Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:7 - ພຣະຄຳພີສັກສິ

7 ເມື່ອ​ພະຍານ​ທັງສອງ ສິ້ນສຸດ​ການ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈະ​ມີ​ສັດຮ້າຍ​ອອກ​ມາ​ຈາກ​ເຫວເລິກ ແລະ​ຈະ​ຕໍ່ສູ້​ພວກເພິ່ນ. ສັດຮ້າຍ​ນັ້ນ​ຈະ​ຊະນະ​ພວກເພິ່ນ ແລະ​ຂ້າ​ພວກເພິ່ນ​ເສຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ແລະ ເມື່ອ​ທັງ​ສອງ​ໄດ້​ເປັນ​ພະຍານ​ສຳເລັດ​ແລ້ວ, ສັດຮ້າຍ​ຈາກ​ເຫວເລິກ​ຈະ​ຂຶ້ນ​ມາ​ທຳຮ້າຍ​ພວກເພິ່ນ, ຈະ​ເອົາ​ຊະນະ​ພວກເພິ່ນ ແລະ ຂ້າ​ພວກເພິ່ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:7
20 Jak'a apnaqawi uñst'ayäwi  

ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.


ພຣະອົງ​ຊົງ​ຕອບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ບອກ​ໝາຈິກຈອກ​ໂຕ​ນັ້ນ​ວ່າ, ‘ມື້ນີ້ ແລະ​ມື້ອື່ນ​ເຮົາ​ຈະ​ຂັບໄລ່​ມານຮ້າຍ ແລະ​ເຮັດ​ໃຫ້​ຄົນ​ຫາຍ​ດີ​ພະຍາດ ແລະ​ໃນ​ວັນ​ທີ​ສາມ ເຮົາ​ຈະ​ສຳເລັດ​ພາລະກິດ​ຂອງເຮົາ.’


ຜີມານຮ້າຍ​ເຫຼົ່ານີ້​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ ບໍ່​ໃຫ້​ສົ່ງ​ພວກ​ມັນ​ລົງ​ໄປ​ໃນ​ເຫວເລິກ.


ຂ້ານ້ອຍ​ໄດ້​ສຳແດງ​ໃຫ້​ໂລກ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ, ຂ້ານ້ອຍ​ໄດ້​ເຮັດ​ພາລະກິດ​ທີ່​ພຣະອົງ​ມອບໝາຍ​ໃຫ້​ຂ້ານ້ອຍ​ເຮັດ​ນັ້ນ​ສຳເລັດ​ແລ້ວ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຮັບ​ເຫຼົ້າ​ອະງຸ່ນ​ສົ້ມ​ນັ້ນ​ແລ້ວ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ສຳເລັດ​ແລ້ວ.” ແລ້ວ​ພຣະອົງ​ກໍ​ກົ້ມ​ຫົວ​ລົງ ແລະ​ຊົງ​ມອບ​ຈິດ​ວິນຍານ​ໄວ້.


ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ສຸດ​ກຳລັງ ເຮົາ​ໄດ້​ແລ່ນ​ແຂ່ງຂັນ​ຈົນເຖິງ​ທີ່ສຸດ ແລະ​ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ເຮົາ​ຈະ​ໃຊ້​ພະຍານ​ທັງສອງ​ຂອງເຮົາ​ມາ ພວກເຂົາ​ຈະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ຈະ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.”


ຝ່າຍ​ພະຍານາກ​ກໍ​ຄຽດແຄ້ນ​ຢ່າງ​ໃຫຍ່​ໃຫ້​ຍິງ​ນັ້ນ ແລະ​ອອກ​ໄປ​ຕໍ່ສູ້​ກັບ​ເຊື້ອສາຍ​ຂອງ​ນາງ​ທີ່​ເຫຼືອ​ຢູ່ ຄື​ທຸກຄົນ​ທີ່​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ອີກ​ໂຕໜຶ່ງ ຂຶ້ນ​ມາ​ຈາກ​ພື້ນດິນ ມັນ​ມີ​ສອງ​ເຂົາ​ເໝືອນ​ເຂົາ​ແກະນ້ອຍ ມັນ​ເວົ້າ​ເໝືອນ​ພະຍານາກ.


ແລະ​ໄດ້​ຊົງ​ໃຫ້​ມັນ​ສູ້ຮົບ​ກັບ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ຊະນະ​ພວກເຂົາ ຍັງ​ຊົງ​ປະທານ​ໃຫ້​ມັນ​ມີ​ອຳນາດ​ເໜືອ​ທຸກ​ຕະກຸນ, ທຸກ​ຊົນຊາດ, ທຸກ​ພາສາ ແລະ​ທຸກ​ປະເທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka