Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 13:13 - ພຣະຄຳພີສັກສິ

13 ສັດຮ້າຍ​ນັ້ນ ໄດ້​ສະແດງ​ໝາຍສຳຄັນ​ອັນ​ໃຫຍ່ ຈົນ​ເຮັດ​ໃຫ້​ໄຟ​ຕົກ​ຈາກ​ຟ້າ ລົງ​ສູ່​ແຜ່ນດິນ​ໂລກ​ຕໍ່ໜ້າຕໍ່ຕາ​ມະນຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ແລະ ມັນ​ສະແດງ​ໝາຍສຳຄັນ​ທີ່​ຍິ່ງໃຫຍ່, ແມ່ນແຕ່​ເຮັດ​ໃຫ້​ໄຟ​ຕົກ​ຈາກ​ສະຫວັນ​ລົງ​ມາ​ສູ່​ໂລກ​ຕໍ່​ໜ້າ​ຕໍ່​ຕາ​ມະນຸດ.

Uka jalj uñjjattʼäta Copia luraña




ພຣະນິມິດ 13:13
20 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສົ່ງ​ໄຟ​ລົງ​ມາ​ໄໝ້​ເຄື່ອງບູຊາ, ໄໝ້​ຟືນ, ໄໝ້​ກ້ອນຫີນ, ເຜົາ​ໄໝ້​ດິນ ແລະ​ດູດ​ນໍ້າ​ໃນ​ຮ່ອງ​ຈົນ​ແຫ້ງ.


ແລ້ວ​ບັນດາ​ໝໍມົນ​ຂອງ​ກະສັດ​ຟາໂຣ​ກໍ​ໃຊ້​ຄາຖາ​ອາຄົມ​ຂອງ​ພວກເຂົາ ກະທຳ​ໄດ້​ຄືກັນ ແລະ​ກະສັດ​ຟາໂຣ​ແຮ່ງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ​ຍິ່ງ​ຂຶ້ນ. ເຫດການ​ເປັນ​ໄປ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ; ສະນັ້ນ ກະສັດ​ຟາໂຣ​ຈຶ່ງ​ບໍ່​ເຊື່ອຟັງ​ໂມເຊ​ແລະ​ອາໂຣນ.


ແຕ່​ບັນດາ​ໝໍມົນ​ກໍໄດ້​ໃຊ້​ເວດມົນ​ຄາຖາ​ຂອງ​ພວກເຂົາ ເຮັດ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເທິງ​ໜ້າ​ດິນ​ໄດ້​ເຊັ່ນດຽວ​ກັນ.


ບັນດາ​ໝໍມົນ​ຂອງ​ຊາວ​ເອຢິບ​ບໍ່​ສາມາດ​ມາ​ປາກົດ​ຕົວ​ແຂ່ງ​ກັບ​ໂມເຊ​ໄດ້ ເພາະ​ເຂົາ​ເອງ​ກໍ​ເປັນ​ຕຸ່ມຝີ​ຄື​ກັນ​ກັບ​ຊາວ​ເອຢິບ​ຄົນອື່ນໆ.


ແລ້ວ​ໄຟ​ຈາກ​ພຣະເຈົ້າຢາເວ​ກໍ​ໄດ້ລົງ​ມາ​ເຜົາຜານ 250 ຄົນ ຄື​ຜູ້​ທີ່​ໄດ້​ເຜົາ​ເຄື່ອງຫອມ​ມາ​ຖວາຍ​ນັ້ນ.


ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ ໄດ້​ມາ​ທົດລອງ​ພຣະເຢຊູເຈົ້າ, ພວກເຂົາ​ຂໍ​ໃຫ້​ພຣະອົງ​ເຮັດ​ໝາຍສຳຄັນ​ຢ່າງ​ໜຶ່ງ ຈາກ​ສະຫວັນ​ໃຫ້​ພວກເຂົາ​ເຫັນ.


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ ແລະ​ໝໍ​ທຳນວາຍ​ຂີ້ໂລບ​ຫລາຍ​ຄົນ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຫລາຍ​ປະການ ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


ຢາເນ​ກັບ​ຢຳເບ ຂັດຂວາງ​ຕໍ່ສູ້​ກັບ​ໂມເຊ​ສັນໃດ ຄົນ​ເຫຼົ່ານີ້ ກໍ​ຂັດຂວາງ​ຕໍ່ສູ້​ກັບ​ຄວາມຈິງ​ສັນນັ້ນ​ເໝືອນກັນ ເຂົາ​ເປັນ​ຄົນ​ມີ​ໃຈ​ຊົ່ວຮ້າຍ ແລະ​ໃນ​ດ້ານ​ຄວາມເຊື່ອ​ນັ້ນ ເຂົາ​ໃຊ້​ບໍ່ໄດ້​ເລີຍ,


ຖ້າ​ຜູ້ໃດ​ພະຍາຍາມ​ເຮັດ​ຮ້າຍ​ໃຫ້​ພະຍານ​ທັງສອງ​ນັ້ນ ໄຟ​ຈະ​ອອກ​ມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ​ເຜົາຜານ​ສັດຕູ​ຂອງ​ພວກເພິ່ນ​ເສຍ. ຖ້າ​ຜູ້ໃດ​ທີ່​ຢາກ​ທຳຮ້າຍ​ພວກເພິ່ນ ຜູ້ນັ້ນ​ກໍ​ຕ້ອງ​ຕາຍ​ຢ່າງ​ນັ້ນ.


ດ້ວຍວ່າ, ວິນຍານ​ເຫຼົ່ານັ້ນ​ເປັນ​ຜີມານຮ້າຍ ທີ່​ເຮັດ​ໝາຍສຳຄັນ ມັນ​ອອກ​ໄປ​ຫາ​ກະສັດ​ທັງຫລາຍ​ທົ່ວ​ພິພົບໂລກ ເພື່ອ​ໃຫ້​ກະສັດ​ເຫຼົ່ານັ້ນ​ມາ​ຮ່ວມ​ກັນ​ສຳລັບ​ການ​ສົງຄາມ ໃນ​ວັນ​ອັນ​ໃຫຍ່ຫລວງ​ຂອງ​ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ. (


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


ພວກເຂົາ​ແຜ່​ກະຈາຍ​ເປັນ​ກອງທັບ​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ ແລະ​ໄດ້​ອ້ອມ​ຄ້າຍ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ກັບ​ນະຄອນ​ທີ່​ພຣະອົງ​ຊົງ​ຮັກ​ນັ້ນ. ແຕ່​ໄຟ​ໄດ້​ຕົກລົງ​ມາ​ຈາກ​ສະຫວັນ ແລະ​ທຳລາຍ​ລ້າງຜານ​ພວກເຂົາ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka