Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 12:14 - ພຣະຄຳພີສັກສິ

14 ແຕ່​ຍິງ​ຜູ້​ນີ້​ໄດ້​ຮັບ​ປີກ​ສອງ​ອັນ​ຂອງ​ນົກອິນຊີ​ໃຫຍ່ ເພື່ອ​ຈະ​ໄດ້​ບິນ​ໜີໄປ​ຫາ​ບ່ອນ​ຂອງ​ນາງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ສາມ​ປີ​ເຄິ່ງ ປອດໄພ​ຈາກ​ການ​ໂຈມຕີ​ຂອງ​ພະຍານາກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ຍິງ​ນັ້ນ​ໄດ້​ຮັບ​ປີກ​ນົກອິນຊີ​ໃຫຍ່​ສອງ​ປີກ​ເພື່ອ​ຈະ​ໄດ້​ບິນ​ໄປ​ຍັງ​ບ່ອນ​ທີ່​ໄດ້​ຈັດຕຽມ​ໄວ້​ໃຫ້​ນາງ​ໃນ​ຖິ່ນແຫ້ງແລ້ງກັນດານ, ຢູ່​ທີ່​ນັ້ນ​ນາງ​ຈະ​ໄດ້ຮັບ​ການ​ປົກປ້ອງ​ລ້ຽງດູ​ໃຫ້​ພົ້ນ​ຈາກ​ການໂຈມຕີ​ຂອງ​ພະຍານາກ​ຕະຫລອດ​ໜຶ່ງ​ວາລະ, ສອງ​ວາລະ ແລະ ເຄິ່ງ​ວາລະ.

Uka jalj uñjjattʼäta Copia luraña




ພຣະນິມິດ 12:14
10 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຢາກ​ມີ​ປີກ​ດັ່ງ​ນົກເຂົາ ແລະ​ຈະ​ບິນ​ໜີໄປ​ຫາ​ທີ່​ພັກຜ່ອນ.


“ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ຊາວ​ເອຢິບ ແລະ​ທັງ​ໄດ້​ເຫັນ​ເຮົາ​ນຳ​ເອົາ​ພວກເຈົ້າ​ຂຶ້ນ​ມາ​ທີ່​ນີ້​ໃກ້ຊິດ​ເຮົາ​ຢ່າງ​ໃດ ກໍ​ດັ່ງ​ນົກອິນຊີ​ໃຊ້​ປີກ​ຍົກ​ລູກ​ຂອງຕົນ​ຂຶ້ນ​ຂີ່​ຫລັງ.


ແຕ່​ພວກ​ທີ່​ລໍຄອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ການ​ເສີມກຳລັງ​ເຮື່ອແຮງ​ຂຶ້ນ​ໃໝ່ ພວກເຂົາ​ຈະ​ບິນ​ຂຶ້ນ​ດ້ວຍ​ປິກ​ດັ່ງ​ນົກອິນຊີ​ບິນ​ໄປ; ພວກເຂົາ​ຈະ​ແລ່ນ​ໄດ້​ແລະ​ບໍ່​ອິດເມື່ອຍ​ອ່ອນແຮງ, ພວກເຂົາ​ຈະ​ຍ່າງ​ໄປ ແລະ​ບໍ່​ອ່ອນເພຍ​ລົງ​ອີກ.


ຊາຍ​ທີ່​ນຸ່ງຫົ່ມ​ຜ້າປ່ານ ຜູ້​ທີ່​ຢືນ​ຢູ່​ເໜືອ​ນໍ້າ​ໄດ້​ຍົກ​ມື​ຂວາ​ແລະ​ມື​ຊ້າຍ​ຂອງ​ເພິ່ນ​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ຂ້າພະເຈົ້າ​ໄດ້ຍິນ​ເພິ່ນ​ສາບານ​ໂດຍ​ອົງ​ຊົງ​ດຳລົງ​ຢູ່​ຕະຫຼອດໄປ​ເປັນນິດ​ວ່າ, “ຈະ​ເປັນ​ເວລາ​ສາມ​ປີ​ເຄິ່ງ. ເມື່ອ​ການ​ປະຫັດ​ປະຫານ​ໄພ່ພົນ​ຂອງ​ພຣະເຈົ້າ​ສິ້ນສຸດ​ລົງ​ແລ້ວ ສິ່ງ​ທັງໝົດ​ເຫຼົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ.”


ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.


ຂ້າພະເຈົ້າ​ໄດ້ຍິນ​ເທວະດາ​ອີກ​ຕົນ​ໜຶ່ງ​ຕອບ​ວ່າ, “ເຫດການ​ນີ້​ຈະ​ດຳເນີນ​ຕໍ່ໄປ​ເປັນ​ເວລາ 1.150 ວັນ ໃນ​ລະຫວ່າງ​ນີ້​ຈະ​ບໍ່ມີ​ການຖວາຍ​ເຄື່ອງບູຊາ​ຍາມ​ແລງ ແລະ​ຍາມ​ເຊົ້າ. ແລ້ວ​ພຣະວິຫານ​ກໍ​ຈະ​ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່.”


ຝ່າຍ​ແມ່ຍິງ​ນັ້ນ ໄດ້​ປົບໜີ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ມາ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ໃຫ້​ນາງ ເພື່ອ​ວ່າ​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ທີ່​ນັ້ນ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.


ເທວະດາ​ຕົນ​ນັ້ນ​ໄດ້​ຍົກ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງ​ກັນດານ ໂດຍ​ພຣະວິນຍານ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ ນັ່ງ​ຢູ່​ເທິງ​ຫລັງ​ສັດຮ້າຍ​ສີແດງເຂັ້ມ​ໂຕໜຶ່ງ ຊຶ່ງ​ມີ​ຫລາຍຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ຕົວ, ມັນ​ມີ​ເຈັດ​ຫົວ ແລະ​ສິບ​ເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka