ພຣະນິມິດ 13:12 - ພຣະຄຳພີສັກສິ12 ມັນໄດ້ໃຊ້ສິດອຳນາດອັນຍິ່ງໃຫຍ່ຂອງສັດຮ້າຍໂຕທຳອິດ ຢູ່ຕໍ່ໜ້າສັດຮ້າຍໂຕທຳອິດນັ້ນ ມັນບັງຄັບໃຫ້ໂລກແລະຄົນທັງໝົດທີ່ຢູ່ໃນໂລກ ຂາບໄຫວ້ສັດຮ້າຍໂຕທຳອິດ ທີ່ມີບາດແຜເຖິງແກ່ຄວາມຕາຍ ແຕ່ໄດ້ຮັບການປິ່ນປົວໃຫ້ຫາຍດີແລ້ວນັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ມັນເປັນໂຕແທນຂອງການໃຊ້ສິດອຳນາດທັງຫມົດຂອງສັດຮ້າຍໂຕທຳອິດ ແລະ ເຮັດໃຫ້ໂລກກັບຄົນທັງຫລາຍທີ່ຢູ່ໃນແຜ່ນດິນໂລກຂາບໄຫວ້ສັດຮ້າຍໂຕທຳອິດ ເຊິ່ງເຄີຍມີບາດແຜທີ່ເຮັດໃຫ້ເຖິງຕາຍແຕ່ຫາຍດີແລ້ວ. Uka jalj uñjjattʼäta |
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (