Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 13:11 - ພຣະຄຳພີສັກສິ

11 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ອີກ​ໂຕໜຶ່ງ ຂຶ້ນ​ມາ​ຈາກ​ພື້ນດິນ ມັນ​ມີ​ສອງ​ເຂົາ​ເໝືອນ​ເຂົາ​ແກະນ້ອຍ ມັນ​ເວົ້າ​ເໝືອນ​ພະຍານາກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ໂຕ​ທີສອງ​ຂຶ້ນ​ມາ​ຈາກ​ແຜ່ນດິນໂລກ. ມັນ​ມີ​ສອງ​ເຂົາ​ເໝືອນ​ເຂົາ​ແກະ​ນ້ອຍ, ແຕ່​ມັນ​ເວົ້າ​ເໝືອນ​ກັບ​ພະຍານາກ.

Uka jalj uñjjattʼäta Copia luraña




ພຣະນິມິດ 13:11
17 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຈ້ອງເບິ່ງ​ເຂົາ​ເຫຼົ່ານັ້ນ ຂ້າພະເຈົ້າ​ກໍ​ເຫັນ​ເຂົາ​ນ້ອຍໆ​ອັນ​ໜຶ່ງ​ປົ່ງ​ອອກ​ມາ​ຈາກ​ເຂົາ​ທັງໝົດ ແລະ​ເຮັດ​ໃຫ້​ເຂົາ​ສາມ​ອັນ​ໃນ​ນັ້ນ​ຫລ່ອນ​ອອກ. ເຂົາ​ນ້ອຍ​ນີ້​ມີ​ຕາ​ເໝືອນ​ມະນຸດ ແລະ​ມີ​ປາກ​ເວົ້າ​ຄູຍໂມ້​ໂອ້ອວດ​ຢ່າງ​ຈອງຫອງ.


ແລະ​ຂ້າພະເຈົ້າ​ໄດ້​ເງີຍໜ້າ​ຂຶ້ນ ແລະ​ໄດ້ເຫັນ​ແກະເຖິກ​ໂຕໜຶ່ງ​ທີ່​ມີ​ເຂົາ​ສອງ​ເຂົາ ເຂົາ​ທັງສອງ​ສູງ; ແຕ່​ເຂົາໜຶ່ງ​ສູງກວ່າ​ອີກ​ເຂົາໜຶ່ງ ແລະ​ເຂົາ​ທີ່​ສູງ​ນັ້ນ​ປົ່ງ​ມາ​ຕາມຫຼັງ.


“ຈົ່ງ​ລະວັງ​ຜູ້​ປະກາດ​ພຣະຄຳ​ປອມ​ເຂົ້າ​ມາ​ຫາ​ພວກເຈົ້າ ເບິ່ງ​ພາຍ​ນອກ​ເຂົາ​ອ່ອນໂຍນ​ຄື​ໂຕ​ແກະ, ແຕ່​ພາຍ​ໃນ​ແລ້ວ​ເຂົາ​ໂຫດຮ້າຍ​ຄື​ໝາໄນ.


ດ້ວຍວ່າ, ຄົນ​ທີ່​ເຮັດ​ດັ່ງນັ້ນ ພວກເຂົາ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ອົງ​ພຣະຄຣິດເຈົ້າ​ຂອງ​ພວກເຮົາ, ແຕ່​ພວກເຂົາ​ເຫັນ​ແກ່​ປາກ​ແກ່​ທ້ອງ​ຂອງ​ຕົນເອງ, ພວກເຂົາ​ໄດ້​ລໍ້ລວງ​ຄົນ​ຊື່​ໃຫ້​ຫລົງ ດ້ວຍ​ຄຳ​ເວົ້າ​ອັນ​ອ່ອນຫວານ ແລະ​ຄຳ​ຫລອກລວງ.


ມັນ​ຈະ​ຂັດຂວາງ​ທຸກສິ່ງ​ທີ່​ມະນຸດ​ຂາບໄຫວ້ ແລະ​ທຸກສິ່ງ​ທີ່​ມະນຸດ​ຖື​ເປັນ​ພຣະເຈົ້າ ແລະ​ຈະ​ຍົກ​ຕົວ​ຂຶ້ນ​ເໜືອ​ສິ່ງ​ເຫຼົ່ານັ້ນ​ທັງໝົດ. ມັນ​ຈະ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ອ້າງ​ຕົນເອງ​ວ່າ​ເປັນ​ພຣະເຈົ້າ.


