ພຣະນິມິດ 13:17 - ພຣະຄຳພີສັກສິ17 ເພື່ອບໍ່ໃຫ້ຜູ້ໃດຊື້ ຫລືຂາຍໄດ້ ເວັ້ນໄວ້ແຕ່ຜູ້ທີ່ມີເຄື່ອງໝາຍນັ້ນ ຊຶ່ງເປັນຊື່ຂອງສັດຮ້າຍ ຫລືເລກທີ່ໝາຍເຖິງຊື່ມັນນັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່17 ເພື່ອບໍ່ໃຫ້ຜູ້ໃດເຮັດການຊື້ ຫລື ຂາຍໄດ້ ເວັ້ນໄວ້ແຕ່ພວກເຂົາຈະມີເຄື່ອງໝາຍ, ເຊິ່ງເປັນຊື່ຂອງສັດຮ້າຍ ຫລື ໂຕເລກປະຈຳຊື່ຂອງສັດຮ້າຍນັ້ນ. Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (
ເຮົາຈະຕັ້ງຜູ້ທີ່ມີໄຊຊະນະນັ້ນ ໃຫ້ເປັນເສົາໃນວິຫານແຫ່ງພຣະເຈົ້າຂອງເຮົາ ແລະຜູ້ນັ້ນຈະບໍ່ອອກໄປຈາກພຣະວິຫານຈັກເທື່ອ, ເຮົາຈະຈາລຶກພຣະນາມແຫ່ງພຣະເຈົ້າຂອງເຮົາໃສ່ຕົວຜູ້ນັ້ນ ກັບທັງຊື່ນະຄອນເຢຣູຊາເລັມໃໝ່ ຊຶ່ງຈະລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາ ແລະເຮົາຍັງຈະຈາລຶກນາມໃໝ່ຂອງເຮົາໃສ່ຕົວຂອງຜູ້ນັ້ນເໝືອນກັນ.