ ເພາະ​ໂຕເລກ​ນັ້ນ​ແທນ​ຊື່​ບຸກຄົນ​ໜຶ່ງ. ໂຕເລກ​ນັ້ນ​ແມ່ນ 666.

Uka jalj uñjjattʼäta Copia luraña




ພຣະນິມິດ 13:18
10 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ຄົນມີ​ປັນຍາ​ຄິດເຖິງ​ສິ່ງ​ເຫຼົ່ານີ້​ດີໆ ຂໍ​ໃຫ້​ພວກເຂົາ​ພິຈາລະນາ​ເບິ່ງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ.


ຫລາຍ​ຄົນ​ຈະ​ຖືກ​ຊຳລະ​ໃຫ້​ບໍຣິສຸດ. ພວກ​ທີ່​ຊົ່ວຊ້າ​ທັງຫລາຍ​ຈະ​ບໍ່​ເຂົ້າໃຈ ແຕ່​ພວກເຂົາ​ຈະ​ເປັນ​ຄົນຊົ່ວ​ຢູ່​ຕໍ່ໄປ; ມີ​ແຕ່​ພວກ​ມີ​ປັນຍາ​ເທົ່ານັ້ນ ທີ່​ຈະ​ເຂົ້າໃຈ.


ຂໍ​ໃຫ້​ພວກ​ທີ່​ມີ​ປັນຍາ ຈົ່ງ​ເຂົ້າໃຈ​ເອົາ​ສິ່ງ​ທີ່​ມີ​ຂຽນ​ໄວ້​ນີ້; ຂໍ​ໃຫ້​ພວກເຂົາ​ຈຳ​ໃສ່ໃຈ​ໄວ້. ທາງ​ຂອງ​ພຣະເຈົ້າຢາເວ​ຖືກຕ້ອງ ແລະ​ບັນດາ​ຜູ້​ຊອບທຳ​ຍ່ອມ​ດຳເນີນ​ຕາມ​ທາງນີ້, ແຕ່​ບັນດາ​ຄົນບາບ​ຈະ​ຕຳ​ສະດຸດ ແລະ​ລົ້ມລົງ​ເພາະ​ລະເລີຍ​ທາງນີ້.


“ແຕ່​ເມື່ອໃດ​ເຈົ້າ​ທັງຫລາຍ​ເຫັນ ‘ສິ່ງ​ທີ່​ໜ້າ​ກຽດຊັງ’ ຕັ້ງ​ຢູ່​ໃນ​ບ່ອນ​ທີ່​ບໍ່ຄວນ​ຈະ​ຕັ້ງ, (ໃຫ້​ຜູ້ອ່ານ​ເຂົ້າໃຈ​ຄວາມໝາຍ​ເອົາ​ເອງ) ເມື່ອນັ້ນ​ໃຫ້​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ຕ້ອງ​ປົບໜີໄປ​ຍັງ​ພູ​ທັງຫລາຍ.


ແຕ່​ຖ້າ​ວ່າ​ຄວາມຊົ່ວ​ຂອງ​ພວກເຮົາ ເປັນ​ເຫດ​ຊີ້​ໃຫ້​ເຫັນ​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ລົງໂທດ​ບໍ່​ຍຸດຕິທຳ​ຢ່າງ​ນັ້ນ​ບໍ່? (ເຮົາ​ເວົ້າ​ຢ່າງ​ມະນຸດ).


ເຈົ້າໂອກ​ແມ່ນ​ກະສັດ​ຄົນ​ສຸດທ້າຍ​ຂອງ​ຊາວ​ເຣຟາອິມ. ບ່ອນ​ໃສ່​ສົບ ຂອງ​ເພິ່ນ​ເຮັດ​ດ້ວຍ​ຫີນ ຍາວ 4 ແມັດ ແລະ​ກວ້າງ​ປະມານ 2 ແມັດ ຊຶ່ງ​ຍັງ​ມີ​ຄົນ​ເຫັນ​ຢູ່​ໃນ​ເມືອງ​ຣັບບາ​ຂອງ​ຊາວ​ອຳໂມນ.)”


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ອ່ານ​ພຣະທຳ​ເຫຼັ້ມ​ນີ້ ແລະ​ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຮັບ​ຟັງ​ຖ້ອຍຄຳ​ແຫ່ງ​ຄຳທຳນວາຍ ແລະ​ປະຕິບັດ​ຕາມ​ຂໍ້ຄວາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເຫຼັ້ມ​ນີ້. ດ້ວຍວ່າ, ເວລາ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສິ່ງ​ໜຶ່ງ ຄື​ທະເລ​ແກ້ວ​ປົນ​ໄຟ, ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ບັນດາ​ຜູ້​ທີ່​ມີ​ໄຊຊະນະ​ເໜືອ​ສັດຮ້າຍ​ແລະ​ຮູບ​ຂອງ​ມັນ ແລະ​ເໜືອ​ຜູ້​ທີ່​ມີ​ຕົວ​ເລກ​ໝາຍ​ຊື່​ຂອງ​ມັນ ຄົນ​ເຫຼົ່ານີ້​ໄດ້​ຢືນ​ຢູ່​ແຄມ​ທະເລ​ແກ້ວ​ນັ້ນ ພວກເຂົາ​ຖື​ພິນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ.


“ກ່ຽວກັບ​ເລື່ອງ​ນີ້​ແມ່ນ​ໃຫ້​ໃຊ້​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ. ຫົວ​ທັງ​ເຈັດ​ນັ້ນ​ໄດ້​ແກ່​ພູ​ນ້ອຍ​ເຈັດ​ໜ່ວຍ​ທີ່​ຍິງ​ນັ້ນ​ນັ່ງ​ຢູ່. ມັນ​ຍັງ​ໝາຍເຖິງ​ກະສັດ​ເຈັດ​ອົງ


ເພິ່ນ​ຍັງ​ໄດ້​ແທກ​ກຳແພງ​ນະຄອນ​ນັ້ນ ໄດ້​ຫົກສິບ​ແມັດ ຕາມ​ເຄື່ອງ​ແທກ​ທີ່​ເທວະດາ​ໃຊ້ ຊຶ່ງ​ເປັນ​ເໝືອນ​ເຄື່ອງ​ແທກ​ທີ່​ມະນຸດ​ເຄີຍ​ໃຊ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka