Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 12:17 - ພຣະຄຳພີສັກສິ

17 ຝ່າຍ​ພະຍານາກ​ກໍ​ຄຽດແຄ້ນ​ຢ່າງ​ໃຫຍ່​ໃຫ້​ຍິງ​ນັ້ນ ແລະ​ອອກ​ໄປ​ຕໍ່ສູ້​ກັບ​ເຊື້ອສາຍ​ຂອງ​ນາງ​ທີ່​ເຫຼືອ​ຢູ່ ຄື​ທຸກຄົນ​ທີ່​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ແລ້ວ​ພະຍານາກ​ກໍ​ຄຽດແຄ້ນ​ຍິງ​ນັ້ນ ແລະ ໄປ​ເຮັດ​ສົງຄາມ​ກັບ​ລູກ​ຫລານ​ຂອງ​ນາງ​ທີ່​ເຫລືອ​ຄື ຄົນ​ເຫລົ່ານັ້ນ​ທີ່​ຖືຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ ຢຶດຖື​ຄຳພະຍານ​ຂອງ​ພວກເຂົາ​ກ່ຽວກັບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 12:17
26 Jak'a apnaqawi uñst'ayäwi  

ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ, ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ; ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ເຈົ້າ​ທັງຫລາຍ​ມາ​ຈາກ​ພໍ່​ຂອງ​ພວກເຈົ້າ​ຄື​ມານຮ້າຍ, ພວກເຈົ້າ​ຢາກ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ພໍ່​ເຈົ້າ ຄື​ຕັ້ງແຕ່​ຕົ້ນເດີມ​ມາ​ມັນ​ເປັນ​ຜູ້ຂ້າຄົນ ແລະ​ບໍ່ເຄີຍ​ຢູ່​ຝ່າຍ​ຄວາມຈິງ ເພາະ​ໃນ​ຕົວ​ຂອງ​ມັນ​ບໍ່ມີ​ຄວາມຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍເວົ້າ​ຕາມ​ສັນດານ​ຂອງ​ມັນ ເພາະ​ມັນ​ເປັນ​ຜູ້​ຕົວະ ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ເພື່ອ​ປະກາດ​ຄວາມຈິງ​ອັນ​ເລິກລັບ​ຂອງ​ພຣະເຈົ້າ ເຮົາ​ບໍ່ໄດ້​ໃຊ້​ຖ້ອຍຄຳ​ຍາກ ຫລື​ຄວາມ​ຮູ້​ອັນ​ໜ້າຟັງ.


ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.


ໃນ​ຂໍ້​ນີ້​ແຫຼະ ເຮົາ​ທັງຫລາຍ​ຄົງ​ສັງເກດ​ໄດ້​ວ່າ ພວກເຮົາ​ຮູ້ຈັກ​ກັບ​ພຣະອົງ ຄື​ວ່າ​ຖ້າ​ພວກເຮົາ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ.


ຜູ້​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ມີ​ພະຍານ​ຢູ່​ໃນ​ຕົວ​ເອງ ຜູ້​ທີ່​ບໍ່​ເຊື່ອ​ພຣະເຈົ້າ ກໍໄດ້​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້​ຕົວະ ເພາະ​ຕົນ​ບໍ່ໄດ້​ເຊື່ອ​ຄຳ​ພະຍານ ທີ່​ພຣະເຈົ້າ​ໄດ້​ຊົງ​ເປັນ​ພະຍານ​ອ້າງ​ເຖິງ​ພຣະບຸດ​ຂອງ​ພຣະອົງ.


ໂດຍ​ຂໍ້​ນີ້​ແຫຼະ ເຮົາ​ທັງຫລາຍ​ຈຶ່ງ​ຮູ້​ວ່າ ພວກເຮົາ​ຮັກ​ລູກ​ທັງຫລາຍ​ຂອງ​ພຣະເຈົ້າ ຄື​ເມື່ອ​ພວກເຮົາ​ຮັກ​ພຣະເຈົ້າ ແລະ​ຖື​ຮັກສາ​ບັນດາ​ກົດບັນຍັດ​ຂອງ​ພຣະອົງ.


ໂຢຮັນ​ໄດ້​ເປັນ​ພະຍານ​ເຖິງ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ ແລະ​ຝ່າຍ​ຄຳ​ພະຍານ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເພິ່ນ​ເປັນ​ພະຍານ​ໃນ​ເຫດການ​ທັງ​ສິ້ນ​ທີ່​ເພິ່ນ​ໄດ້​ເຫັນ.


ຂ້າພະເຈົ້າ ຄື​ໂຢຮັນ​ພີ່ນ້ອງ​ຂອງ​ເຈົ້າ​ທັງຫລາຍ ຜູ້​ເປັນ​ເພື່ອນ​ຮ່ວມ​ໃນ​ຄວາມ​ຍາກ​ລຳບາກ ຮ່ວມ​ຣາຊອານາຈັກ ແລະ​ຮ່ວມ​ຄວາມ​ພຽນ​ອົດທົນ ຊຶ່ງ​ເປັນ​ປະສົບການ​ໃນ​ພຣະເຢຊູເຈົ້າ. ຂ້າພະເຈົ້າ​ຖືກ​ປ່ອຍ​ໄວ້​ທີ່​ເກາະ​ປັດໂມ ເພາະ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເນື່ອງ​ດ້ວຍ​ການ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.


ເມື່ອ​ພະຍານ​ທັງສອງ ສິ້ນສຸດ​ການ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈະ​ມີ​ສັດຮ້າຍ​ອອກ​ມາ​ຈາກ​ເຫວເລິກ ແລະ​ຈະ​ຕໍ່ສູ້​ພວກເພິ່ນ. ສັດຮ້າຍ​ນັ້ນ​ຈະ​ຊະນະ​ພວກເພິ່ນ ແລະ​ຂ້າ​ພວກເພິ່ນ​ເສຍ.


ແຕ່​ແຜ່ນດິນ​ໂລກ​ໄດ້​ຊ່ວຍ​ນາງ​ໄວ້ ດ້ວຍ​ການ​ຍະ​ອອກ​ກືນ​ກິນ​ນໍ້າ ທີ່​ພະຍານາກ​ໄດ້​ໃຊ້​ປາກ​ພົ່ນ​ອອກ​ມາ​ນັ້ນ.


ແລະ​ໄດ້​ຊົງ​ໃຫ້​ມັນ​ສູ້ຮົບ​ກັບ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ຊະນະ​ພວກເຂົາ ຍັງ​ຊົງ​ປະທານ​ໃຫ້​ມັນ​ມີ​ອຳນາດ​ເໜືອ​ທຸກ​ຕະກຸນ, ທຸກ​ຊົນຊາດ, ທຸກ​ພາສາ ແລະ​ທຸກ​ປະເທດ.


ໃນ​ເລື່ອງ​ນີ້​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຄວາມເຊື່ອ​ຝ່າຍ​ພຣະເຢຊູເຈົ້າ ກໍ​ຕ້ອງ​ໃຊ້​ຄວາມ​ພຽນ​ອົດທົນ.


ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ຄົນ​ນັ້ນ ເມົາ​ດ້ວຍ​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ທີ່​ຍອມ​ສະຫລະ​ຊີວິດ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ອັດສະຈັນ​ໃຈ​ຫລາຍ.


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ແລ້ວ​ຂ້າພະເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ໃກ້​ຕີນ​ພວກ​ເທວະດາ ເພື່ອ​ຈະ​ຂາບໄຫວ້​ເພິ່ນ ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ລະວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຜູ້ຮັບໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່ນ້ອງ​ຂອງທ່ານ ທີ່​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ. ເພາະວ່າ​ເນື້ອຄວາມ​ຂອງ​ການ​ປະກາດ​ພຣະທຳ ກໍ​ເປັນ​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.”


ຕໍ່ມາ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ ແລະ​ບັນດາ​ກະສັດ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ພ້ອມ​ທັງ​ກອງທັບ​ຂອງ​ກະສັດ​ເຫຼົ່ານັ້ນ ໄດ້​ມາ​ໂຮມກັນ​ເພື່ອ​ສູ້ຮົບ​ກັບ​ພຣະອົງ ຜູ້​ທີ່​ນັ່ງ​ເທິງ​ຫລັງ​ມ້າ ແລະ​ຕໍ່ສູ້​ກອງທັບ​ຂອງ​ພຣະອົງ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຫລາຍ​ອັນ ແລະ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ ເປັນ​ຜູ້​ທີ່​ໄດ້​ຮັບ​ພຣະຣາຊທານ​ອຳນາດ​ພິພາກສາ ແລະ​ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ດວງ​ວິນຍານ​ຂອງ​ຄົນ​ທັງປວງ​ທີ່​ຖືກ​ຕັດ​ຄໍ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ແລະ​ເພາະ​ພຣະທຳ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ບໍ່ໄດ້​ບູຊາ​ສັດຮ້າຍ ຫລື​ຮູບ​ຂອງ​ມັນ ແລະ​ບໍ່ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ຕິດ​ໄວ້​ທີ່​ໜ້າຜາກ ຫລື​ທີ່​ມື​ຂອງຕົນ. ຄົນ​ເຫຼົ່ານັ້ນ​ກັບຄືນ​ມີ​ຊີວິດ​ໃໝ່ ແລະ​ໄດ້​ຄຸ້ມຄອງ​ຮ່ວມ​ກັບ​ພຣະຄຣິດ​ໃນ​ລະຫວ່າງ​ພັນ​ປີ. (


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຊຳລະ​ລ້າງ​ເສື້ອຜ້າ​ຂອງຕົນ​ໃຫ້​ສະອາດ ເພື່ອ​ພວກເຂົາ​ຈະ​ມີ​ສິດ​ຢ່າງ​ຖືກຕ້ອງ​ເຂົ້າ​ໄປ​ເຖິງ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ຜ່ານ​ທາງ​ປະຕູ.


ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ຫ້າ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ດວງ​ວິນຍານ​ຢູ່​ໃຕ້​ແທ່ນບູຊາ ເປັນ​ດວງ​ວິນຍານ​ຂອງ​ຄົນ​ທັງຫລາຍ​ທີ່​ໄດ້​ຖືກ​ຂ້າ ເພາະ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເປັນ​ຜູ້​ສັດຊື່​ໃນ​ຄຳ​ພະຍານ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka