ພຣະນິມິດ 13:15 - ພຣະຄຳພີສັກສິ15 ຊົງໃຫ້ມັນມີອຳນາດ ທີ່ຈະໃຫ້ລົມຫາຍໃຈແກ່ຮູບສັດຮ້າຍນັ້ນ ເພື່ອຮູບສັດຮ້າຍນັ້ນຈະປາກໄດ້ ແລະໃຫ້ມີອຳນາດເຮັດໃຫ້ບັນດາຄົນທີ່ບໍ່ຍອມບູຊາຮູບສັດຮ້າຍນັ້ນ ເຖິງແກ່ຄວາມຕາຍ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່15 ສັດຮ້າຍໂຕທີສອງໄດ້ຮັບອຳນາດທີ່ຈະໃຫ້ລົມຫາຍໃຈແກ່ຮູບຈໍາລອງຂອງສັດຮ້າຍໂຕທຳອິດ, ເພື່ອວ່າຮູບຈຳລອງນັ້ນຈະສາມາດເວົ້າໄດ້ ແລະ ເຮັດໃຫ້ທຸກຄົນທີ່ບໍ່ຍອມຂາບໄຫວ້ຮູບຈຳລອງຖືກຂ້າຕາຍ. Uka jalj uñjjattʼäta |
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (