Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 12:15 - ພຣະຄຳພີສັກສິ

15 ພະຍານາກ​ນັ້ນ ໄດ້​ພົ່ນ​ນໍ້າ​ອອກ​ຈາກ​ປາກ​ເໝືອນ​ແມ່ນໍ້າ ໄຫລ​ຕາມ​ຍິງ​ນັ້ນ ເພື່ອ​ຈະ​ໃຫ້​ພັດ​ຍິງ​ນັ້ນ​ໄປ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ແລ້ວ​ພະຍານາກ​ນັ້ນ​ກໍ​ໄດ້​ພົ່ນ​ນ້ຳ​ອອກ​ຈາກ​ປາກ​ຂອງ​ມັນ​ເໝືອນ​ແມ່ນ້ຳ​ເພື່ອ​ຊັດ​ນາງ​ໃຫ້​ລອຍ​ໄປ​ຕາມ​ກະແສນ້ຳ.

Uka jalj uñjjattʼäta Copia luraña




ພຣະນິມິດ 12:15
12 Jak'a apnaqawi uñst'ayäwi  

ງູ​ເປັນ​ສັດ​ທີ່​ສະຫລາດ​ກວ່າ​ສັດ​ທັງປວງ ທີ່​ພຣະເຈົ້າຢາເວ​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ. ມັນ​ຖາມ​ຜູ້ຍິງ​ວ່າ, “ແມ່ນ​ແທ້​ບໍ ທີ່​ພຣະເຈົ້າ​ຫ້າມ​ເຈົ້າ ບໍ່​ໃຫ້​ກິນ​ໝາກໄມ້​ໃດໆ​ໃນ​ສວນ​ນີ້?”


ບ້ວງ​ແຫ່ງ​ຄວາມຕາຍ​ກໍ​ອ້ອມຮອບ​ຂ້ານ້ອຍ​ຢູ່ ຄື້ນ​ແຫ່ງ​ການທຳລາຍ​ນັ້ນ​ກໍໄດ້​ໄຫລ​ຖ້ວມ​ຂ້ານ້ອຍ​ໄວ້.


ພຣະອົງ​ເຮັດ​ໃຫ້​ຄື້ນ​ທະເລ​ອັນ​ປັ່ນປ່ວນ​ສະຫງົບ​ລົງ ສຽງ​ອຶກກະທຶກ​ຂອງ​ປະຊາຊົນ​ມິດງຽບ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ມີ​ຄົນ​ໜຶ່ງ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ ຕຽມພ້ອມ​ເພື່ອ​ໂຈມຕີ​ພວກເຂົາ ຄື​ຄົນ​ໜຶ່ງ​ທີ່​ຈະ​ມາ​ດັ່ງ​ພະຍຸ​ໝາກເຫັບ, ດັ່ງ​ຫ່າຝົນ ແລະ​ດັ່ງ​ນໍ້າ​ໄຫລເຊາະ​ຖ້ວມ​ລົ້ນ​ເຕັມ​ໄປ​ທົ່ວ​ດິນແດນ.


ຕັ້ງແຕ່​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ ທຸກຄົນ​ຈະ​ຢຳເກງ​ພຣະເຈົ້າຢາເວ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ. ພຣະເຈົ້າຢາເວ​ຈະ​ມາ​ດັ່ງ​ນໍ້າ​ຫ້ວຍ​ໄຫລເຊາະ​ແລະ​ດັ່ງ​ລົມພະຍຸ​ກ້າ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ກະສັດ​ອັດຊີເຣຍ​ພ້ອມ​ກອງທັບ​ທັງໝົດ​ຂອງ​ລາວ ມາ​ໂຈມຕີ​ຢູດາຍ. ກອງທັບ​ນີ້​ຈະ​ບຸກໜ້າ​ໄປ​ດັ່ງ​ແມ່ນໍ້າ​ເອີຟຣັດ​ໄຫລ​ນອງລົ້ນ​ຕາຝັ່ງ.


ແຕ່​ເຮົາ​ຢ້ານ​ວ່າ, ຄວາມ​ຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ລໍ້ລວງ​ໃຫ້​ຫລົງ​ຜິດ​ໄປ ຈະ​ປະຖິ້ມ​ຄວາມ​ຜູກພັນ​ອັນ​ສັດຊື່​ແລະ​ບໍຣິສຸດ​ທີ່​ມີ​ຕໍ່​ພຣະຄຣິດ ໃນ​ທຳນອງ​ດຽວ​ກັບ​ນາງ​ເອວາ​ທີ່​ຖືກ​ຫລອກລວງ​ດ້ວຍ​ກົນ​ອຸບາຍ​ອັນ​ເລິກແລບ​ຂອງ​ງູ.


ແຕ່​ແຜ່ນດິນ​ໂລກ​ໄດ້​ຊ່ວຍ​ນາງ​ໄວ້ ດ້ວຍ​ການ​ຍະ​ອອກ​ກືນ​ກິນ​ນໍ້າ ທີ່​ພະຍານາກ​ໄດ້​ໃຊ້​ປາກ​ພົ່ນ​ອອກ​ມາ​ນັ້ນ.


ພະຍານາກ​ໃຫຍ່ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ​ທີ່​ເຂົາ​ເອີ້ນ​ວ່າ ມານຮ້າຍ ແລະມານຊາຕານ ຜູ້​ຫລອກລວງ​ມະນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສຍ ມັນ​ກັບ​ບໍລິວານ​ຂອງ​ມັນ ກໍ​ຖືກ​ຊັດຖິ້ມ​ລົງ​ເທິງ​ແຜ່ນດິນ​ໂລກ.


ເທວະດາ​ຕົນ​ນັ້ນ ຍັງ​ເວົ້າ​ຕໍ່​ຂ້າພະເຈົ້າ​ອີກ​ວ່າ, “ແມ່ນໍ້າ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ຊຶ່ງ​ເປັນ​ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ໄດ້​ແກ່​ບັນດາ​ຊົນຊາດ ປະຊາຊົນ​ທັງຫລາຍ ບັນດາ​ປະຊາຊາດ ແລະ​ພາສາ​ຕ່າງໆ.


ເພິ່ນ​ໄດ້​ຈັບ​ເອົາ​ພະຍານາກ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ ຄື​ມານຮ້າຍ ແລະ​ມານຊາຕານ ໄດ້​ຜູກ​ມັດ​ມັນ​ໄວ້​ໃນ​ລະຫວ່າງ​ພັນ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka