Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 12:9 - ພຣະຄຳພີສັກສິ

9 ພະຍານາກ​ໃຫຍ່ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ​ທີ່​ເຂົາ​ເອີ້ນ​ວ່າ ມານຮ້າຍ ແລະມານຊາຕານ ຜູ້​ຫລອກລວງ​ມະນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສຍ ມັນ​ກັບ​ບໍລິວານ​ຂອງ​ມັນ ກໍ​ຖືກ​ຊັດຖິ້ມ​ລົງ​ເທິງ​ແຜ່ນດິນ​ໂລກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 12:9
68 Jak'a apnaqawi uñst'ayäwi  

ງູ​ເປັນ​ສັດ​ທີ່​ສະຫລາດ​ກວ່າ​ສັດ​ທັງປວງ ທີ່​ພຣະເຈົ້າຢາເວ​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ. ມັນ​ຖາມ​ຜູ້ຍິງ​ວ່າ, “ແມ່ນ​ແທ້​ບໍ ທີ່​ພຣະເຈົ້າ​ຫ້າມ​ເຈົ້າ ບໍ່​ໃຫ້​ກິນ​ໝາກໄມ້​ໃດໆ​ໃນ​ສວນ​ນີ້?”


ພຣະເຈົ້າຢາເວ​ພຣະເຈົ້າ​ຖາມ​ຍິງ​ນັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ແນວ​ນັ້ນ?” ນາງ​ຕອບ​ວ່າ, “ງູ​ໄດ້​ລໍ້ລວງ​ຂ້ານ້ອຍ​ໃຫ້​ກິນ.”


ມານຊາຕານ​ຢາກ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ປະຊາຊົນ​ອິດສະຣາເອນ. ດັ່ງນັ້ນ ມັນ​ຈຶ່ງ​ໄດ້​ເຮັດ​ໃຫ້​ກະສັດ​ດາວິດ​ຕັດສິນໃຈ​ນັບ​ຈຳນວນ​ປະຊາຊົນ.


ວິນຍານ​ດວງ​ນັ້ນ​ຕອບ​ວ່າ, ‘ຂ້ານ້ອຍ​ຈະ​ໄປ​ເຮັດ​ໃຫ້ ພວກ​ຜູ້ທຳນວາຍ​ຂອງ​ອາຮາບ​ເວົ້າ​ຕົວະ.’ ພຣະເຈົ້າຢາເວ​ຈຶ່ງ​ເວົ້າ​ວ່າ, ‘ຈົ່ງ​ໄປ​ລໍ້ລວງ​ລາວ​ສາ ເຈົ້າ​ຈະ​ເຮັດ​ໄດ້​ສຳເລັດ.”’


ຂໍ​ຊົງ​ໂຜດ​ເລືອກເອົາ​ຄົນ​ອະທຳ​ມາ​ຕັດສິນ​ເຂົາ ແລະ​ໃຫ້​ສັດຕູ​ຄົນ​ໜຶ່ງ​ຂອງ​ເຂົາ​ຟ້ອງ​ເຂົາ​ຄືນ​ສາ.


ລູຊີເຟີ ດວງດາວ​ສ່ອງໃສ​ໃນ​ຕອນເຊົ້າ​ເອີຍ ເຈົ້າ​ໄດ້​ຕົກລົງ​ຈາກ​ສະຫວັນ​ແລ້ວ​ນໍ ໃນ​ອະດີດ​ນັ້ນ ເຈົ້າ​ໄດ້​ຕີ​ຊະນະ​ຫລາຍໆ​ຊົນຊາດ ແຕ່​ບັດນີ້ ເຈົ້າ​ພັດ​ຖືກ​ໂຍນ​ລົງ​ຂີ້ດິນ.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ຈະ​ໃຊ້​ດາບ​ອັນ​ມີ​ອຳນາດ ແລະ​ເຖິງ​ແກ່​ຄວາມຕາຍ ລົງໂທດ​ເລວີ​ອາທັນ​ມັງກອນ​ຮ້າຍ​ທີ່​ບິດ ແລະ​ກ້ຽວໄປ​ໂງມາ ແລະ​ຂ້າ​ເງືອກ ທີ່​ອາໄສ​ຢູ່​ໃນ​ທະເລ.