ເມື່ອ​ພະຍານ​ທັງສອງ ສິ້ນສຸດ​ການ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈະ​ມີ​ສັດຮ້າຍ​ອອກ​ມາ​ຈາກ​ເຫວເລິກ ແລະ​ຈະ​ຕໍ່ສູ້​ພວກເພິ່ນ. ສັດຮ້າຍ​ນັ້ນ​ຈະ​ຊະນະ​ພວກເພິ່ນ ແລະ​ຂ້າ​ພວກເພິ່ນ​ເສຍ.


ຝ່າຍ​ພະຍານາກ​ກໍ​ຄຽດແຄ້ນ​ຢ່າງ​ໃຫຍ່​ໃຫ້​ຍິງ​ນັ້ນ ແລະ​ອອກ​ໄປ​ຕໍ່ສູ້​ກັບ​ເຊື້ອສາຍ​ຂອງ​ນາງ​ທີ່​ເຫຼືອ​ຢູ່ ຄື​ທຸກຄົນ​ທີ່​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສັດຮ້າຍ​ໂຕໜຶ່ງ ຂຶ້ນ​ມາ​ຈາກ​ທະເລ ມັນ​ມີ​ສິບ​ເຂົາ​ກັບ​ເຈັດ​ຫົວ ແລະ​ຢູ່​ເທິງ​ແຕ່ລະ​ເຂົາ​ມີ​ມົງກຸດ​ອັນ​ໜຶ່ງ ແລະ​ຢູ່​ເທິງ​ແຕ່ລະ​ຫົວ​ມີ​ຊື່​ເປັນ​ຄຳ​ໝິ່ນປະໝາດ​ພຣະເຈົ້າ.


ເພື່ອ​ບໍ່​ໃຫ້​ຜູ້ໃດ​ຊື້ ຫລື​ຂາຍ​ໄດ້ ເວັ້ນ​ໄວ້​ແຕ່​ຜູ້​ທີ່​ມີ​ເຄື່ອງໝາຍ​ນັ້ນ ຊຶ່ງ​ເປັນ​ຊື່​ຂອງ​ສັດຮ້າຍ ຫລື​ເລກ​ທີ່​ໝາຍ​ເຖິງ​ຊື່​ມັນ​ນັ້ນ.


ພວກເຂົາ​ບູຊາ​ພະຍານາກ ເພາະ​ມັນ​ໄດ້​ໃຫ້​ອຳນາດ​ແກ່​ສັດຮ້າຍ​ນັ້ນ ແລະ​ພວກເຂົາ​ໄດ້​ບູຊາ​ສັດຮ້າຍ​ນັ້ນ ໂດຍ​ກ່າວ​ວ່າ, “ໃຜ​ຈະ​ປຽບ​ປານ​ກັບ​ສັດ​ນີ້​ໄດ້ ແລະ​ຜູ້ໃດ​ຈະ​ສາມາດ​ສູ້ຮົບ​ກັບ​ສັດ​ນີ້​ໄດ້.”


ຕໍ່ມາ ຂ້າພະເຈົ້າ​ໄດ້​ເຫັນ​ວິນຍານ​ຊົ່ວຮ້າຍ​ສາມ​ດວງ ມີ​ລັກສະນະ​ເໝືອນ​ໂຕ​ກົບ ວິນຍານ​ນັ້ນ​ໄດ້​ອອກ​ມາ​ຈາກ​ປາກ​ຂອງ​ພະຍານາກ, ປາກ​ຂອງ​ສັດຮ້າຍ ແລະ​ປາກ​ຂອງ​ຜູ້​ປະກາດ​ພຣະທຳ​ປອມ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ຄົນ​ນັ້ນ ເມົາ​ດ້ວຍ​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ທີ່​ຍອມ​ສະຫລະ​ຊີວິດ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ອັດສະຈັນ​ໃຈ​ຫລາຍ.


ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່ ມັນ​ກຳລັງ​ຈະ​ຂຶ້ນ​ມາ​ຈາກ​ເຫວເລິກ ເພື່ອ​ໄປ​ສູ່​ຄວາມ​ຈິບຫາຍ ບັນດາ​ຊາວ​ໂລກ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ທະບຽນ​ແຫ່ງ​ຊີວິດ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ​ນັ້ນ ກໍ​ຈະ​ປະຫລາດ​ໃຈ ເມື່ອ​ພວກເຂົາ​ເຫັນ​ສັດຮ້າຍ​ທີ່​ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່ ແລະ​ກຳລັງ​ຈະ​ມາ​ປາກົດ​ອີກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka