Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 12:5 - ພຣະຄຳພີສັກສິ

5 ແມ່ຍິງ​ນັ້ນ ໄດ້​ເກີດ​ລູກຊາຍ ຜູ້​ຊຶ່ງ​ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄ້ອນເຫລັກ ແລະ​ລູກ​ນັ້ນ​ໄດ້​ຖືກ​ຊົງ​ຍົກ​ຂຶ້ນ​ເມືອ​ເຖິງ​ພຣະເຈົ້າ ແລະ​ເຖິງ​ພຣະ​ຣາຊບັນລັງ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ນາງ​ໄດ້​ເກີດ​ລູກຊາຍ​ຜູ້​ໜຶ່ງ, ເປັນ​ເດັກນ້ອຍ​ຜູ້ຊາຍ, ຜູ້​ທີ່ “ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄາທາ​ເຫລັກ”. ແລະ ລູກ​ຂອງ​ນາງ​ໄດ້​ຖືກ​ດຶງ​ຂຶ້ນ​ໄປ​ຫາ​ພຣະເຈົ້າ ແລະ ໄປ​ທີ່​ບັນລັງ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ພຣະນິມິດ 12:5
14 Jak'a apnaqawi uñst'ayäwi  

ນະຄອນ​ອັນ​ສັກສິດ​ຂອງເຮົາ​ເປັນ​ດັ່ງ​ແມ່​ຜູ້ໜຶ່ງ ທີ່​ເກີດ​ເດັກຊາຍ​ຜູ້ໜຶ່ງ​ຢ່າງ​ກະທັນຫັນ​ໂດຍ​ບໍ່ໄດ້​ເຈັບ​ທ້ອງ​ອອກລູກ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’


ພວກເຈົ້າ​ຍັງ​ຈະ​ລັ່ງເລ​ໃຈ​ຢູ່​ອີກ​ດົນ​ປານໃດ​ນໍ? ຜູ້ຍິງ​ທີ່​ບໍ່​ສັດຊື່​ເອີຍ ເວລາ​ຕັດສິນໃຈ​ມາຮອດ​ແລ້ວ. ພຣະເຈົ້າຢາເວ​ໄດ້​ສ້າງ​ບາງ​ສິ່ງ​ໃໝ່ໆ​ໃຫ້​ແຕກຕ່າງ​ອອກ​ໄປ ຄື​ແມ່ຍິງ​ສາມາດ​ປ້ອງກັນ​ຜູ້ຊາຍ​ໄດ້.”


ສະນັ້ນ ເພິ່ນ​ຈຶ່ງ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຈົນເຖິງ​ເວລາ​ຍິງສາວ​ທີ່​ໃຫ້​ກຳເນີດ​ມີ​ລູກຊາຍ​ຂອງຕົນ. ແລ້ວ​ບັນດາ​ພວກ​ພີ່ນ້ອງ​ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຈະ​ມາ​ທ້ອນໂຮມກັນ​ກັບ​ປະຊາຊົນ​ຂອງ​ພວກເຂົາ​ເອງ.


ແຕ່​ໂຢເຊັບ​ບໍ່​ໄດ້​ສົມສູ່​ກັບ​ນາງ ຈົນ​ກວ່າ​ນາງ​ໄດ້​ເກີດ​ລູກຊາຍ ແລ້ວ​ໂຢເຊັບ​ຈຶ່ງ​ໃສ່​ຊື່​ເດັກ​ທີ່​ເກີດ​ມາ​ນັ້ນ​ວ່າ, ເຢຊູ.


ເມື່ອ​ອົງ​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ແລ້ວ ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ນັ່ງ​ທີ່​ເບື້ອງຂວາ​ພຣະຫັດ​ຂອງ​ພຣະເຈົ້າ.


ແຕ່​ສິບສີ່​ປີ​ມາ​ແລ້ວ ເຮົາ​ຮູ້ຈັກ​ຄຣິສຕຽນ​ຜູ້ໜຶ່ງ ຜູ້ນັ້ນ​ໄດ້​ຖືກ​ຮັບ​ຂຶ້ນ​ໄປ​ເຖິງ​ສະຫວັນ​ຊັ້ນ​ທີ​ສາມ (ແຕ່​ຈະ​ໄປ​ທັງ​ກາຍ​ຫລື​ນອກ​ກາຍ​ເຮົາ​ກໍ​ບໍ່​ຮູ້ ພຣະເຈົ້າ​ເທົ່ານັ້ນ​ເປັນ​ຜູ້​ຊົງ​ຮູ້)


ຄົນ​ນັ້ນ​ໄດ້ຍິນ​ສຽງ​ທີ່​ຈະ​ກ່າວ​ອອກ​ເປັນ​ຄຳ​ບໍ່ໄດ້ ແລະ​ເປັນ​ສິ່ງ​ທີ່​ຫ້າມ​ມະນຸດ​ບໍ່​ໃຫ້​ເປີດເຜີຍ.


ແລ້ວ​ຜູ້​ປະກາດ​ພຣະທຳ​ທັງສອງ ກໍ​ໄດ້​ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ຂຶ້ນ​ມາ​ເທິງ​ພີ້.” ໃນ​ຂະນະທີ່​ພວກ​ສັດຕູ​ຂອງ​ພວກເພິ່ນ​ເຝົ້າ​ເບິ່ງ​ຢູ່​ນັ້ນ ພວກເພິ່ນ​ກໍ​ຂຶ້ນ​ເມືອ​ໃນ​ເມກ​ເຂົ້າ​ສູ່​ສະຫວັນ.


ເມື່ອ​ພະຍານາກ​ເຫັນ​ວ່າ ຕົນ​ໄດ້​ຖືກ​ຖິ້ມ​ລົງ​ມາ​ທີ່​ແຜ່ນດິນ​ໂລກ​ແລ້ວ ມັນ​ກໍ​ເລີ່ມ​ຕາມ​ຫາ​ຍິງ​ທີ່​ໄດ້​ເກີດ​ລູກຊາຍ​ນັ້ນ.


ຍິງ​ນັ້ນ​ມີ​ທ້ອງ​ແລະ​ຮ້ອງ​ຄາງ​ເຈັບປວດ​ຢູ່ ກຳລັງ​ຈະ​ເກີດ​ລູກ.


ມີ​ດາບ​ຄົມ​ດວງ​ໜຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ເພື່ອ​ພຣະອົງ​ຈະ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ​ດ້ວຍ​ດາບ​ນັ້ນ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນເຫລັກ​ທີ່​ມີ​ອຳນາດ ແລະ​ພຣະອົງ​ຈະ​ຢຽບ​ເອົາ​ນໍ້າ​ອະງຸ່ນ ໃນ​ອ່າງ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka