ພຣະນິມິດ 12:11 - ພຣະຄຳພີສັກສິ11 ເຂົາເຫຼົ່ານັ້ນໄດ້ຊະນະພະຍານາກແລ້ວ ດ້ວຍພຣະໂລຫິດຂອງພຣະເມສານ້ອຍ ແລະເພາະຄຳພະຍານຂອງພວກເຂົາເອງ ເຖິງແມ່ນວ່າພວກເຂົາຈະຕາຍກໍບໍ່ເສຍດາຍຊີວິດຂອງຕົນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່11 ພວກເຂົາໄດ້ຊະນະພະຍານາກ ໂດຍໂລຫິດຂອງລູກແກະຂອງພຣະເຈົ້າ ແລະ ໂດຍຄຳພະຍານຂອງພວກເຂົາເອງ, ພວກເຂົາບໍ່ໄດ້ຮັກຊີວິດຂອງຕົນເອງຫລາຍ ແມ່ນແຕ່ຄວາມຕາຍພວກເຂົາກໍບໍ່ຢ້ານ. Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງໃກ້ຕີນພວກເທວະດາ ເພື່ອຈະຂາບໄຫວ້ເພິ່ນ ແຕ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານ ທີ່ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ ຈົ່ງນະມັດສະການພຣະເຈົ້າເທີ້ນ. ເພາະວ່າເນື້ອຄວາມຂອງການປະກາດພຣະທຳ ກໍເປັນຄຳພະຍານຝ່າຍພຣະເຢຊູເຈົ້າ.”
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (
ເຮົາຈະຕັ້ງຜູ້ທີ່ມີໄຊຊະນະນັ້ນ ໃຫ້ເປັນເສົາໃນວິຫານແຫ່ງພຣະເຈົ້າຂອງເຮົາ ແລະຜູ້ນັ້ນຈະບໍ່ອອກໄປຈາກພຣະວິຫານຈັກເທື່ອ, ເຮົາຈະຈາລຶກພຣະນາມແຫ່ງພຣະເຈົ້າຂອງເຮົາໃສ່ຕົວຜູ້ນັ້ນ ກັບທັງຊື່ນະຄອນເຢຣູຊາເລັມໃໝ່ ຊຶ່ງຈະລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາ ແລະເຮົາຍັງຈະຈາລຶກນາມໃໝ່ຂອງເຮົາໃສ່ຕົວຂອງຜູ້ນັ້ນເໝືອນກັນ.