ໝາປ່າ​ແລະ​ລູກແກະ​ຈະ​ກິນ​ຮ່ວມກັນ ສິງ​ຈະ​ກິນ​ເຟືອງ​ເໝືອນ​ງົວ ແລະ​ງູພິດ​ກໍ​ຈະ​ກິນ​ຂີ້ດິນ​ຢ່າງ​ພໍໃຈ. ທີ່​ຊີໂອນ​ເທິງ​ເນີນພູ​ສັກສິດ​ຂອງເຮົາ ຈະ​ບໍ່ມີ​ສິ່ງ​ອັນຕະລາຍ​ຫລື​ຊົ່ວຮ້າຍ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ.


ເຈົ້າ​ໄດ້​ຫຍຸ້ງຢູ່​ນຳ​ແຕ່​ການ​ຊື້ຂາຍ ແລະ​ມັນ​ໄດ້​ນຳ​ເຈົ້າ​ໄປ​ສູ່​ການ​ຮຸນແຮງ​ແລະ​ການກະທຳ​ບາບ. ສະນັ້ນ ເຮົາ​ຈຶ່ງ​ບັງຄັບ​ເຈົ້າ​ໃຫ້​ໜີໄປ​ຈາກ​ພູເຂົາ​ຂອງ​ພຣະເຈົ້າ ແລະ​ປົດ​ເຈົ້າ​ລົງ​ສູ່​ຖັນແຖວ​ທຳມະດາ​ຂອງ​ມະນຸດ​ທີ່​ຕາຍເປັນ ແລະ​ຂັບໄລ່​ເຈົ້າ​ໃຫ້​ໜີ​ຈາກ​ເພັດພອຍ​ຕ່າງໆ​ອັນ​ເຫລືອງເຫລື້ອມ​ແວວວາວ​ນັ້ນ.


ແລະ ສັດຕູ​ຜູ້​ທີ່​ຫວ່ານ​ເຂົ້າ​ນົກ​ແມ່ນ​ມານຮ້າຍ ລະດູ​ເກັບກ່ຽວ​ແມ່ນ​ຄາວ​ສຸດ​ໂລກ ແລະ​ຜູ້​ເກັບກ່ຽວ​ແມ່ນ​ຝູງ​ເທວະດາ.


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ


ຕໍ່ມາ ພຣະວິນຍານ​ໄດ້​ນຳ​ພຣະເຢຊູເຈົ້າ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ໃຫ້​ມານຮ້າຍ​ທົດລອງ.


ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ຈົ່ງ​ໜີໄປ໋ ອ້າຍ​ຊາຕານ! ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ຂາບໄຫວ້​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ປະຕິບັດ​ແຕ່​ພຣະອົງ​ຜູ້​ດຽວ.”’


ແລ້ວ​ມານຮ້າຍ​ໄດ້​ນຳ​ພຣະເຢຊູເຈົ້າ​ໄປ​ທີ່​ນະຄອນ​ສັກສິດ ແລະ​ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຍອດ​ພຣະວິຫານ


ອີກເທື່ອໜຶ່ງ ມານຮ້າຍ​ກໍ​ພາ​ພຣະເຢຊູເຈົ້າ​ຂຶ້ນ​ໄປ​ເທິງ​ຍອດ​ພູ​ທີ່​ສູງສຸດ​ແຫ່ງ​ໜຶ່ງ ແລະ​ສຳແດງ​ບັນດາ​ອານາຈັກ​ແຫ່ງ​ໂລກນີ້​ກັບ​ຄວາມ​ຍິ່ງໃຫຍ່​ທັງໝົດ​ໃຫ້​ພຣະອົງ​ເຫັນ.


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກລົງ​ຈາກ​ຟ້າ ດັ່ງ​ຟ້າ​ແມບ.


ສ່ວນ​ຍິງ​ຄົນ​ນີ້ ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ທີ່​ມານຊາຕານ​ຜູກມັດ​ໄວ້​ເປັນ​ເວລາ​ສິບແປດ​ປີ​ແລ້ວ ບໍ່​ສົມຄວນ​ບໍ ທີ່​ຕ້ອງ​ແກ້​ນາງ​ໃຫ້​ຫລຸດ​ຈາກ​ເຄື່ອງ​ຜູກ​ມັດ​ນີ້ ໃນ​ວັນ​ຊະບາໂຕ?”


ແລ້ວ​ມານຊາຕານ ກໍ​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ ຜູ້​ທີ່​ຄົນ​ທັງຫລາຍ​ເອີ້ນ​ກັນ​ວ່າ ອິດສະກາຣີອົດ ລາວ​ເປັນ​ຜູ້ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ວ່າ, “ຊີໂມນ ຊີໂມນ​ເອີຍ ເບິ່ງແມ! ມານຊາຕານ​ໄດ້​ຂໍ​ອະນຸຍາດ​ທົດລອງ​ພວກເຈົ້າ ເພື່ອ​ຈະ​ຝັດ​ຮ່ອນ​ພວກເຈົ້າ​ເໝືອນ​ຝັດ​ເຂົ້າ​ເປືອກ.


ເມັດ​ພືດ​ທີ່​ຕົກ​ໃສ່​ຕາມ​ທາງຍ່າງ​ນັ້ນ ໄດ້​ແກ່​ພວກ​ຄົນ​ທີ່​ໄດ້ຍິນ​ພຣະທຳ, ແຕ່​ມານຮ້າຍ​ມາ​ຍາດ​ເອົາ​ພຣະທຳ​ໄປ​ຈາກ​ຈິດໃຈ​ຂອງ​ພວກເຂົາ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອ​ແລະ​ພົ້ນ​ໄດ້.


ບັດນີ້​ເຖິງ​ເວລາ​ແລ້ວ ທີ່​ໂລກ​ຈະ​ຕ້ອງ​ຖືກ​ຕັດສິນ ຜູ້ປົກຄອງ​ໂລກ​ຈະ​ຖືກ​ລຶບລ້າງ​ເສຍ.


ແຕ່​ນີ້​ໄປ ເຮົາ​ຈະ​ບໍ່​ສົນທະນາ​ຫລາຍ​ຄຳ​ກັບ​ພວກເຈົ້າ ເພາະ​ຜູ້ປົກຄອງ​ໂລກນີ້​ກຳລັງ​ມາ ຜູ້​ນັ້ນ​ບໍ່ມີ​ສິດອຳນາດ​ເໜືອ​ເຮົາ


ສ່ວນ​ເລື່ອງ​ການ​ພິພາກສາ​ນັ້ນ ຄື​ເພາະ​ຜູ້ປົກຄອງ​ໂລກ​ນີ້​ໄດ້​ຖືກ​ພິພາກສາ​ແລ້ວ.”


ເຈົ້າ​ທັງຫລາຍ​ມາ​ຈາກ​ພໍ່​ຂອງ​ພວກເຈົ້າ​ຄື​ມານຮ້າຍ, ພວກເຈົ້າ​ຢາກ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ພໍ່​ເຈົ້າ ຄື​ຕັ້ງແຕ່​ຕົ້ນເດີມ​ມາ​ມັນ​ເປັນ​ຜູ້ຂ້າຄົນ ແລະ​ບໍ່ເຄີຍ​ຢູ່​ຝ່າຍ​ຄວາມຈິງ ເພາະ​ໃນ​ຕົວ​ຂອງ​ມັນ​ບໍ່ມີ​ຄວາມຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍເວົ້າ​ຕາມ​ສັນດານ​ຂອງ​ມັນ ເພາະ​ມັນ​ເປັນ​ຜູ້​ຕົວະ ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ດັ່ງນັ້ນ ເປໂຕ​ຈຶ່ງ​ຖາມ​ລາວ​ວ່າ, “ອານາເນຍ​ເອີຍ ດ້ວຍເຫດໃດ​ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ, ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານ​ບໍຣິສຸດເຈົ້າ ໂດຍ​ເອົາ​ເງິນ​ສ່ວນ​ໜຶ່ງ ຊຶ່ງ​ເປັນ​ຄ່າ​ຂາຍ​ທີ່ດິນ​ນັ້ນ​ມ້ຽນ​ໄວ້?


ດ້ວຍວ່າ, ຄົນ​ທີ່​ເຮັດ​ດັ່ງນັ້ນ ພວກເຂົາ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ອົງ​ພຣະຄຣິດເຈົ້າ​ຂອງ​ພວກເຮົາ, ແຕ່​ພວກເຂົາ​ເຫັນ​ແກ່​ປາກ​ແກ່​ທ້ອງ​ຂອງ​ຕົນເອງ, ພວກເຂົາ​ໄດ້​ລໍ້ລວງ​ຄົນ​ຊື່​ໃຫ້​ຫລົງ ດ້ວຍ​ຄຳ​ເວົ້າ​ອັນ​ອ່ອນຫວານ ແລະ​ຄຳ​ຫລອກລວງ.


ແລະ​ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຈະ​ປາບ​ມານຊາຕານ​ໃຫ້​ໝຸ່ນ​ທະລາຍ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ການ​ເຮັດ​ຢ່າງ​ນີ້ ບໍ່​ເປັນ​ການ​ແປກ​ປະຫລາດ​ຫຍັງ​ດອກ ແມ່ນແຕ່​ມານຊາຕານ​ກໍ​ຍັງ​ປອມ​ຕົວ​ເປັນ​ເທວະດາ​ແຫ່ງ​ຄວາມ​ສະຫວ່າງ​ໄດ້.


ແຕ່​ເຮົາ​ຢ້ານ​ວ່າ, ຄວາມ​ຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ລໍ້ລວງ​ໃຫ້​ຫລົງ​ຜິດ​ໄປ ຈະ​ປະຖິ້ມ​ຄວາມ​ຜູກພັນ​ອັນ​ສັດຊື່​ແລະ​ບໍຣິສຸດ​ທີ່​ມີ​ຕໍ່​ພຣະຄຣິດ ໃນ​ທຳນອງ​ດຽວ​ກັບ​ນາງ​ເອວາ​ທີ່​ຖືກ​ຫລອກລວງ​ດ້ວຍ​ກົນ​ອຸບາຍ​ອັນ​ເລິກແລບ​ຂອງ​ງູ.


ແລະ​ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນ​ໄປ ເນື່ອງ​ຈາກ​ການ​ຊົງ​ສຳແດງ​ອັນ​ຫລວງຫລາຍ ຊຶ່ງ​ມາ​ຈາກ​ພຣະເຈົ້າ. ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງເຮົາ ເປັນ​ບໍລິວານ​ຂອງ​ມານຊາຕານ​ທີ່​ທຸບຕີ​ເຮົາ ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນໄປ.


ເພື່ອ​ບໍ່​ໃຫ້​ມານຊາຕານ​ມີໄຊ​ເໜືອ​ພວກເຮົາ ເພາະວ່າ​ພວກເຮົາ​ຮູ້​ແຜນການ​ຂອງ​ມັນ​ແລ້ວ.


ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.


ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ຄົນ​ທີ່​ຫລອກລວງ ຜູ້​ທີ່​ນຳ​ຄົນອື່ນ​ໃຫ້​ຫລົງ​ຜິດ​ໄປ​ດ້ວຍ​ກົນອຸບາຍ​ອັນ​ສະຫລາດ​ຂອງ​ພວກເຂົາ.


ຢ່າ​ໃຫ້​ຜູ້ໃດ​ຫລອກລວງ​ພວກເຈົ້າ​ໃນ​ທາງໃດ​ທາງໜຶ່ງ​ເລີຍ. ດ້ວຍວ່າ, ວັນ​ນັ້ນ​ຈະ​ບໍ່​ມາ​ເຖິງ ຈົນກວ່າ​ການ​ທໍລະຍົດ​ຄັ້ງ​ສຸດທ້າຍ​ຈະ​ເກີດຂຶ້ນ​ກ່ອນ ແລະ​ຜູ້​ຊົ່ວຮ້າຍ​ຈະ​ປາກົດ​ຕົວ​ຂຶ້ນ ຄື​ຜູ້​ທີ່​ຖືກ​ໝາຍ​ໄວ້​ສຳລັບ​ນະຣົກ.


ແລະ​ບໍ່ແມ່ນ​ອາດາມ​ທີ່​ໄດ້​ຖືກ​ຫລອກລວງ ແຕ່​ແມ່ນ​ແມ່ຍິງ​ທີ່​ໄດ້​ຖືກ​ຫລອກລວງ ແລະ​ໄດ້​ຝ່າຝືນ​ກົດບັນຍັດ​ຂອງ​ພຣະເຈົ້າ.


ແຕ່​ຄົນຊົ່ວຮ້າຍ ແລະ​ຄົນ​ປອມຕົວ ຈະ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ໄປ​ລໍ້ລວງ​ຄົນອື່ນ​ໃຫ້​ຫລົງ ແລະ​ຕົວ​ເຂົາເອງ​ກໍ​ຈະ​ຖືກ​ລໍ້ລວງ​ເໝືອນກັນ.


ເຫດສະນັ້ນ ເມື່ອ​ພວກ​ລູກ​ໄດ້​ຮ່ວມ​ໃນ​ເລືອດເນື້ອ​ອັນ​ດຽວກັນ ຝ່າຍ​ພຣະອົງ​ຈຶ່ງ​ໄດ້​ຊົງ​ຮ່ວມ​ໃນ​ຊາດ​ມະນຸດ​ເໝືອນກັນ ເພື່ອ​ໂດຍ​ທາງ​ຄວາມ​ຕາຍ​ນັ້ນ ພຣະອົງ​ຈະ​ໄດ້​ຊົງ​ທຳລາຍ​ຜູ້​ທີ່​ມີ​ອຳນາດ​ແຫ່ງ​ຄວາມ​ຕາຍ ຄື​ມານຮ້າຍ,


ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.


ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ພວກເຮົາ​ເກີດ​ຈາກ​ພຣະເຈົ້າ ມະນຸດສະໂລກ​ທັງໝົດ​ຈົມ​ຢູ່​ໃຕ້​ອຳນາດ​ຂອງ​ມານຊົ່ວຮ້າຍ.


ແມ່ນແຕ່​ມີຄາເອນ ຜູ້​ເປັນ​ນາຍ​ເທວະດາ ໃນ​ການ​ຜິດຖຽງ​ຂອງ​ເພິ່ນ​ກັບ​ມານຮ້າຍ ທັງສອງ​ໄດ້​ຖົກຖຽງ​ກັນ​ໃນ​ເລື່ອງ​ຊາກສົບ​ຂອງ​ໂມເຊ ມີຄາເອນ​ບໍ່ໄດ້​ກ່າວໂທດ​ມານຮ້າຍ​ດ້ວຍ​ຄຳ​ເວົ້າ​ທີ່​ຫຍາບ​ຊ້າ ແຕ່​ໄດ້​ກ່າວ​ວ່າ, “ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ຜູ້​ຕິຕຽນ​ເຈົ້າ​ເທີ້ນ.”


ເພາະສະນັ້ນ ສະຫວັນ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ສະຫວັນ ຈົ່ງ​ຊື່ນຊົມ​ຍິນດີ ແຕ່​ວິບັດ​ຈະ​ມີ​ແກ່​ແຜ່ນດິນ​ໂລກ​ແລະ​ນໍ້າ​ທະເລ ເພາະວ່າ​ມານຮ້າຍ​ໄດ້​ລົງ​ມາ​ຫາ​ເຈົ້າ​ດ້ວຍ​ຄວາມ​ຄຽດແຄ້ນ​ອັນ​ໃຫຍ່ ເພາະ​ມັນ​ຮູ້​ວ່າ​ເວລາ​ຂອງ​ມັນ​ມີ​ໜ້ອຍ.”


ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ປາກົດ​ໃນ​ສະຫວັນ​ດັ່ງນີ້: ມີ​ພະຍານາກ​ໃຫຍ່​ສີແດງ​ໂຕໜຶ່ງ ມີ​ເຈັດ​ຫົວ ສິບ​ເຂົາ ຢູ່​ເທິງ​ຫົວ​ນັ້ນ​ມີ​ມົງກຸດ​ເຈັດ​ອັນ.


ຂະນະ​ນັ້ນ ໄດ້​ເກີດ​ສົງຄາມ​ຂຶ້ນ​ໃນ​ສະຫວັນ ມີຄາເອນ​ແລະ​ຝູງ​ເທວະດາ​ຝ່າຍ​ຕົນ ໄດ້​ຕໍ່ສູ້​ກັບ​ພະຍານາກ ຝ່າຍ​ພະຍານາກ​ແລະ​ຝູງ​ບໍລິວານ​ຂອງ​ມັນ​ກໍໄດ້​ຕໍ່ສູ້​ຄືນ,


ແຕ່​ພະຍານາກ​ໄດ້​ປະລາໄຊ. ສະນັ້ນ ມັນ​ກັບ​ຝູງ​ບໍລິວານ​ຂອງ​ມັນ​ຈຶ່ງ​ບໍ່ມີ​ບ່ອນ​ຢູ່​ໃນ​ສະຫວັນ​ອີກ​ຕໍ່ໄປ.


ມັນ​ຫລອກລວງ​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ໂລກ​ດ້ວຍ​ໝາຍສຳຄັນ ທີ່​ຊົງ​ໃຫ້​ມັນ​ເຮັດ​ຕໍ່ໜ້າ​ສັດຮ້າຍ​ໂຕ​ເດີມ​ນັ້ນ ແລະ​ມັນ​ສັ່ງ​ໃຫ້​ເຂົາ​ສ້າງ​ຮູບ​ສັດຮ້າຍ ທີ່​ຖືກ​ຟັນ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.


ດ້ວຍວ່າ, ວິນຍານ​ເຫຼົ່ານັ້ນ​ເປັນ​ຜີມານຮ້າຍ ທີ່​ເຮັດ​ໝາຍສຳຄັນ ມັນ​ອອກ​ໄປ​ຫາ​ກະສັດ​ທັງຫລາຍ​ທົ່ວ​ພິພົບໂລກ ເພື່ອ​ໃຫ້​ກະສັດ​ເຫຼົ່ານັ້ນ​ມາ​ຮ່ວມ​ກັນ​ສຳລັບ​ການ​ສົງຄາມ ໃນ​ວັນ​ອັນ​ໃຫຍ່ຫລວງ​ຂອງ​ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ. (


ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ.


ຈະ​ບໍ່ມີ​ແສງ​ໂຄມ​ສ່ອງ​ສະຫວ່າງ​ໃນ​ເຈົ້າ​ຕໍ່ໄປ​ອີກ, ຈະ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າບ່າວ ເຈົ້າສາວ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ, ເພາະວ່າ​ບັນດາ​ພໍ່ຄ້າ​ຂອງ​ເຈົ້າ ໄດ້​ເປັນ​ເຈົ້ານາຍ​ແຫ່ງ​ແຜ່ນດິນ​ໂລກ ແລະ​ບັນດາ​ປະຊາຊາດ​ໄດ້​ຖືກ​ຫລອກລວງ ດ້ວຍ​ເວດມົນ​ຄາຖາ​ຂອງ​ເຈົ້າ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


ເຮົາ​ຮູ້ຈັກ​ທີ່​ຢູ່​ຂອງ​ເຈົ້າ ຮູ້​ວ່າ​ທີ່​ນັ້ນ​ເປັນ​ບັນລັງ​ຂອງ​ມານຊາຕານ. ເຈົ້າ​ຍັງ​ຢຶດຖື​ນາມ​ຂອງເຮົາ​ໄວ້​ໝັ້ນ ແລະ​ບໍ່ໄດ້​ປະຕິເສດ​ຄວາມເຊື່ອ​ໃນ​ເຮົາ ແມ່ນ​ວ່າ​ໃນ​ເວລາ​ທີ່​ອັນຕິປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງເຮົາ ໄດ້​ຖືກ​ຂ້າ​ເສຍ​ໃນ​ທ່າມກາງ​ພວກເຈົ້າ ໃນ​ບ່ອນ​ທີ່​ມານຊາຕານ​ຢູ່​ກໍຕາມ,


ສ່ວນ​ພວກເຈົ້າ​ທີ່​ຍັງເຫລືອ​ຢູ່​ໃນ​ເມືອງ​ທົວເຕຣາ ທີ່​ບໍ່ໄດ້​ປະຕິບັດ​ຕາມ​ຄຳສອນ​ອັນ​ຊົ່ວຊ້າ​ນີ້ ຄື​ບໍ່ໄດ້​ຮຽນ​ຮູ້​ສິ່ງ​ທີ່​ເຂົາ​ເອີ້ນ​ວ່າ ຄວາມ​ລັບເລິກ​ຂອງ​ມານຊາຕານ. ເຮົາ​ບອກ​ພວກເຈົ້າ​ວ່າ, ‘ເຮົາ​ຈະ​ບໍ່​ເພີ່ມ​ພາລະ​ອື່ນ​ໃດ​ໃສ່​ພວກເຈົ້າ,


ເຮົາ​ຮູ້​ຄວາມ​ເດືອດຮ້ອນ​ຂອງ​ເຈົ້າ ເຮົາ​ຮູ້​ວ່າ​ເຈົ້າ​ຍາກຈົນ (ແຕ່​ທີ່​ຈິງ​ແລ້ວ​ເຈົ້າ​ກໍ​ຮັ່ງມີ) ເຮົາ​ຮູ້​ວ່າ​ເຈົ້າ​ຖືກ​ໃສ່ຮ້າຍ​ປ້າຍສີ ໂດຍ​ພວກ​ທີ່​ອ້າງ​ຕົນ​ວ່າ​ເປັນ​ຄົນ​ຢິວ, ແຕ່​ພວກເຂົາ​ບໍ່ໄດ້​ເປັນ​ດັ່ງ​ທີ່​ພວກເຂົາ​ອ້າງ​ນັ້ນ. ແຕ່​ພວກເຂົາ​ເປັນ​ພັກພວກ​ຂອງ​ມານຊາຕານ.


ສ່ວນ​ມານຮ້າຍ​ທີ່​ຫລອກລວງ​ຄົນ​ເຫຼົ່ານັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ​ປົນ​ກັບ​ມາດ​ບ່ອນ​ທີ່​ສັດຮ້າຍ ແລະ​ຜູ້​ປະກາດ​ພຣະທຳ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ໄປ​ແລ້ວ​ນັ້ນ ແລະ​ພວກ​ມັນ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ ທັງ​ກາງເວັນ​ແລະ​ກາງຄືນ ຢູ່​ຕະຫລອດ​ນິຣັນດອນ.


ມັນ​ຈະ​ອອກ​ໄປ​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໂລກ ຄື​ໂກກ​ແລະ​ມາໂກກ ໃຫ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ການ​ເຮັດ​ເສິກ ຈຳນວນ​ຄົນ​ເຫຼົ່ານັ້ນ​ມີ​ຫລວງຫລາຍ ເໝືອນ​ເມັດ​ຊາຍ​ຕາມ​ແຄມ​ຝັ່ງ​ທະເລ.


ເບິ່ງແມ! ສ່ວນ​ກຸ່ມ​ຄົນ​ທີ່​ເປັນ​ພັກພວກ​ຂອງ​ມານຊາຕານ ຄື​ຄົນ​ເວົ້າ​ຕົວະ​ເຫຼົ່ານັ້ນ​ທີ່​ອ້າງ​ວ່າ​ເປັນ​ຢິວ​ແຕ່​ບໍ່​ເປັນ​ນັ້ນ ເຮົາ​ຈະ​ໃຫ້​ພວກເຂົາ​ມາ​ຂາບ​ທີ່​ຕີນ​ຂອງ​ເຈົ້າ ແລະ​ຈະ​ໃຫ້​ພວກເຂົາ​ທຸກຄົນ​ຮູ້ຈັກ​ວ່າ​ຝ່າຍ​ເຮົາ​ໄດ້​ຮັກ​ເຈົ້າ.


ເມື່ອ​ເທວະດາ​ຕົນ​ທີ​ຫ້າ​ເປົ່າແກ​ຂຶ້ນ, ຂ້າພະເຈົ້າ​ໄດ້​ເຫັນ​ດາວ​ດວງ​ໜຶ່ງ​ຕົກ​ຈາກ​ທ້ອງຟ້າ ລົງ​ມາ​ທີ່​ແຜ່ນດິນ​ໂລກ, ດາວ​ດວງ​ນີ້ ໄດ້​ຮັບ​ກະແຈ​ສຳລັບ​ປ່ອງ​ເຫວເລິກ.


ມະນຸດ​ທີ່​ຍັງເຫລືອ​ຢູ່ ເປັນ​ພວກ​ທີ່​ບໍ່ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ເຫຼົ່ານັ້ນ, ກໍ​ຍັງ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ສິ່ງ​ທີ່​ພວກ​ຕົນ​ໄດ້​ເຮັດ​ນັ້ນ, ພວກເຂົາ​ບໍ່​ເຊົາ​ບູຊາ​ຜີມານຮ້າຍ ບູຊາ​ຮູບເຄົາຣົບ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງ​ເຫລືອງ, ດ້ວຍ​ຫີນ ແລະ​ດ້ວຍ​ໄມ້​ ຊຶ່ງ​ບໍ່​ສາມາດ​ເຫັນ​ໄດ້, ບໍ່​ສາມາດ​ໄດ້ຍິນ ແລະ​ບໍ່​ສາມາດ​ຍ່າງ​ໄປມາ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka