Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 12:2 - ພຣະຄຳພີສັກສິ

2 ຍິງ​ນັ້ນ​ມີ​ທ້ອງ​ແລະ​ຮ້ອງ​ຄາງ​ເຈັບປວດ​ຢູ່ ກຳລັງ​ຈະ​ເກີດ​ລູກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຍິງ​ນັ້ນ​ຖືພາ ແລະ ຮ້ອງ​ດ້ວຍ​ຄວາມເຈັບປວດ​ເພາະ​ນາງ​ໃກ້​ຈະ​ເກີດລູກ​ແລ້ວ.

Uka jalj uñjjattʼäta Copia luraña




ພຣະນິມິດ 12:2
12 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ພຣະອົງ​ຮ້ອງ​ອອກ​ມາ ດັ່ງ​ຜູ້ຍິງ​ຖືພາ​ຮ້ອງ​ຢ່າງ​ເຈັບປວດ​ເມື່ອ​ຄອດ​ລູກ.


ຫລັງຈາກ​ມີ​ຊີວິດ​ຢ່າງ​ທົນທຸກ​ທໍລະມານ ທ່ານ​ກໍ​ຈະ​ມີ​ຄວາມສຸກ​ຊົມຊື່ນ​ຍິນດີ​ອີກ; ທ່ານ​ຈະ​ຮູ້ວ່າ​ທ່ານ​ບໍ່ໄດ້​ທົນ​ທຸກຢ່າງ​ໄຮ້​ຜົນ ເປັນ​ຜູ້ຮັບໃຊ້​ອຸທິດຕົນ​ທີ່​ເຮົາ​ພໍໃຈ​ນຳ​ແທ້ໆ. ທ່ານ​ຈະ​ແບກ​ໂທດກຳ​ຂອງ​ຄົນ​ທັງຫລາຍ ເພື່ອ​ເຫັນ​ແກ່​ທ່ານ ເຮົາ​ຈະ​ຍົກໂທດ​ໃຫ້​ພວກເຂົາ.


ເຢຣູຊາເລັມ​ເອີຍ ເຈົ້າ​ນັ້ນ​ເປັນ​ດັ່ງ​ຍິງ​ເປັນ​ໝັນ ແຕ່​ບັດນີ້ ຈົ່ງ​ຮ້ອງລຳ​ທຳເພງ​ຍິນດີ​ກັນ​ເຖີດ ບັດນີ້ ເຈົ້າ​ຈະ​ມີ​ລູກ​ຕື່ມ​ຢ່າງ​ຫລວງຫລາຍ ລື່ນກວ່າ​ຍິງ​ຜູ້​ທີ່​ຜົວ​ບໍ່ເຄີຍ​ໜີປະ​ຈັກເທື່ອ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ຟັງ​ແມ ສຽງ​ອຶກກະທຶກ​ຢູ່​ໃນ​ເມືອງ​ພຸ້ນ ສຽງ​ຢູ່​ໃນ​ພຣະວິຫານ​ພຸ້ນ ແມ່ນ​ສຽງ​ພຣະເຈົ້າຢາເວ​ກຳລັງ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ.


ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ສຽງ​ແຮງ​ແທ້? ເປັນຫຍັງ​ເຈົ້າ​ຈຶ່ງ​ເຈັບປວດ​ເໝືອນ​ຍິງ​ທີ່​ກຳລັງ​ອອກລູກ? ບໍ່ແມ່ນ​ເຈົ້າ​ບໍ່ມີ​ກະສັດ​ປົກຄອງ​ບໍ? ບັນດາ​ທີ່ປຶກສາ​ຂອງ​ພວກເຈົ້າ​ເດ ຕາຍ​ໝົດ​ແລ້ວ​ບໍ?


ສະນັ້ນ ເພິ່ນ​ຈຶ່ງ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຈົນເຖິງ​ເວລາ​ຍິງສາວ​ທີ່​ໃຫ້​ກຳເນີດ​ມີ​ລູກຊາຍ​ຂອງຕົນ. ແລ້ວ​ບັນດາ​ພວກ​ພີ່ນ້ອງ​ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຈະ​ມາ​ທ້ອນໂຮມກັນ​ກັບ​ປະຊາຊົນ​ຂອງ​ພວກເຂົາ​ເອງ.


ເຫດການ​ທັງປວງ​ເຫຼົ່ານີ້ ຈະ​ເປັນ​ເໝືອນ​ເບື້ອງ​ຕົ້ນ​ຂອງ​ການ​ເຈັບທ້ອງ​ເກີດລູກ.


ເມື່ອ​ແມ່ຍິງ​ໃກ້​ຈະ​ເກີດ​ລູກ ນາງ​ກໍ​ໂສກເສົ້າ​ເພາະ​ເວລາ​ແຫ່ງ​ຄວາມ​ເຈັບປວດ​ໄດ້​ມາ​ເຖິງ, ແຕ່​ເມື່ອ​ລູກ​ເກີດ​ມາ​ແລ້ວ ນາງ​ກໍ​ບໍ່​ຄິດເຖິງ​ຄວາມ​ເຈັບປວດ​ນັ້ນ​ອີກ ເພາະ​ນາງ​ຊົມຊື່ນ​ຍິນດີ​ທີ່​ຄົນ​ຜູ້ໜຶ່ງ​ເກີດ​ມາ​ສູ່​ໂລກ.


ລູກ​ນ້ອຍ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ຕ້ອງ​ເຈັບປວດ​ເພາະ​ພວກເຈົ້າ​ອີກ ເໝືອນ​ຢ່າງ​ແມ່​ທີ່​ເຈັບ​ທ້ອງ​ເກີດ​ລູກ ຈົນກວ່າ​ພຣະຄຣິດ​ຈະ​ໄດ້​ເປັນ​ທີ່​ສ້າງ​ຂຶ້ນ​ຢູ່​ໃນ​ພວກເຈົ້າ.


ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ໂອ ຍິງ​ໝັນ​ຜູ້​ບໍ່ເຄີຍ​ເກີດ​ລູກ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເທີ້ນ ເຈົ້າ​ຜູ້​ທີ່​ບໍ່ເຄີຍ​ເຈັບ​ທ້ອງ ເກີດ​ລູກ​ຈັກເທື່ອ​ເອີຍ ຈົ່ງ​ໂຮ່ຮ້ອງ​ຂຶ້ນ​ດ້ວຍ​ຄວາມ ຊົມຊື່ນ​ຍິນດີ​ສາ ດ້ວຍວ່າ, ຍິງ​ທີ່​ຖືກ​ປະຮ້າງ​ກໍ​ມີ​ລູກ ຫລາຍກວ່າ​ຍິງ​ທີ່​ມີ​ຜົວ.”


ຫາງ​ພະຍານາກ ໄດ້​ຟາດ​ດວງດາວ​ໃນ​ທ້ອງຟ້າ ໜຶ່ງ​ສ່ວນ​ສາມ​ລົງ​ໃສ່​ແຜ່ນດິນ​ໂລກ ແລະ​ພະຍານາກ​ໂຕ​ນັ້ນ ຢືນ​ຢູ່​ຕໍ່ໜ້າ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ ເພື່ອ​ຈະ​ກິນ​ລູກ​ນັ້ນ​ເມື່ອ​ເກີດ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka